ມອບໃບຢັ້ງຢືນການເຂົ້າເປັນສະມາຊິກສໍານັກງານປົກປ້ອງເງິນຝາກໃຫ້ ສກຈຮ ປະຕູຄໍາ

    ອີງຕາມຂໍ້ຕົກລົງວ່າດ້ວຍການຮັບເອົາສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ) ປະຕູຄໍາ ເຂົ້າເປັນສະມາຊິກສໍານັກງານປົກປ້ອງເງິນຝາກ ສະບັບເລກທີ 45/ສປງ ລົງວັນທີ 23 ກັນຍາ 2020 ດັ່ງນັ້ນ ວັນທີ 27 ມັງກອນ 2021 ທີ່ວຽງຈັນ ເລັກວິວ ກ໊ອບ ວິນລາ ສໍານັກງານປົກປ້ອງເງິນຝາກ ຈຶ່ງໄດ້ມອບໃບຢັ້ງຢືນການເຂົ້າເປັນສະມາຊິກສໍານັກງານປົກປ້ອງເງິນຝາກຂອງ ສກຈຮ ປະຕູຄໍາ ຢ່າງເປັນທາງການ ຕາງໜ້າມອບຂອງທ່ານ ນາງ ແສງດາວວີ ວົງຄໍາຊາວ ຫົວໜ້າສໍານັກງານປົກປ້ອງເງິນຝາກ ແລະ ຕາງໜ້າຮັບຂອງທ່ານ ປຣາຈິດ ໄຊຍະວົງ ປະທານສະພາບໍລິຫານ ສກຈຮ ປະຕູຄໍາ ໂດຍມີຕາງໜ້າຈາກກົມຄຸ້ມຄອງສະຖາບັນການເງິນ ຈຸລະພາກ ແລະ ຈາກສະມາຄົມການເງິນຈຸລະພາກ ກໍເຂົ້າຮ່ວມ ຕະຫຼອດຮອດຄະນະບໍລິຫານງານ ພະນັກງານ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ. 

    ທ່ານ ນາງ ແສງດາວວີ ວົງຄໍາຊາວ ກ່າວວ່າ: ອີງໃສ່ສະພາບການຂະຫຍາຍຕົວຂອງເສດຖະກິດ ແລະ ສະຖາບັນການເງິນຢູ່ປະເທດເຮົາໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງເຮັດໃຫ້ປະຊາຊົນສາມາດເຂົ້າເຖິງແຫຼ່ງທຶນໄດ້ຢ່າງຈິງຈັງ ແຕ່ບົນພື້ນຖານການຈັດຕັ້ງປະຕິບັດວຽກງານຕາມລະບຽບກົດໝາຍ ແລະ ນິຕິກໍາຕ່າງໆ ເຫັນວ່າ ສກຈຮ ປະຕູຄໍາ ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສາມາດປະຕິບັດບັນດາເງື່ອນໄຂຕ່າງໆທີ່ໄດ້ລະບຸໄວ້ໃນລະບຽບການຂອງກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ແລະ ເປັນສະຖາບັນການເງິນແຫ່ງທໍາອິດທີ່ໄດ້ຮັບການເຂົ້າເປັນສະມາຊິກສໍານັກງານປົກປ້ອງເງິນຝາກ ພາຍຫຼັງທີ່ເຂົ້າເປັນສະມາຊິກແລ້ວ ຈະເຮັດໃຫ້ ສກຈຮ ປະຕູຄໍາ ສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ກໍຄືລູກຄ້າ ແລະ ສາມາດດຶງດູດເອົາລູກຄ້າເຂົ້າມາໃຊ້ບໍລິການນັບມື້ນັບເພີ່ມຂຶ້ນ ປະກອບສ່ວນໃຫ້ສະຖາບັນສາມາດຂະຫຍາຍທຸລະກິດມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ ພ້ອມນັ້ນ ກໍໃຫ້ສືບຕໍ່ຮັກສາມູນເຊື້ອຂອງການດໍາເນີນທຸລະກິດທີ່ໄດ້ປະຕິບັດໃນຫຼາຍປີຜ່ານມາ ເພີ່ມຄວາມເອົາໃຈໃສ່ການປະຕິບັດກົດລະບຽບການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ ວາງອອກໃຫ້ມີຄວາມສອດຄ່ອງ ແລະ ເໝາະສົມກັບສະພາບຄວາມເປັນຈິງ ແລະ ເອົາໃຈໃສ່ຕິດຕາມການເຮັດວຽກຂອງພະນັກງານຢ່າງໃກ້ຊິດ ໂດຍສະເພາະ ການປ່ອຍເງິນກູ້ໃຫ້ກັບພໍ່ແມ່ປະຊາຊົນ ກໍຄືລູກຄ້າ ແລະ ອື່ນໆ. 

    ໂອກາດນີ້ ທ່ານ ນາງ ຂັນມະນີ ສຸທໍາມະວົງ ຜູ້ອຳນວຍການໃຫຍ່ຂອງ ສກຈຮ ປະຕູຄຳ ໄດ້ສະແດງຄວາມຂອບໃຈຕໍ່ສໍານັກງານປົກປ້ອງເງິນຝາກ ສະມາຄົມການເງິນຈຸລະພາກ ແລະ ກົມຄຸ້ມຄອງສະຖາບັນການເງິນຈຸລະພາກ ທີ່ຍາມໃດກໍໄດ້ເອົາໃຈໃສ່ປຸກລະດົມບັນດາສະຖາບັນການເງິນທີ່ຮັບເງິນຝາກ ເຂົ້າເປັນສະມາຊິກສໍານັກງານປົກປ້ອງເງິນຝາກ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ລູກຄ້າ ເຊິ່ງຕະຫຼອດໄລຍະຜ່ານມາ ສກຈຮ ປະຕູຄໍາ ກໍໄດ້ເອົາໃຈໃສ່ຈັດຕັ້ງດໍາເນີນທຸລະກິດຕາມມາດຖານ ເງື່ອນໄຂ ແລະ ລະບຽບການຂັ້ນຕອນຂອງສໍານັກງານປົກປ້ອງເງິນຝາກ ເຊິ່ງແຕ່ລະຂັ້ນຕອນ ລ້ວນແລ້ວແຕ່ມີຄວາມຫຍຸ້ງຍາກ ແຕ່ດ້ວຍຄວາມເອົາໃຈໃສ່ຂອງຄະນະບໍລິຫານງານ ແລະ ທິມງານ ຈຶ່ງເຮັດໃຫ້ສໍາເລັດ ພ້ອມນັ້ນ ຈະພ້ອມກັນຮັກສາມູນເຊື້ອໃຫ້ມີຄວາມເຊື່ອໝັ້ນຕໍ່ສັງຄົມ ພິເສດ ສະຖາບັນຂອງພວກເຮົາຍັງໄດ້ຮັບເງິນກູ້ຊ່ວຍເຫຼືອຈາກອົງການສາກົນ ເຮັດໃຫ້ສະຖາບັນໄດ້ຮັບການສ້າງຄວາມເຂັ້ມແຂງດ້ານການບໍລິຫານ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ-ກາງ ປັດຈຸບັນມີລູກຄ້າຝາກເງິນປະຈໍາ ແລະ ຝາກປະຢັດນຳ ສກຈຮ ປະຕູຄຳ ປະມານ 2.500 ບັນຊີ ເປັນຈຳນວນເງິນຝາກທັງໝົດ ປະມານ 26 ຕື້ກີບ ແລະ ໄດ້ປ່ອຍສິນເຊື່ອທັງໝົດປະມານ 27 ຕື້ກີບ.

# ຂ່າວ & ພາບ : ຂັນ​ທະວີ

error: Content is protected !!