Covid-19 ການປ້ອງກັນຕົນເອງ ແມ່ນສຳຄັນທີ່ສຸດ

    ຫາກ​ເພື່ອນ​ຜູ້​ອ່ານ​ຕິດ­ຕາມ​ຂ່າວ­ສານ​ບ້ານ​ເມືອງ ກໍ​ຄື ທົ່ວ​ໂລກ​ແລ້ວ​ຈະ​ຮູ້​ວ່າ ຂ່າວ​ເດັ່ນ ແລະ ເປັນ­ຕາ​ຢ້ານ​ກວ່າ​ໝູ່ ຄົງ​ໜີ​ບໍ່​ພົ້ນ​ຂ່າວ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ ຫຼື ໄວ​ຣັສ​ໂຄ​ວິດ-19 (Covid-19).

    Covid-19 ເປັນ​ພະ­ຍາດ​ທີ່​ອັນ­ຕະ­ລາຍ ແລະ ສາ­ມາດ​ຕິດ­ແປດ​ໄດ້​ງ່າຍ​ທີ່​ສຸດ ເພາະ​ໄລ­ຍະ​ບົ່ມ​ເຊື້ອ ແມ່ນ​ຍາວ​ນານ ແລະ ຈາກ​ຄົນ​ໜຶ່ງ​ສາ­ມາດ​ແຜ່​ກະ­ຈາຍ​ສູ່​ຫຼາຍໆ​ຄົນ ມາ​ເຖິງ​ປັດ­ຈຸ­ບັນ​ນີ້ ມີ​ທັງ​ໝົດ 71 ປະ­ເທດ ຢືນ­ຢັນ​ວ່າ​ມີ​ການ​ຕິດ­ເຊື້ອ​ພະ­ຍາດ​ດັ່ງ­ກ່າວ ແລະ ທີ່​ສຳ­ຄັນ​ບໍ່​ມີ​ຢາ​ປິ່ນ­ປົວ​ພະ­ຍາດ​ດັ່ງ­ກ່າວ​ເທື່ອ ສະ­ນັ້ນ ການ​ປ້ອງ​ກັນ​ຕົນ​ເອງ​ແມ່ນ​ສຳ­ຄັນ​ທີ່​ສຸດ.

    ເມື່ອ​ວັນ​ທີ 04 ມີ­ນາ 2020 ແລ້ວ­ນີ້ ຜູ້​ຂຽນ​ມີ​ໂອ­ກາດ​ເຂົ້າ​ຮັບ​ຟັງ​ການ​ປາ­ຖະ­ກະ­ຖາ​ກ່ຽວ​ກັບ​ການ​ປ້ອງ​ກັນ ສະ­ກັດ​ກັ້ນ ການ​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (Covid-19) ຢູ່​ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມ​ສູນ​ກາງ​ພັກ ໂດຍ​ການ​ປາ­ຖະ­ກະ­ຖາ​ຂອງ​ທ່ານ​ຮອງ​ສາດ­ສະ­ດາ­ຈານ ດຣ ບຸນ​ກອງ ສີ​ຫາ​ວົງ ລັດ­ຖະ­ມົນ­ຕີ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ສະ­ນັ້ນ ຈຶ່ງ​ຢາກ​ມາ​ບອກ­ເລົ່າ​ຕໍ່ ໂດຍ​ສະ­ເພາະ ຫາງ​ສຽງ​ສັງ­ຄົມ​ທີ່​ລະ​ແວງ​ສົງ­ໄສ​ວ່າ ຢູ່​ປະ­ເທດ​ເຮົາ ເປັນ​ຫຍັງ​ຈຶ່ງ​ບໍ່​ມີ​ກໍ­ລະ­ນີ​ຜູ້​ຕິດ­ເຊື້ອ Covid-19.

    ການ​ກວດ​ວິ­ເຄາະ​ທຸກ​ກໍ­ລະ­ນີ​ສົງ­ໄສ ແມ່ນ​ມີ​ສູນ​ວິ­ເຄາະ ແລະ ລະ­ບາດ​ວິ­ທະ­ຍາ ເຊິ່ງ​ແມ່ນ​ຫ້ອງ​ວິ­ເຄາະ​ຫຼັກ​ໃນ​ການ​ກວດ​ຢັ້ງ­ຢືນ Covid-19 ເຊິ່ງ​ເປັນ​ຫ້ອງ​ວິ­ເຄາະ​ທີ່​ຮັບ­ຮອງ​ຈາກ​ອົງ­ການ​ອະ­ນາ­ໄມ​ໂລກ ແລະ ໄດ້​ຮັບ​ການ​ກວດ​ສອບ​ຄຸນ​ນະ​ພາບ​ຈາກ​ພາຍ​ນອກ (EQA) ໃນ​ການ​ກວດ MERS CORONA ນອກ​ນັ້ນ​ຍັງ​ມີ​ຫ້ອງ​ວິ­ເຄາະ​ປັດ​ສະ​ເຕີ​ລາວ ແລະ ຫ້ອງ​ວິ­ເຄາະ LOMWRU Covid-19 ທີ່​ໂຮງ­ໝໍ​ມະ­ໂຫ­ສົດ ທີ່​ຮ່ວມ​ກັນ​ຢັ້ງ­ຢືນ​ພະ­ຍາດ​ດັ່ງ­ກ່າວ ພ້ອມ​ທັງ​ມີ​ຊ່ຽວ­ຊານ​ອົງ­ການ​ອະ­ນາ­ໄມ​ໂລກ ຕິດ­ຕາມ​ການ​ກວດ​ຢ່າງ​ໃກ້­ຊິດ ຜ່ານ​ມາ​ເພື່ອ​ຮັບ­ປະ­ກັນ​ຄຸນ​ນະ​ພາບ​ຂອງ​ການ​ກວດ​ຢັ້ງ­ຢືນ​ທາງ​ຫ້ອງ​ວິ­ເຄາະ ກໍ​ໄດ້​ສົ່ງ​ຜົນ​ຕົວ­ຢ່າງ​ທີ່​ກວດ​ໃຫ້​ຜົນ​ລົບ 20 ຕົວ­ຢ່າງ ໄປ​ກວດ​ຢັ້ງ­ຢືນ​ຄຸນ​ນະ​ພາບ​ທີ່​ຫ້ອງ​ວິ­ເຄາະ ອ້າງ​ອີງ​ຂອງ​ອົງ­ການ​ອະ­ນາ­ໄມ​ໂລກ ທີ່​ປະ­ເທດ​ອົດ​ສະ​ຕຣາ​ລີ ເຊິ່ງ​ຜົນ​ກວດ​ແມ່ນ​ໃຫ້​ຜົນ​ລົບ​ຄື​ກັບ​ຜົນ​ກວດ​ຂອງ​ເຮົາ​ທັງ​ໝົດ ມາ​ຮອດ​ປັດ­ຈຸ­ບັນ​ໄດ້​ກວດ​ຕົວ­ຢ່າງ​ທັງ​ໝົດ 47 ຕົວ­ຢ່າງ ທັງ​ໝົດ​ແມ່ນ​ໃຫ້​ຜົນ​ລົບ (-) ບໍ່​ພົບ​ເຊື້ອ Covid-19.

    ຄື​ເວົ້າ​ໃນ​ເບື້ອງ​ຕົ້ນ​ວ່າ ພະ­ຍາດ​ອັນ​ນີ້ ການ​ປ້ອງ​ກັນ​ຕົນ​ເອງ​ແມ່ນ​ສຳ­ຄັນ​ທີ່​ສຸດ ເຊິ່ງ​ຕົ້ນ­ຕໍ​ແມ່ນ​ສັງ­ເກດ​ອາ­ການ ດັ່ງ­ນີ້:

    – ໄຂ້ ຂີ້­ມູກ​ຍ້ອຍ ໄອ ແລະ ເຈັບ­ຄໍ ບາງ​ຄັ້ງ​ຖ້າ​ອາ­ການ​ໜັກ​ຂຶ້ນ ອາດ​ເຮັດ​ໃຫ້​ຫາຍ­ໃຈ​ຍາກ ຫຼື ເກີດ​ພະ­ຍາດ​ອັກ­ເສບ​ປອດ ອາ­ການ​ຈະ​ສະ­ແດງ​ພາຍ​ໃນ 14 ວັນ ພາຍ­ຫຼັງ​ຈາກ​ທີ່​ໄດ້​ສຳ­ຜັດ​ກັບ​ເຊື້ອ​ພະ­ຍາດ.

    ການ​ປ້ອງ​ກັນ​ຕົນ​ເອງ: ໝັ່ນ​ລ້າງ​ມື​ດ້ວຍ​ສະ­ບູ ແລະ ນ້ຳ ຫຼື ໃຊ້​ເຈວ​ລ້າງ​ມື​ທີ່​ມີ​ສ່ວນ​ປະ­ສົມ​ຂອງ​ເຫຼົ້າ ຫຼີກ​ລ່ຽງ​ການ​ສຳ­ຜັດ​ຕາ ດັງ ແລະ ປາກ ຖ້າ​ບໍ່​ໄດ້​ລ້າງ​ມື ຫຼີກ​ລ່ຽງ​ການ​ສຳ­ຜັດ​ໃກ້­ຊິດ​ກັບ​ຄົນ​ທີ່​ມີ​ອາ­ການ​ໄຂ້ ແລະ ໄອ ເມື່ອ​ເວ­ລາ​ໄອ ຫຼື ຈາມ ຕ້ອງ​ປິດ​ປາກ ແລະ ດັງ​ດ້ວຍ​ຂໍ້­ສອກ ຫຼື ໃຊ້​ເຈ້ຍ­ອະ­ນາ­ໄມ ເຈ້ຍ­ອະ­ນາ­ໄມ​ທີ່​ໃຊ້​ແລ້ວ​ໃຫ້​ຖິ້ມ​ໃສ່​ຖັງ​ຂີ້​ເຫຍື້ອ​ທີ່​ມີ​ຝາ​ປິດ.

    ທ່ານ​ສາ­ມາດ​ສອບ​ຖາມ​ຂໍ້​ມູນ​ເພີ່ມ​ເຕີມ ໂດຍ​ການ​ໂທ​ສາຍ​ດ່ວນ 166 ບໍ່​ເສຍ​ຄ່າ​ໂທ​ໄດ້​ຕະ­ຫຼອດ 24 ຊົ່ວ­ໂມງ.

    ສະ­ເໜີ​ບອກ­ເລົ່າ

ໂດຍ: ແນວ​ລາວ

error: Content is protected !!