ເຝິກອົບຮົມຟ້ອນລຳວົງລາວມາດຕະຖານໃຫ້ຄູສອນ 9 ເມືອງ

    ລະຫວ່າງວັນທີ 25-27 ມັງກອນ 2021 ທີ່ໂຮງຮຽນປະຖົມສົມບູນສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ) ຈັດການເຝິກແອບຟ້ອນລຳວົງລາວມາດຕະຖານ ໃຫ້ພະນັກງານຄູ-ອາຈານ ຈາກ 9 ຕົວເມືອງ ໂດຍມີທ່ານນາງ ພະໄທເພັດ ພົນລະມິດ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງນາຊາຍທອງ ທ່ານ ຫົງແກ້ວ ທຳມະວົງ ຫົວໜ້າຂະແໜງພະລະ-ສິລະປະສຶກສາ ພະແນກສຶກສາທິການ ແລະ ກີລາ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ຫົງແກ້ວ ທຳມະວົງ ໄດ້ແຈ້ງໃຫ້ຊາບວ່າ: ຊຸດເຝິກອົບຮົມໃນຄັ້ງນີ້ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 25-27 ມັງກອນ 2021 ໂດຍມີທ່ານນາງ ອາຣັກ ປະຖັມມະວົງ ແລະ ທ່ານ ບຸນສວນ ອິນທະວົງ ໃຫ້ກຽດມາເປັນວິທະຍາກອນໃນການເຝິກອົບຮົມ ເຊິ່ງມີພະນັກງານຄູ-ອາຈານ ມາຈາກ 9 ຕົວເມືອງ ພາຍໃນ ນວ ຈຳນວນ 34 ຄົນ ຍິງ 32 ຄົນ ເຂົ້າຮ່ວມເຝີກອົບຮົມ

    ບົດຮຽນທີ່ນຳມາເຝິກອົບຮົມໃນໄລຍະເວລາ 3 ວັນ ໄດ້ເຝິກແອບວິທີຟ້ອນ 5 ທ່າ ຄື:

    1. ທ່າເຊີນຊວນ

    2. ທ່ານົກແອ່ນເຈີດ

    3. ທ່າຄຽງນາງ ຄຽງຊາຍ

    4. ທ່າຖອຍເພື່ອກ້າວ ແລະ

    5. ທ່າສະລັບພັນປາ

    ພາຍຫຼັງສຳເລັດການເຝິກອົບຮົມ ນັກສໍາມະນາກອນຈະໄດ້ນໍາເອົາບົດຮຽນດັ່ງກ່າວໄປຜັນຂະຫຍາຍຢູ່ໃນເມືອງ ແລະ ໂຮງຮຽນຂອງຕົນໃຫ້ຮຸ່ນສືບທອດ ເພື່ອຮັກສາຮີດຄອງວັດທະນາທໍາອັນດີງາມຂອງຊາດລາວ ຢູ່ຄູ່ຄົນລາວຕະຫຼອດໄປ.

# ຂ່າວ & ພາບ : ບຸນມີ

error: Content is protected !!