ທ່ານ ສຸລິວິພົງ ພົມມະຈັກ ຜູ້ອໍານວຍການບໍລິສັດ ເອພີ ຈໍາກັດ ຜູ້ດຽວ ໃຫ້ສໍາພາດວັນທີ 1 ກຸມພາ 2021 ວ່າ: ບໍລິສັດ ເອພີ ຈໍາກັດຜູ້ດຽວ ເປັນບໍລິສັດຜະລິດຜ້າອັດປາກ-ອັດດັງທີ່ໄດ້ມາດຕະຖານສາກົນ ເພື່ອຮັບໃຊ້ສັງຄົມໃນລາຄາທີ່ເໝາະສົມ ແລະ ຫຼຸດຜ່ອນການນໍາເຂົ້າຜ້າອັດປາກ-ອັດດັງຈາກຕ່າງປະເທດ ການຜະລິດດັ່ງກ່າວ ໄດ້ນໍາໃຊ້ເຄື່ອງຈັກຜະລິດທີ່ເຮັດໜ້າທີ່ແບບອັດຕະໂນມັດ ແລະ ນໍາໃຊ້ວັດສະດຸດິບສະໜອງການຜະລິດຈາກ ສປ ຈີນ ມີກໍາລັງການຜະລິດ 60-80 ແຜ່ນຕໍ່ນາທີ ໃນນີ້ ໄດ້ຜະລິດຮູບແບບ 3 ຊັ້ນ ໃຊ້ທົ່ວໄປ ແລະ ແບບ 4 ຊັ້ນ ໃຊ້ສໍາລັບແພດໝໍ ແລະ ປ້ອງກັນຝຸ່ນ PM 2,5 ເຊິ່ງໄດ້ດໍາເນີນການຜະລິດຕົ້ນເດືອນກໍລະກົດ 2020 ເປັນຕົ້ນມາ ແລະ ເຫັນວ່າໄດ້ຮັບການຕອບຮັບຈາກສັງຄົມເປັນຈໍານວນຫຼາຍ ເນື່ອງຈາກວ່າຜະລິດຕະພັນຂອງບໍລິສັດພວກເຮົາໄດ້ເນັ້ນການຜະລິດທີ່ສະອາດ ຖືກຫຼັກສຸຂະອະນາໄມ ມີຄຸນນະພາບ ພິເສດແມ່ນໄດ້ຜ່ານການກວດກາມາດຕະຖານຈາກກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ນອກນັ້ນຍັງໄດ້ຮັບໃບຢັ້ງຢືນການຜະລິດສະອາດຕື່ມອີກ.

ເພື່ອຕອບສະໜອງໃຫ້ທັນກັບຄວາມຕ້ອງການຂອງສັງຄົມ ກໍຄືລູກຄ້າ ປັດຈຸບັນ ບໍລິສັດໄດ້ເພີ່ມເຄື່ອງຈັກການຜະລິດຕື່ມອີກ 1 ເຄື່ອງ ມີກໍາລັງການຜະລິດ 100-120 ແຜ່ນຕໍ່ນາທີ ພ້ອມນັ້ນ ຍັງມີຂະໜາດບັນຈຸ 50 ແຜ່ນຕໍ່ 1 ກັບ ລາຄາ 45 ພັນກີບ ຂະໜາດຖົງ 1 ຖົງ ມີ 10 ແຜ່ນ ລາຄາ 20 ພັນກີບ ນອກນັ້ນ ຍັງນໍາເຂົ້າເຈວລ້າງມືມີຂະໜາດ 500 ມິນລີລິດ ລາຄາ 50 ພັນກີບ 250 ມິນລີລິດ ລາຄາ 27 ພັນກີບ ແລະ ສະເປເຫຼົ້າ 90 ຂະໜາດ 100 ມິນລີລິດ ລາຄາ 18 ພັນກີບ ເຊິ່ງທຸກຜະລິດຕະພັນຂອງບໍລິສັດ ມີຈໍາໜ່າຍຢູ່ຮ້ານຂາຍຢາ ຮ້ານສະດວກຊື້ພາຍໃນນະຄອນຫຼວງວຽງຈັນ ນອກນັ້ນ ຍັງໄດ້ຈັດສົ່ງຈໍາໜ່າຍຢູ່ທຸກແຂວງໃນທົ່ວປະເທດຕືມອີກ.
# ຂ່າວ & ພາບ : ຂັນທະວີ