ໄຊທານີ ກະກຽມຄວາມພ້ອມແກ່ການເລືອກຕັ້ງ ສສຊ ຊຸດທີ IX ແລະ ສປ ນວ ຊຸດທີ II

    ເມືອງໄຊທານີ ຈັດກອງປະຊຸມເຜີຍແຜ່ເອກະສານເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ (ສປ ນວ) ຊຸດທີ II ຂຶ້ນວັນທີ 27 ມັງກອນ 2021 ຢູ່ສະໂມສອນເມືອງດັ່ງກ່າວ ໂດຍການເຜີຍແຜ່ຂອງທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ ປກຊ-ປກສ ກຸ່ມບ້ານໄຊ ນາຍບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນອ້ອມຂ້າງເຂົ້າຮ່ວມ.

    ທ່ານ ຄໍາປະດິດ ເຂັມມານິດ ກ່າວວ່າ: ເພື່ອປະຕິບັດຕາມແຜນດໍາເນີນງານ ພວກເຮົາຈຶ່ງໄດ້ແບ່ງຄວາມຮັບຜິດຊອບໃຫ້ບັນດາສະຫາຍໃນຄະນະພັກປະຈໍາເມືອງ ຊີ້ນໍາແຕ່ລະກຸ່ມໃຫ້ລົງຈັດຕັ້ງປະຕິບັດເຜີຍແຜ່ເນື້ອໃນເອກະສານກ່ຽວກັບການເລືອກຕັ້ງ ເຊິ່ງໃນນັ້ນ ປະກອບມີ 3 ເອກະສານ ຄື:ມະຕິຂອງກົມການເມືອງສູນກາງພັກ ເລກທີ 118/ກມສພ ວ່າດ້ວຍການເພີ່ມທະວີຊີ້ນໍາ-ນໍາພາຂອງຄະນະພັກ ຕໍ່ການເລືອກຕັ້ງ ສສຊ ຊຸດທີ IX ແລະ ສປ ຂັ້ນແຂວງ ຊຸດທີ II ການເລືອກຕັ້ງ ສສຊ ຊຸດທີ IX ແລະ ສປ ຂັ້ນແຂວງ ຊຸດທີ II ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ເຂົ້າໃນການເລືອກຕັ້ງ ສສຊ ຊຸດທີ IX ແລະ ສປ ຂັ້ນແຂວງ ຊຸດທີ II.

    ສໍາລັບຢູ່ໃນ ນວ ມີປະຊາກອນທັງໝົດ 800.000 ກວ່າຄົນ ໃນນັ້ນ ຜູ້ມີສິດເລືອກຕັ້ງຢູ່ໃນລະດັບ 400.000 – 500.000 ຄົນ ແລະ ມີໜ່ວຍເລືອກຕັ້ງ 828 ໜ່ວຍ ສະເພາະເມືອງໄຊທານີ ມີພົນລະເມືອງ 217.000 ກວ່າຄົນ ຜູ້ມີສິດປ່ອນບັດເລືອກຕັ້ງປະມານ 142.000 ກວ່າຄົນ ແລະ ມີໜ່ວຍເລືອກຕັ້ງ 200 ກວ່າໜ່ວຍ.

    ມາຮອດປັດຈຸບັນ ເມືອງໄຊທານີກໍໄດ້ມີການກະກຽມຄວາມພ້ອມຮອບດ້ານ ໂດຍສະເພາະ ພາຍຫຼັງທີ່ໄດ້ຮັບແຈ້ງການ ພວກເຮົາກໍໄດ້ມີການປັບປຸງນິຕິກໍາເຜີຍແຜ່ ພ້ອມທັງແຕ່ງຕັ້ງບຸຄະລາກອນຮັບຜິດຊອບ ມີການກະກຽມຄະນະຮັບຜິດຊອບໜ່ວຍເລືອກຕັ້ງ ຂັ້ນບ້ານ ຂັ້ນກົມກອງ ພ້ອມດຽວກັນນັ້ນ ກໍມີການກະກຽມແຕ່ງຕັ້ງຄະນະຮັບຜິດຊອບຕິດຕາມຜູ້ທີ່ຈະລົງໂຄສະນາຫາສຽງ ເຊິ່ງເມືອງໄຊທານີ ມີ ສສຊ ລົງສະໝັກ ຈໍານວນ 5 ທ່ານ (ຈາກ ນວ 2 ທ່ານ) ສ່ວນຢູ່ 4 ເມືອງໃນ ມີ 6 ທ່ານ.

    ເພື່ອເຮັດໃຫ້ບັນດາທ່ານໄດ້ຮັບຮູ້ ເຂົ້າໃຈຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບທາງດ້ານເນື້ອໃນເອກະສານ ເປັນເອກະພາບໃນການຈັດຕັ້ງປະຕິບັດຕາມທິດຊີ້ນໍາຂັ້ນເທິງ ແລະ ຮັບປະກັນໃຫ້ແກ່ການເລືອກຕັ້ງໃຫ້ໄດ້ 3 ຮັບປະກັນ ຄື: ຮັບປະກັນໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ເຂົ້າມາໃຊ້ສິດເຕັມ 100% ຮັບປະກັນໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງໃຫ້ບັດຖືກຕ້ອງຕາມລະບຽບກົດໝາຍ 100% ແລະ ຮັບປະກັນໃຫ້ໄດ້ຄວາມສະຫງົບປອດໄພ 100% ເພື່ອປະຕິບັດໃຫ້ໄດ້ຕາມຄາດໝາຍດັ່ງກ່າວ ພວກເຮົາຈະຕ້ອງໄດ້ປະຕິບັດລະບຽບຕາມຂັ້ນຕອນການແນະນໍາຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ລະດັບ ນວ ກໍຄືຂັ້ນເມືອງ ຂັ້ນບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ກໍຄືຜູ້ມີສິດປ່ອນບັດເລືອກຕັ້ງ ໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ.

    ວັນດຽວກັນນີ້ ຄະນະນໍາເມືອງໄຊທານີຍັງໄດ້ລົງເຜີຍແຜ່ເອກະສານດັ່ງກ່າວຢູ່ຫຼາຍຈຸດຂອງເມືອງ ໂດຍສະເພາະ ຢູ່ກຸ່ມຫົວຊຽງ ກຸ່ມຫາດກ້ຽງ ກຸ່ມທ່າງ່ອນ ກຸ່ມເວີນຄໍາ ແລະ ກຸ່ມໂຄກສີວິໄລ ອີກດ້ວຍ.

# ຂ່າວ & ພາບ : ສີພອນ

error: Content is protected !!