ນາຍົກ ຊຸກຍູ້ການຜະລິດຢູ່ແຂວງໄຊຍະບູລີ

    ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ພ້ອມ​ຄະ­ນະ ເຄື່ອນ​ໄຫວ​ຢ້ຽມ­ຢາມ​ພື້ນ­ຖານ​ການ​ຜະ­ລິດ ຢູ່​ແຂວງ​ໄຊ​ຍະ​ບູ​ລີ ວັນ​ທີ 3 ມີ­ນາ 2020 ໂດຍ​ໄດ້​ຮັບ​ການ​ຕ້ອນ­ຮັບ​ຈາກ​ທ່ານ ພົງ​ສະ­ຫວັນ ສິດ​ທະ​ວົງ ເຈົ້າ­ແຂວງ​ໄຊ​ຍະ​ບູ​ລີ ພ້ອມ​ດ້ວຍ​ອຳ­ນາດ​ການ​ປົກ­ຄອງ​ແຂວງ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ.

    ໂອ­ກາດ​ນີ້ ກໍ​ໄດ້​ໄປ​ໄປ​ຢ້ຽມ­ຢາມ​ສະ­ຫະ­ກອນ​ສົ່ງ­ເສີມ​ກະ­ສິ­ກຳ​ຢູ່​ເມືອງ​ຫົງ​ສາ ເຊິ່ງ​ສະ­ຫະ­ກອນ​ດັ່ງ­ກ່າວ ສ້າງ­ຕັ້ງ​ຂຶ້ນ​ວັນ​ທີ 20 ກໍ­ລະ­ກົດ 2018 ມີ​ສະ­ມາ­ຊິກ 137 ຄອບ­ຄົວ ມີ​ຄະ­ນະ​ກຳ­ມະ­ການ​ບໍ­ລິ­ຫານ 7 ທ່ານ​ຄະ­ນະ​ກວດ­ກາ 3 ທ່ານ ເປັນ​ຕົວ​ແທນ​ຂອງ​ສະ­ມາ­ຊິກ (ຊາວ­ບ້ານ) ເຊິ່ງ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃນ​ກອງ​ປະ ຊຸມ​ໃຫຍ່​ຂອງ​ສະ­ມາ­ຊິກ ໂດຍ​ບໍ­ລິ­ສັດ​ໄຟ­ຟ້າ​ຫົງ​ສາ​ຈຳ­ກັດ ເປັນ​ຜູ້​ຈັດ​ຕັ້ງ ແລະ ສະ­ໜັບ­ສະ­ໜູນ ກົມ​ພັດ​ທະ ນາ​ຊົນ­ນະ­ບົດ ແລະ ສະ­ຫະ­ກອນ ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ແລະ ໜ່ວຍ​ງານ​ຄຸ້ມ​ຄອງ​ການ​ຍົກ­ຍ້າຍ​ຈັດ​ສັນ​ເປັນ​ທີ່​ປຶກ­ສາ ສະ­ຫະ­ກອນ​ສົ່ງ­ເສີມ​ກະ­ສິ­ກຳ​ເມືອງ​ຫົງ​ສາ ເປັນ​ສະ­ຫະ­ກອນ​ຂະ­ໜາດ​ນ້ອຍ ການ​ດຳ­ເນີນ​ທຸ­ລະ​ກິດ​ຍັງ​ບໍ່​ກວ້າງ­ຂວາງ ທຶນ​ບໍ່​ຫຼາຍ ການ​ຜະ­ລິດ​ຂອງ​ສະ­ມາ­ຊິກ​ຍັງ​ບໍ່​ສາ­ມາດ​ຕອບ​ສະ­ໜອງ​ຄວາມ​ຕ້ອງ­ການ​ຂອງ​ຕະ­ຫຼາດ ແຕ່​ສະ­ຫະ­ກອນ​ກໍ​ມີ​ການ​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ຂຶ້ນ​ເລື້ອຍໆ ດ້ວຍ​ຮູບ​ແບບ​ທີ່​ສະ­ມາ­ຊິກ​ທຸກ​ຄົນ​ເປັນ​ເຈົ້າ​ຂອງ​ສະ­ຫະ­ກອນ ມີ​ການ​ປະ­ກອບ​ຫຸ້ນ​ໃນ​ແຕ່​ລະ​ເດືອນ ມີ​ການ​ວາງ​ແຜນ­ການ​ຜະ­ລິດ​ຮ່ວມ​ກັນ ແຈ້ງ​ຄວາມ​ຕ້ອງ­ການ​ຂອງ​ຕະ­ຫຼາດ ແລະ ຄ້ຳ­ປະ­ກັນ​ລາ­ຄາ​ຜົນ​ຜະ­ລິດ/ຜະ­ລິດ​ຕະ​ພັນ​ໃຫ້​ສະ­ມາ­ຊິກ​ທຸກ​ເດືອນ ສະ­ຫະ­ກອນ​ໄດ້​ສະ­ໜອງ​ປັດ​ໄຈ​ການ​ຜະ­ລິດ​ໃຫ້​ສະ­ມາ­ຊິກ ສະ­ມາ­ຊິກ​ເປັນ​ຜູ້​ຜະ­ລິດ ແລະ ຂາຍ​ຄືນ​ໃຫ້​ສະ­ຫະ­ກອນ ສະ­ຫະ­ກອນ​ເປັນ​ຜູ້​ບໍ­ລິ­ຫານ​ຈັດ­ການ​ດ້ານ​ຄຸນ​ນະ​ພາບ ການ​ປຸງ​ແຕ່ງ ການ​ຫຸ້ມ​ຫໍ່ ແລະ ການ​ຕະ­ຫຼາດ ປັດ­ຈຸ­ບັນ​ສະ­ຫະ­ກອນ​ມີ​ລູກ­ຈ້າງ 4 ຄົນ ແລະ ມີ​ພະ­ນັກ­ງານ​ບໍ­ລິ­ສັດ​ໄຟ­ຟ້າ​ຫົງ​ສາ​ຈຳ­ກັດ 16 ຄົນ ເປັນ​ຜູ້​ອຳ­ນວຍ​ຄວາມ​ສະ­ດວກ.

    ຈາກ​ນັ້ນ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ພ້ອມ​ຄະ­ນະ ກໍ​ໄດ້​ໄປ​ຢ້ຽມ­ຢາມ​ໂຮງ​ໄຟ­ຟ້າ​ພະ­ລັງ­ງານ​ຄວາມ​ຮ້ອນ​ຫົງ​ສາ ທີ່​ມີ​ມູນ​ຄ່າ​ການ​ລົງ­ທຶນ 3.710 ລ້ານ​ໂດ​ລາ​ສະ­ຫະ­ລັດ ອາ­ຍຸ​ສຳ​ປະ­ທານ 25 ປີ (2016-2041) ໃນ​ເນື້ອ­ທີ່ 76,2 ກິ​ໂລ​ຕາ​ແມັດ ມີ​ກຳ­ລັງ​ການ​ຕິດ​ຕັ້ງ 3 ໜ່ວຍ x 626 ເມ​ກາ​ວັດ ກຳ­ລັງ​ການ​ຜະ­ລິດ​ລວມ 1.878 ເມ​ກາ​ວັດ ຈຳ­ໜ່າຍ​ໄຟ­ຟ້າ​ໃຫ້​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ 100 ເມ​ກາ​ວັດ ແລະ ການ​ໄຟ­ຟ້າ​ຝ່າຍ​ຜະ­ລິດ​ແຫ່ງ​ປະ­ເທດ​ໄທ 1.473 ເມ​ກາ​ວັດ ນອກ​ນີ້ ຍັງ​ໄດ້​ໄປ​ຢ້ຽມ­ຢາມ ແລະ ຊຸກ­ຍູ້​ພື້ນ­ຖານ​ການ​ຜະ­ລິດ​ຢູ່​ເມືອງ​ໄຊ​ຍະ​ບູ​ລີ ໂດຍ​ສະ­ເພາະ​ການ​ຜະ­ລິດ​ເຂົ້າ​ສະ­ອາດ​ເປັນ​ສິນ­ຄ້າ​ຢູ່​ບ້ານ​ນາ­ລາ ເຊິ່ງ​ບ້ານ​ດັ່ງ­ກ່າວ​ມີ​ພົນ ລະ​ເມືອງ 744 ຄົນ 142 ຄອບ­ຄົວ ແບ່ງ​ເປັນ 14 ໜ່ວຍ ປະ­ຊາ­ຊົນ​ສ່ວຍ​ຫຼາຍ​ປະ­ກອບ​ອາ­ຊີບ​ຊາວ​ກະ­ສິ­ກອນ ກວມ 60,56% ໃນ​ນີ້ ການ​ປູກ​ເຂົ້າ ແລະ ປູກ​ພືດ​ເປັນ​ສິນ­ຄ້າ​ເປັນ­ຕົ້ນ​ຕໍ ປັດ­ຈຸ­ບັນ​ກຳ­ລັງ​ສຸມ​ໃສ່​ການ​ປູກ​ເຂົ້າ­ນາ­ແຊງ ເຊິ່ງ​ສາ­ມາດ​ຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້ 62,3 ເຮັກ­ຕາ ລື່ນ​ແຜນ­ການ 7,3 ເຮັກ­ຕາ ໂດຍ​ແບ່ງ​ອອກ​ເປັນ 3 ກຸ່ມ ຄື: ກຸ່ມ​ຜະ­ລິດ​ແນວ​ພັນ​ເຂົ້າ ມີ 21 ຄອບ­ຄົວ ເນື້ອ­ທີ່ 19,45 ເຮັກ­ຕາ ເປັນ​ການ​ຜະ­ລິດ​ແນວ​ພັນ​ເຂົ້າ​ລະ­ດູ​ທຳ​ອິດ​ຂອງ​ກຸ່ມ ມີ​ຊື່­ວ່າ​ເຂົ້າ​ຖິ່ນ​ແກ້ວ 17 ຮຸ່ນ 3 ກຸ່ມ​ຜະ­ລິດ​ເຂົ້າ​ສະ­ອາດ​ເພື່ອ​ເປັນ​ສິນ­ຄ້າ ມີ 47 ຄອບ­ຄົວ ເນື້ອ­ທີ່ 38,47 ເຮັກ­ຕາ ແລະ ກຸ່ມ​ທີ່​ປູກ​ເຂົ້າ​ທົ່ວ​ໄປ ທີ່​ບໍ່​ໄດ້​ຮ່ວມ​ໂຄງ­ການ ມີ 39 ຄອບ­ຄົວ ເນື້ອ­ທີ່ 4,38 ເຮັກ­ຕາ.

    ໂອ­ກາດ​ນີ້ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ກໍ​ໄດ້​ມອບ​ທຶນ​ສົມ­ທົບ​ຊ່ອຍ​ຊື້​ອຸ­ປະ­ກອນ​ການ​ຜະ­ລິດ​ເຄື່ອງ​ຄັດ​ເມັດ​ພັນ​ເຂົ້າ​ໃຫ້​ປະ­ຊາ­ຊົນ​ພາຍ​ໃນ​ບ້ານ ຈາກ​ນັ້ນ ກໍ​ໄດ້​ໄປ​ຢ້ຽມ­ຢາມ​ໂຄງ­ການ​ປູກ​ໝາກ​ຖົ່ວ­ເຫຼືອງ ຢູ່​ເມືອງ​ພຽງ ເນື້ອ­ທີ່ 489 ເຮັກ­ຕາ ເປັນ​ການ​ລົງ­ທຶນ​ຂອງ​ນັກ­ທຸ­ລະ­ກິດ​ຈີນ ໃນ​ຮູບ​ແບບ​ເຊົ່າ​ດິນ​ຈາກ​ປະ­ຊາ­ຊົນ ແລະ ນຳ​ໃຊ້​ແຮງ​ງານ​ລາວ 800-1.000 ຄົນ ທັງ​ປູກ ແລະ ເກັບ​ກ່ຽວ ບໍ­ລິ­ສັດ​ຈີນ​ເປັນ​ຜູ້​ສະ­ໜອງ​ທຶນ ແລະ ເຕັກ ນິກ​ໃນ​ການ​ປູກ ເຮັດ​ໃຫ້​ປະ­ຊາ­ຊົນ​ມີ​ລາຍ​ໄດ້​ສະ­ເລ່ຍ 150.000 ກີບ​ຕໍ່​ຄົນ​ຕໍ່​ວັນ.

Leave a Reply

error: Content is protected !!