ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານເຝິກອົບຮົມ ປະຈໍາປີ 2020 ແລະ ແຜນການປີ 2021 ຈັດຂຶ້ນວັນທີ 28 ມັງກອນ 2021 ຢູ່ສູນເຝິກອົບຮົມວິຊາຊີບນໍ້າປະປາ (ຈີນາຍໂມ້) ລັດວິສາຫະກິດນໍ້າປະປານະຄອນຫຼວງ ໂດຍການເປັນປະທານຂອງທ່ານ ຄໍາຜຸຍ ວົງສາຄໍາຜຸຍ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດນໍ້າປະປານະຄອນຫຼວງ ມີທ່ານ ສົມປອງ ສຸດທິພົງ ຫົວໜ້າກົມນໍ້າປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ ມີບັນດາຮອງຜູ້ອໍານວຍການຝ່າຍ ຫົວໜ້າພະແນກ-ຮອງຫົວໜ້າພະແນກ ພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄໍາຜຸຍ ວົງສາຄໍາຜຸຍ ກ່າວວ່າ: ກອງປະຊຸມຄັ້ງນີ້ ກໍເພື່ອເປັນການຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດການເຝິກອົບຮົມໃນປີທີ່ຜ່ານມາ ເພື່ອນໍາໄປປັບປຸງ ແລະ ແກ້ໄຂໃນຕໍ່ໜ້າ ແລະ ນໍາສະເໜີຫຼັກສູດເຝິກອົບຮົມ ເຊິ່ງສູນເຝິກອົບຮົມວິຊາຊີບນໍ້າປະປາ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1999 ແລະ ປີ 2004 ລັດຖະບານຝຣັ່ງໄດ້ເຊັນສັນຍາຊ່ວຍເຫຼືອລ້າ ໂດຍຜ່ານອົງການຝຣັ່ງເພື່ອການພັດທະນາ (AFD) ໃນມູນຄ່າ 2,7 ລ້ານເອີໂຣ (ປະມານ 30,42 ຕື້ກີບ) ແລະ ທຶນສົມທົບຂອງລັດຖະບານລາວ 220.000 ເອີໂຣ (ປະມານ 2,47 ຕື້ກີບ).

ໃນປີ 2020 ສູນເຝິກອົບຮົມວິຊາຊີບນໍ້າປະປາ ໄດ້ຈັດເຝິກອົບຮົມ 20 ຄັ້ງ ມີຜູ້ເຂົ້າຮ່ວມເຝິກທັງໝົດ 346 ເທື່ອຄົນ ໃນນັ້ນ ມາຈາກລັດວິສາຫະກິດນໍ້າປະປານະຄອນຫຼວງ 252 ເທື່ອຄົນ ລັດວິສາຫະກິດນໍ້າປະປາບັນດາແຂວງຕ່າງໆ 46 ເທື່ອຄົນ ລັດວິສາຫະກິດກໍ່ສ້າງ ສະໜອງນໍ້າປະປາ ແລະ ສຸຂະພິບານ 7 ເທື່ອຄົນ ພາກສ່ວນພາຍນອກ 41 ເທື່ອຄົນ ສາມາດປະຕິບັດໄດ້ລື່ນແຜນການປະຈໍາປີ ສໍາລັບແຜນການປີ 2021 ສູນເຝິກຈະສຸມໃສ່ການເຝິກໃນຮູບແບບ OJT ໃຫ້ຫຼາຍຂຶ້ນ (ຈໍານວນ 40 ຄັ້ງ) ຕາມແຜນການຈະເຝິກໃຫ້ແກ່ລັດວິສາຫະກິດນໍ້າປະປານະຄອນຫຼວງ 400 ເທື່ອຄົນ ລັດວິສາຫະກິດນໍ້າປະປາບັນດາແຂວງຕ່າງໆ 225 ເທື່ອຄົນ ລັດວິສາຫະກິດກໍ່ສ້າງສະໜອງນໍ້າປະປາ ແລະ ສຸຂະພິບານ 29 ເທື່ອຄົນ ບໍລິສັດພາຍນອກ 3 ເທື່ອຄົນ.

ສໍາລັບສູນເຝິກອົບຮົມວິຊາຊີບນໍ້າປະປາ ມີທີ່ຕັ້ງທຽບເທົ່າພະແນກການໜຶ່ງຂອງລັດວິສາຫະກິດນໍ້າປະປານະຄອນຫຼວງ ມີພາລະບົດບາດໃນການຍົກລະດັບຄວາມຮູ້ ຄວາມສາມາດໃຫ້ແກ່ບຸຄະລາກອນໃນຂະແໜງນໍ້າປະປາ ແລະ ນໍ້າເປື້ອນ ໃຫ້ແກ່ຂະເເໜງນໍ້າປະປາໃນ ສປປ ລາວ ພ້ອມກັນນີ້ ກໍຍັງເປັນການຊ່ວຍບາງແຂວງທີ່ຍັງບໍ່ທັນມີຄວາມພ້ອມໃນການພັດທະນາບຸຄະລາກອນເຂົ້າໃສ່ໃນແຕ່ລະໜ້າວຽກວິຊາສະເພາະ ທັງເປັນການເພີ່ມທະວີຄວາມຮູ້ຄວາມສາມາດ ແລະ ຄວາມຊໍານິຊໍານານງານໃຫ້ສູງຂຶ້ນເປັນກ້າວໆ ພ້ອມດຽວກັນນັ້ນ ກໍເພື່ອໃຫ້ມີວິໄສທັດອັນກວ້າງໄກ ເພື່ອເຮັດໃຫ້ລັດວິສາຫະກິດນໍ້າປະປາທີ່ມີຄຸນນະພາບ ພຽງພໍ ທົ່ວເຖິງ ແລະ ມີຄວາມຍືນຍົງທາງດ້ານການດໍາເນີນທຸລະກິດ ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາບຸຄະລາກອນໃນການເຝິກອົບຮົມໃຫ້ແກ່ຂະແໜງນໍ້າປະປາ ໃຫ້ຮັບຮັບປະກັນທາງດ້ານຄຸນນະພາບ ເພື່ອສະໜອງນໍ້າປະປາຮັບໃຊ້ສັງຄົມໃຫ້ພຽງພໍ ທົ່ວເຖິງ ແລະ ຖືກຕ້ອງຕາມມາດຕະຖານສາກົນ.
# ຂ່າວ & ພາບ : ສີພອນ