ELEVATE ແລະ ຫົວເຫວີຍ ຮ່ວມກັນຈັດກອງປະຊຸມຜ່ານເວບໄຊ ELEVATE Strategic Partner ຫົວຂໍ້ ການຟື້ນຕົວສີຂຽວໃນອາຊີ: ໂອກາດສໍາລັບການປະຕິບັດງານຮ່ວມກັນ ຂຶ້ນວັນທີ 20 ມັງ ກອນ ຜ່ານມາ ເພື່ອແບ່ງປັນຄວາມເຂົ້າໃຈກ່ຽວກັບແຜນການ ຄຳໝັ້ນສັນຍາ ແລະ ມາດຕະການຕ່າງໆຂອງລັດຖະບານ ເພື່ອໃຫ້ພື້ນຖານເສດຖະກິດ ມີການເຊື່ອມໂຍງຕໍ່ສິ່ງແວດລ້ອມໃນອາຊີຫຼາຍຂຶ້ນ ເຊິ່ງຈະສ້າງ ແລະ ຫັນປ່ຽນເສດຖະກິດ ຫຼັງການລະບາດຂອງພະຍາດໂຄວິດ-19 ໃນຂະນະທີ່ປະເຊີນໜ້າກັບວິກິດການດິນຟ້າອາກາດ ການລະບາດຄັ້ງໃຫຍ່ໄດ້ເຕືອນພວກເຮົາກ່ຽວກັບຜົນກະທົບຂອງມະນຸດທີ່ມີຕໍ່ສິ່ງ ແວດລ້ອມ ເຮັດໃຫ້ການຟື້ນຟູສີຂຽວເປັນສິ່ງຈຳເປັນ ຄຸນນະພາບອາກາດທີ່ສະອາດຂຶ້ນ ແລະ ການຈັດ ການສິ່ງເສດເຫຼືອທີ່ມີປະສິດທິຜົນສາມາດຊ່ວຍສ້າງການເຕີບໂຕທາງເສດຖະກິດ ທັງສາມາດປັບປຸງຄວາມຕ້ານທານຂອງຊຸມຊົນຕໍ່ໂລກລະບາດ ເຕັກໂນໂລຊີດີຈີຕອນມີຄວາມສາມາດໃນການຫຼຸດຜ່ອນການຊົມໃຊ້ພະລັງງານ ແລະ ການປ່ອຍຄວັນພິດໃນຫຼາຍໆອຸດສາຫະກຳ ຈາກການນຳໃຊ້ຂໍ້ມູນໃຫຍ່ຈົນເຖິງການແກ້ໄຂ IoT ແລະ ສາມາດສ້າງຄວາມເຂັ້ມແຂງໃຫ້ພະລັງງານທົດແທນ ໂດຍຜ່ານການນຳໃຊ້ໂຊລູຊັ່ນ AI.
ອາຊີປາຊີຟິກ ບໍ່ລວມ ສປ ຈີນ ປະກອບມີປະຊາກອນເກືອບເຄິ່ງໜຶ່ງຂອງປະຊາກອນໂລກ ແລະ ກວມເອົາປະມານ 25% ຂອງ GDP ໂລກ ປີ 2019 ເຊິ່ງສະແດງອອກເຖິງຄວາມສົນໃຈຕໍ່ພື້ນຖານໂຄງລ່າງໄອຊີທີໃໝ່ ວິທີການແບບປະສົມປະສານເຂົ້າໃນການພັດທະນາແບບຍືນຍົງ ແລະ ເປັນເອກະພາບ ລວມທັງມີແງ່ດີຕໍ່ຮູບແບບເສດຖະກິດສີຂຽວ.

ທ່ານນາງ Catherine Chen ຮອງປະທານອາວຸໂສບໍລິສັດ ຫົວເຫວີຍ ແລະ ຜູ້ອຳນວຍການໃຫຍ່ຂອງຄະນະກຳມະການບໍລິສັດ ຫົວເຫວີຍ ກ່າວວ່າ: ພວກເຮົາເຊື່ອໝັ້ນວ່າເຕັກໂນໂລຊີ ຕ້ອງຖືກນຳມາໃຊ້ເພື່ອປະໂຫຍດຂອງໂລກ ທີ່ເປັນບ້ານຫຼັງດຽວຂອງພວກເຮົາ ບໍ່ພຽງແຕ່ຄວາມສາມາດຂອງພວກເຮົາໃນການຂັບເຄື່ອນເຕັກໂນໂລຊີກ້າວໜ້າ ແຕ່ຍັງມີຄວາມສາມາດ ແລະ ຄວາມຕັ້ງໃຈຂອງປະຊາຄົມທົ່ວໂລກ ໃນການສ້າງສາຍພົວພັນທີ່ກົມກຽວກັບທຳມະຊາດ ພ້ອມນີ້ທ່ານຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ການປະກອບສ່ວນຂອງຫົວເຫວີຍ ໃນການຫຼຸດຜ່ອນການປ່ອຍອາຍກາກບອນ ຊອກຫາແຫຼ່ງພະລັງງານທົດແທນໃໝ່ ແລະ ສະໜັບສະໜູນເສດຖະກິດແບບ ໝູນວຽນ ຜ່ານໂຊລູຊັ່ນໄອຊີທີສີຂຽວ.
ຫົວເຫວີຍ ໃຫ້ຄໍາໝັ້ນສັນຍາທີ່ຈະຫຼຸດຜ່ອນຜົນກະທົບດ້ານສິ່ງແວດລ້ອມໃນການຜະລິດ ການດຳເນີນງານ ຕະຫຼອດເວລາໃຊ້ງານຂອງຜະລິດຕະພັນ ແລະ ການບໍລິການ ພວກເຮົາຕັ້ງໃຈທີ່ຈະເປັນສ່ວນໜຶ່ງຂອງການນໍາໃຊ້ເຕັກໂນໂລຊີທີ່ມີນະວັດຕະກຳເພື່ອໂລກທີ່ດີກວ່າ ພວກເຮົາມີຈຸດປະສົງແນ່ໃສ່ການປະຢັດຊັບພະຍາກອນ ແລະ ຂັບເຄື່ອນອຸດສາຫະກຳ ເພື່ອສ້າງສະພາບແວດລ້ອມກາກບອນຕ່ຳ.