
ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຄະນະ ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 6 ເມສາ 2020 ທີ່ສູນປະຕິບັດຄະນະສະເພາະກິດ ຄວບຄຸມພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ວ່າ: ມາຮອດເວລາ 8:30 ໂມງເຊົ້າຂອງວັນທີ 5 ເມສາ 2020 ທົ່ວໂລກ ມີລາຍງານກໍລະນີທັງໝົດ 1,2 ລ້ານກວ່າຄົນ (ເພີ່ມຂຶ້ນ 71.000 ຄົນ ເສຍຊິວິດເພີ່ມຂຶ້ນ 69.000 ກວ່າຄົນ) ແລະ ປີ່ນປົວຫາຍດີ 262.000 ຄົນ (ເພີ່ມຂຶ້ນ 15.000 ຄົນ).
ການເຝົ້າລະວັງ COVID-19 ປະຈຳດ່ານໃນ ສປປ ລາວ ຮອດເວລາ 17:00 ໂມງຂອງວັນທີ 4 ເມສາ 2020 ຕາມດ່ານຊາຍແດນ ແລະ ສະໜາມບິນສາກົນ ວຽກງານຈຸດຜ່ານດ່ານ ມີຈຳນວນຜູ້ເດີນທາງເຂົ້າມາທັງໝົດ 2.830 ຄົນ ຈຳນວນຜູ້ເດີນທາງຜ່ານທາງດ່ານລາວ-ໄທ ທັງໝົດ 2.229 ຄົນ ລາວ-ຈີນ 212 ຄົນ ລາວ-ຫວຽດນາມ 488 ກວ່າຄົນ ບໍ່ພົບຜູ້ມີອາການໄຂ້.
ສຳລັບການເຝົ້າລະວັງ ແລະ ວິເຄາະ ມາຮອດວັນທີ 5 ເມສາ 2020 ໄດ້ມີກໍລະນີສົງໄສເກັບຕົວຢ່າງມາກວດ 17 ຄົນ ໃນນີ້ ນະຄອນຫຼວງວຽງຈັນ 12 ຄົນ ແລະ ຕ່າງແຂວງ 5 ຄົນ ທັງໝົດໄດ້ເກັບຕົວຢ່າງ ແລະ ຜົນກວດ ພົບເຫັນ 1 ຄົນທີ່ມີການຕິດເຊື້ອ ເປັນເພດຍິງ ອາຍຸ 20 ປີ ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນນັກສຶກສາທີ່ເດີນທາງມາຈາກປະເທດອັງກິດ ຜ່ານສະໜາມບິນສຸວັນນະພູມ (ປະເທດໄທ) ຮອດນະຄອນຫຼວງວຽງຈັນ ວັນທີ 23 ມີນາ ຫຼັງຈາກນັ້ນ ວັນທີ 24 ມີນາ ຜູ້ກ່ຽວກໍໄດ້ຈຳກັດບໍລິເວນຢູ່ເຮືອນສ່ວນຕົວຂອງຜູ້ກ່ຽວ ຈົນຮອດວັນທີ 5 ເມສາ ຜູ້ກ່ຽວມີອາການເຈັບຄໍ ເຈັບຫົວ ຫາຍໃຈຍາກ ຈຶ່ງໄດ້ມາກວດຢູ່ໂຮງໝໍມິດຕະພາບ ແລະ ໄດ້ເກັບຕົວຢ່າງມາກວດ ແລະ ພົບວ່າມີການຕິດເຊື້ອ COVID-19 ປັດຈຸບັນແມ່ນໄດ້ນອນປິ່ນປົວແຍກປ່ຽວ ຢູ່ໂຮງໝໍມິດຕະພາບ.
ແນວໃດກໍຕາມ ເລີ່ມແຕ່ວັນທີ 1 ເມສາເປັນຕົ້ນມາ ຄຳສັ່ງເລກທີ 06 ຂອງນາຍົກລັດຖະມົນຕີ ໄດ້ຖືກປະຕິບັດໃນໝູ່ປະຊາຊົນ ໂດຍສະເພາະ 3 ຫຼັກການກັນພະຍາດໂຄວິດ ຄື: ລ້າງມືດ້ວຍສະບູ ຫຼືເຈວ/ເຫຼົ້າລ້າງມື ລ້າງເລື້ອຍໆ ແລະ ລ້າງຖືກວິທີ ຢູ່ຫ່າງກັນ 2 ແມັດຂຶ້ນໄປ ບໍ່ວ່າຢູ່ເຮືອນ ຢູ່ສະຖານທີ່ອື່ນ ເຊັ່ນ ຕະຫຼາດ ຮ້ານຄ້າ ສະຖານທີ່ທາງສາສະໜາ ແລະ ສຳນັກງານຫ້ອງການ ຢູ່ເຮືອນ ບໍ່ອອກໄປບ່ອນສາທາລະນະ ຖ້າບໍ່ຈຳເປັນ ຍິ່ງຈຳກັດຕົນເອງຢູ່ເຮືອນໄດ້ດີເທົ່າໃດ ກໍຍິ່ງຊ່ວຍຫຼຸດຄວາມສ່ຽງການຕິດ ຫຼືກະຈາຍເຊື້ອໄດ້ດີເທົ່ານັ້ນ ແຕ່ຖ້າຕ້ອງອອກໄປຂ້າງນອກ ໝາຍເຖິງທ່ານສ່ຽງຕໍ່ການຕິດເຊື້ອທັນທີ ສະນັ້ນ ໃສ່ຜ້າອັດປາກ-ດັງທຸກຄັ້ງ ໃສ່ຖືກວິທີ ແລະ ຖີ້ມຢ່າງຖືກວິທີ.