ນວ ພິຈາລະນາບັນດາເອກະສານສໍາຄັນຕ່າງໆ

    ກອງປະຊມອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 36 ໄດ້ຈັດຂຶ້ນໃນວັນທີ 28-29 ມັງກອນ 2021 ທີ່ຫ້ອງວ່າການປົກຄອງ ນວ ເປັນປະທານໂດຍທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ ມີບັນດາຮອງເຈົ້າຄອງ ຫົວໜ້າຫ້ອງວ່າການ ຫົວໜ້າພະແນກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ພິຈາລະນາ ແລະ ໃຫ້ທິດຊີ້ນໍາກ່ຽວກັບ “ຮ່າງ” ສັນຍາ ລະຫວ່າງອົງການປົກຄອງ ນວ ກັບບໍລິສັດ ກຸ່ມດວງຈະເລີນ ກໍ່ສ້າງຈໍາກັດຜູ້ດຽວ ວ່າດ້ວຍການແກ້ໄຂໜີ້ສິນທີ່ກ່ຽວພັນກັບດິນເຂດສະຫງວນທາງ 450 ປີ ພິຈາລະນາ ແລະ ໃຫ້ທິດຊີ້ນໍາກ່ຽວກັບການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາທີ່ດິນໂຄງການກໍ່ສ້າງທາງຕັດໃໝ່ ແຕ່ບ້ານດອນນົກຂຸ້ມ ຫາ ເສັ້ນທາງ 450 ປີ ແລະ ເສັ້ນທາງເຊື່ອມຕໍ່ບ້ານນາຄວາຍ ຄວາມຍາວ 11 ກິໂລແມັດ ພິຈາລະນາ ແລະ ໃຫ້ທິດຊີ້ນໍາກ່ຽວກັບ “ຮ່າງ” ຂໍ້ຕົກລົງວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ປະຈໍາປີ 2021 ຂອງ ນວ ພິຈາລະນາ ແລະ ໃຫ້ທິດຊີ້ນໍາກ່ຽວກັບຜົນການຄົ້ນຄວ້າວິທະຍາສາດ ກ່ຽວກັບອາກອນຕົວເມືອງ (Citytax) ພິຈາລະນາ ແລະ ໃຫ້ທິດຊີ້ນໍາກ່ຽວກັບບໍລິສັດ ກຣິດຕິພົງ ສະເໜີໃຫ້ຄົ້ນຄວ້າຄືນ ການຈັດຕັ້ງປະຕິບັດມະຕິອົງການປົກຄອງ ນວ ຄັ້ງທີ 32 ກ່ຽວກັບການແກ້ໄຂບັນຫາດິນໂຄງການຕະຫຼາດຂົວດິນ ແລະ ໂຄງການຕະຫຼາດລາວ-ຫວຽດ ພິຈາລະນາ ແລະ ໃຫ້ທິດຊີ້ນໍາກ່ຽວກັບສະພາບພົ້ນເດັ່ນປະຈໍາເດືອນມັງກອນ ແລະ ແຜນວຽກຈຸດສຸມປະຈໍາເດືອນກຸມພາ 2021 ນອກນັ້ນ ໄດ້ຮັບຟັງການລາຍງານກ່ຽວກັບຜົນກະທົບ (ຜົນຮ້າຍ) ຂອງການສູດດົມອາຍແກສ ໝາກປຸມເປົ້າ ແລະ ມາດຕະການຈັດຕັ້ງປະຕິບັດການປ້ອງກັນການລະບາດພະຍາດໂຄວິດ-19.

    ສໍາລັບວັນຕໍ່ມາ ກອງປະຊຸມສືບຕໍ່ພິຈາລະນາ ແລະ ໃຫ້ທິດຊີ້ນໍາກ່ຽວກັບ “ຮ່າງ” ຂໍ້ຕົກລົງ ວ່າດ້ວຍການຮັບຮອງຂອບເຂດ ແລະ ການປະເມີນຫົວໜ່ວຍລາຄາທົດແທນຄ່າເສຍຫາຍໃຫ້ແກ່ຜູ້ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ນວ ໄລຍະທີ 2 ພິຈາລະນາ ແລະ ໃຫ້ທິດຊີ້ນໍາກ່ຽວກັບການປັບປຸງ ມະຕິອົງການປົກຄອງ ນວ ວ່າດ້ວຍການສ້າງ ນວ ໃຫ້ເປັນນະຄອນສະອາດ (ສ ສະອາດ) ພິຈາລະນາ ແລະ ໃຫ້ທິດຊີ້ນໍາກ່ຽວກັບ “ຮ່າງ” ແຜນຍຸດທະສາດ ແລະ ແຜນຈັດຕັ້ງປະຕິບັດການບໍລິຫານຈັດການຂີ້ເຫຍື້ອແບບຍືນຍົງສໍາລັບນະຄອນຫຼວງວຽງຈັນ ພິຈາລະນາ ແລະ ໃຫ້ທິດຊີ້ນໍາກ່ຽວກັບຜົນການກວດກາ ການຈັດຕັ້ງປະຕິບັດໂຄງການກໍ່ສ້າງເຂດ ຂໍສໍາປະທານດ່ານປະເພນີບ້ານຫນອງດາ ເມືອງໂຄດຕະບອງ ນວ ຂອງບໍລິສັດຂາອອກ-ຂາເຂົ້າ ດ່ານປະເພນີ ຈໍາກັດ ພິຈາລະນາ ແລະ ໃຫ້ທິດຊີ້ນໍາກ່ຽວກັບການຂໍອະນຸມັດ ແຜນເຝິກອົບຮົມວຽກງານກວດກາ ປະຈໍາປີ 2020-2021 ແລະ ເອກະສານສໍາຄັນຕ່າງໆຈໍານວນໜຶ່ງ.

# ຂ່າວ & ພາບ : ວຽງມາ

error: Content is protected !!