ປະກາດການຈັດຕັ້ງສະມາຄົມນັກທຸລະກິດໜຸ່ມ ເມືອງສີໂຄດຕະບອງ

    ພິທີປະກາດການສ້າງຕັ້ງ ແລະ ແຕ່ງຕັ້ງປະທານ ຮອງປະທານ ພ້ອມດ້ວຍຄະນະສະມາຄົມນັກທຸລະກິດໜຸ່ມ ເມືອງສີໂຄດຕະບອງ ຈັດຂຶ້ນໃນວັນທີ 27 ມັງກອນ 2021 ທີ່ສະໂມສອນເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ສີສຸດາ ເພັງພົງສະຫວັດ ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ເມືອງສີໂຄດຕະບອງ ໂດຍມີທ່ານ ວິລະສັກ ນາມມຸນຕີ ເຈົ້າເມືອງສີໂຄດຕະບອງ ທ່ານ ສຸລິຍາ ແກ້ວພິລາວົງ ຫົວໜ້າກົມຂະບວນການສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ທ່ານ ອະນຸສອນ ວົງຄໍາສອນ ຮັກສາການເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ ບັນດາຄະນະພັກເມືອງ ຫົວໜ້າຫ້ອງການອ້ອມຂ້າງ ສະມາຄົມນັກທຸລະກິດໜຸ່ມ ເລຂາຊາວໜຸ່ມຮາກຖານບ້ານ ແລະ ໂຮງຮຽນເຂົ້າຮ່ວມ.

    ທ່ານ ແສງສຸລິຍັນ ສີລິໂພຄາ ຫົວໜ້າຫ້ອງການພາຍໃນເມືອງສີໂຄດຕະບອງ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການສ້າງຕັ້ງສະມາຄົມນັກທຸລະກິດໜຸ່ມເມືອງສີໂຄດຕະບອງ ເຊິ່ງເຫັນດີແຕ່ງຕັ້ງເອົາທ່ານ ນັນທະສັກ ບຸນທະລາ ເປັນປະທານ ທ່ານ ວິກສໍາພັນ ຈັນມະວົງ ເປັນຮອງປະທານ ທ່ານ ເພັດສະໜອນ ຊົງວິໄລ ເປັນຮອງປະທານ ທ່ານ ວິໄລສັກ ພິລາພັນເດຊ ເປັນປະທານກວດກາ ທ່ານ ພຸດທະພອນ ສີວິໄຊ ທ່ານ ສົມສະຫງວນ ພິລາວົງ ທ່ານ ຂັນເພັດ ມະໄລທອງ ແລະ ທ່ານ ສຸກວິລັນ ສີອັກຄະສອນ ເປັນຄະນະ ທັ້ງນີ້ກໍເພື່ອປຸກລະດົມເຕົ້າໂຮມຂົນຂວາຍບັນດາຄົນຮຸ່ນໜຸ່ມທີ່ປະກອບອາຊີບທຸລະກິດຄ້າຂາຍ ໃຫ້ມີຄວາມສາມັກຄີ ແລະ ພ້ອມກັນປະກອບສ່ວນຊ່ວຍເຫຼືອສັງຄົມຢູ່ພາຍໃນ ແລະ ອ້ອມຂ້າງອົງຄະນະພັກເມືອງ ພ້ອມທັງເປັນການປະຕິບັດແນວທາງນະໂຍບາຍການປ່ຽນແປງໃໝ່ຂອງພັກ-ລັດ ເພື່ອປະກອບເຂົ້າໃນການສ້າງວຽກເຮັດງານທຳ ສ້າງລາຍຮັບໃຫ້ແກ່ຊາວໜຸ່ມ-ໄວໜຸ່ມໃຫ້ນັບມື້ນັບຫຼາຍຂຶ້ນ ຄຽງຄູ່ກັນນັ້ນ ຍັງເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ ໃຫ້ກຸ່ມຊາວຄ້າຂາຍນັກທຸລະກິດຄົນຮຸ່ນໜຸ່ມ ໃຫ້ກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ ຕັ້ງໜ້າປະກອບສ່ວນເຂົ້າໃນການປະຕິບັດແຜນພັດທະນາເສດຖະກິດ ໃນຂົງເຂດນະຄອນຫຼວງວຽງຈັນ ກໍຄືຂອງເມືອງສີໂຄດຕະບອງ ໃຫ້ປາກົດຜົນເປັນຈິງ.

# ຂ່າວ & ພາບ : ວຽງມາ

error: Content is protected !!