ລາວ ແລະ WFP ທົບທວນການຈັດຕັ້ງປະຕິບັດແຜນງານການຮ່ວມມື

    ກອງປະຊຸມທົບທວນການຈັດຕັ້ງປະຕິບັດແຜນງານການຮ່ວມມືລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ອົງການອາຫານໂລກ ປະຈຳປີ 2020 ແລະ ວາງທິດທາງແຜນການ ປະຈຳປີ 2021 ຈັດຂຶ້ນວັນທີ 28 ມັງກອນ 2020 ຢູ່ໂຮງແຮມຄຣາວພລາຊາ ເປັນປະທານຮ່ວມຂອງທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານ ຢານ ເດວແບຣ (Jan Delbaere) ຜູ້ຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວ ມີຫົວໜ້າ ຮອງຫົວໜ້າກົມ ຈາກກະຊວງທີ່ກ່ຽວຂ້ອງ ຜູ້ບໍລິຫານ ແລະ ຜູ້ປະສານງານເຂົ້າຮ່ວມ.

    ທ່ານ ກິແກ້ວ ຈັນທະບູຣີ ກ່າວວ່າ: ແຜນຍຸດທະສາດການຮ່ວມມືລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ອົງການອາຫານໂລກ (WFP) 2017-2021 ໄດ້ສ້າງຂຶ້ນພາຍໃຕ້ກອບແຜນງານການສະໜັບສະໜູນການພັດທະນາຂອງອົງການສະຫະປະຊາຊາດ ຫຼື ເອີ້ນວ່າ UNPF ທີ່ກຳລັງຈັດຕັ້ງປະຕິບັດຢູ່ໃນໄລຍະທ້າຍສະໄໝຂອງແຜນງານການຮ່ວມມືໃນຮອບນີ້ ເຊິ່ງປະກອບມີຢູ່ 4 ຜົນໄດ້ຮັບ ແລະ 7 ແຂວງບູລິມະສິດ.

    ໃນໄລຍະຜ່ານມາ ແຜນງານຍຸດທະສາດການຮ່ວມມືດັ່ງກ່າວ ແມ່ນໄດ້ປະກອບສ່ວນສະໜັບສະໜູນລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 8 ກໍຄືເປົ້າໝາຍການພັດທະນາແບບຍືນຍົງ ໂດຍສະເພາະ (SDG2 ແລະ 17) ໃນການປະຕິບັດວຽກງານຂອງກະຊວງສາລະນະສຸກ ກະຊວງສຶກສາທິການ ແລະ ກີລາ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ກະຊວງກະສິກຳ ແລະ ປ່າໄມ້ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກະຊວງແຜນການ ແລະ ການລົງທຶນ ແລະ ສູນກາງແນວລາວສ້າງຊາດ.

# ຂ່າວ & ພາບ : ຊິລິການດາ

error: Content is protected !!