ພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ຈາກບັນດາຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດ ທີ່ມາລົງທຶນຢູ່ ສປປ ລາວ ໃຫ້ກັບລັດຖະບານລາວ ນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ໄດ້ມີຂຶ້ນວັນທີ 6 ເມສາ 2020 ທີ່ສຳນັກງານນາຍົກລັດຖະມົນຕີ ໂດຍຕາງໜ້າຮັບຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ.
ພາກສ່ວນທີ່ມາມອບຄັ້ງນີ້ ປະກອບມີ ທ່ານ ລິວ ແມງ ຮ່າ ຜູ້ອຳນວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ມອບເຄື່ອງອຸປະກອນການເຊື່ອມຕໍ່ກອງປະຊຸມທາງໄກ ມູນຄ່າ 2.830.000.000 ກີບ ທ່ານ ບຸນຖັນ ຈິດຕະວົງ ຜູ້ອຳນວຍການຝ່າຍປະຕິບັດການ ເປັນຜູ້ຕາງໜ້າ ບໍລິສັດ ປີໂຕຣລຽມເທຣດດິງລາວ ມະຫາຊົນ ມອບເຄື່ອງຊ່ວຍເຫຼືອອຸປະກອນການແພດ ມູນຄ່າ 1.100.000.000 ກີບ ທ່ານ ຫງວຽນ ວັນບິ່ງ ຫົວໜ້າຫ້ອງການຜູ້ຕາງໜ້າ BIDV ປະຈຳລາວ ຜູ້ອຳນວຍການໃຫຍ່ ທະນາຄານຮ່ວມທຸລະກິດລາວ-ຫວຽດ ມອບເງິນສົດ 50.000 ໂດລາສະຫະລັດ ປະມານ 447 ລ້ານກີບ ແລະ ທ່ານ ຮວງ ສູ ຢຸນ ອຳນວຍການໃຫຍ່ ບໍລິສັດ ອີທີແອລ ຈຳກັດ ມອບເງິນສົດ 400.000.000 ກີບ.