
ພະຍາດໄຂ້ຍຸງລາຍ ຖືວ່າເປັນພະຍາດໜຶ່ງທີ່ສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນໃນແຕ່ລະປີ ເຊິ່ງມີຍຸງລາຍເປັນພາຫະນຳເຊື້ອ ດັ່ງນັ້ນ ເພື່ອເປັນການປ້ອງກັນພະຍາດນີ້ບໍ່ໃຫ້ມີການແຜ່ລະບາດເກີດຂຶ້ນ ທຸກຄົນຄວນເອົາໃຈໃສ່ປ້ອງກັນຕົນເອງ ໂດຍຫຼີກລ່ຽງບໍ່ໃຫ້ຍຸງລາຍກັດ ພ້ອມທັງເອົາໃຈໃສ່ປະຕິບັດຫຼັກການ 5 ປ ເປັນປະຈຳທຸກໆອາທິດ ເພື່ອຕັດວົງຈອນໜອນນ້ຳຍຸງລາຍ.

ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ນັບແຕ່ຕົ້ນເດຶອນມັງກອນ ຫາວັນທີ 3 ເມສາ 2020 ທົ່ວນະຄອນຫຼວງວຽງຈັນ ມີກໍລະນີຕິດເຊື້ອພະຍາດໄຂ້ຍຸງລາຍສະສົມຈຳນວນ 260 ກໍລະນີ ຍິງ 136 ຄົນ ໃນນັ້ນ ເມືອງໄຊທານີ 75 ກໍລະນີ ສັງທອງ 35 ກໍລະນີ ໄຊເສດຖາ 34 ກໍລະນີ ໄຊເສດຖາ 34 ກໍລະນີ ສີສັດຕະນາກ 25 ກໍລະນີ ນາຊາຍທອງ 22 ກໍລະນີ ສີໂຄດຕະບອງ 22 ກໍລະນີ ຫາດຊາຍຟອງ 19 ກໍລະນີ ປາກງື່ມ 15 ກໍລະນີ ແລະ ຈັນທະບູລີ 13 ກໍລະນີ.
ເຖິງວ່າສະພາບພະຍາດໄຂ້ຍຸງລາຍມາຮອດປັດຈຸບັນ ຈະຢູ່ໃນສະພາບປົກກະຕິກໍຕາມ ແຕ່ກໍຂໍໃຫ້ປະຊາຊົນບັນດາເຜົ່າໃນທົ່ວປະເທດ ຕ້ອງເພີ່ມຄວາມເອົາໃຈໃສ່ໃນການປ້ອງກັນພະຍາດດັ່ງກ່າວສືບຕໍ່ໄປເລື້ອຍໆ ສິ່ງສຳຄັນທີ່ພວກເຮົາຄວນເອົາໃຈໃສ່ແມ່ນການປະຕິບັດຕາມຫຼັກການ 5 ປ ທີ່ກະຊວງສາທາລະນະສຸກວາງອອກ ເພື່ອຫຼີກລ່ຽງການເຈັບເປັນຍ້ອນພະຍາດດັ່ງກ່າວ.
ສຳລັບຫຼັກການ 5 ປ ທີ່ທຸກຄົນ ກໍຄືທຸກຄອບຄົວຕ້ອງປະຕິບັດໃຫ້ໄດ້ເປັນປະຈຳນັ້ນ ປະກອບມີ: ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງມາໄຂ່ໃສ່ ປ່ຽນນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້ ນ້ຳຮອງຕີນຕູ້ ຖ້ານຮອງຈອກນ້ຳ ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳ ປັບປຸງການອະນາໄມສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະ ກະປ໋ອງ ຢາງຕີນລົດເກົ່າທີ່ມີນ້ຳຂັງ ປະຕິບັດໃຫ້ເປັນນິໄສປະຈຳທຸກໆອາທິດ ຖ້າເປັນໄຂ້ໃຫ້ໄປພົບແພດໝໍດ່ວນ ຖ້າຫາກທຸກຄົນປະຕິບັດໄດ້ຕາມ 5 ປ ຢ່າງເຂັ້ມງວດ ກໍຈະສາມາດຫຼຸດຜ່ອນ ແລະ ປ້ອງກັນການເຈັບເປັນຈາກພະຍາດດັ່ງກ່າວນີ້ໄດ້.