ໃນວັນທີ 27 ມັງກອນ 2021 ທີ່ໂຮງໝໍມິດຕະພາບ ໄດ້ມີພິທີການສັກຢາວັກແຊັງກັນພະຍາດ COVID-19 ໃຫ້ແກ່ບຸກຄົນທີ່ເປັນກຸ່ມສ່ຽງສູງ ໂດຍສະເພາະແມ່ນພະນັກງານແພດໝໍທີ່ໃກ້ຊິດກັບຜູ້ທີ່ຕິດເຊື້ອພະຍາດດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ແລະ ທ່ານ ຮສຈ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະສະເພາະກິດເພື່ອປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ພະນັກງານແພດໝໍ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ ທ່ານ ຮສຈ ດຣ ບຸນກອງ ສີຫາວົງ ໄດ້ກ່າວວ່າ: ກະຊວງສາທາລະນະສຸກໄດ້ມີການເປີດກວ້າງການສັກວັກແຊັງໃຫ້ແກ່ແພດໝໍຜູ້ທີ່ມີຄວາມສຽງສູງ ທີ່ໄດ້ໃກ້ຊິດກັບຄົນເຈັບທີ່ມີກໍລະນີສົງໄສ ແລະ ຜູ້ຕິດເຊື້ອ COVID-19 ຈະເປັນກຸ່ມທຳອິດທີ່ຈະໄດ້ສັກວັກແຊັງກ່ອນ ເພາະວັກແຊັງທີ່ໄດ້ຮັບການຊ່ວຍເຫຼືອຈາກປະເທດເພື່ອນມິດແມ່ນຍັງມີຈຳນວນຈຳກັດ.

ວັກແຊັງທີ່ໃຊ້ສັກໃນມື້ນີ້ ແມ່ນວັກແຊັງທີ່ໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນ ຈຳນວນ 2000 ໂດສ ຊື່ວ່າ Ver cell ຈາກບໍລິສັດ sinopham ໄດ້ຜ່ານການທົດລອງໃນປະເທດຂອງເພີ່ນ 3 ຮອບ ຄົນເຂົ້າຮ່ວມສັກ 1 ລ້ານຄົນ ເຫັນວ່າໄດ້ຮັບຜົນດີສົມຄວນ ໂດຍສະເພາະແມ່ນກຸ່ມຄົນແພດໜໍ ສະນັ້ນ ໃນວັນທີ 24 ພະຈິກ 2020 ທີມງານຜູ້ຊ່ຽວຊານຂອງໂຮງງານຜະລິດວັກແຊັງນີ້ ພ້ອມດ້ວຍພະນັກງານສະຖານທູດຈີນ ໄດ້ຈັດສໍາມະນາຮ່ວມກັບທີມແພດໝໍຂອງລາວ ເພື່ອແລກປ່ຽນປະສົບການເຊິ່ງກັນ ແລະ ກັນ ແລ້ວໄດ້ມີການຈັດຕັ້ງປະຕິບັດແບບສຸກເສີນໃນກຸ່ມຄົນແພດໝໍ ພະນັກງານຜູ້ເຮັດວຽກຢູ່ຈຸດຜ່ານແດນ ພະນັກງານຢູ່ສູນຈໍາກັດບໍລິເວນ 298 ຄົນ ແລະ ໄດ້ສັກຄົບໄປແລ້ວ 2 ເຂັມ 173 ຄົນ ໃຊ້ວັກແຊັງທັງໝົດ 423 ໂດສ ທັງໝົດບໍ່ມີອາການຜິດປົກກະຕິ ດັ່ງນັ້ນ ເພື່ອນໍາໃຊ້ວັກແຊັງທີ່ມີໃຫ້ເກີດຜົນປະໂຫຍດສູງສຸດກັບແພດໝໍທີ່ມີຄວາມສ່ຽງ ຈຶ່ງໄດ້ສືບຕໍ່ຈັດຕັ້ງການສັກວັກແຊັງໃຫ້ກັບກຸ່ມເປົ້າໝາຍ ຈໍານວນ 320 ທ່ານ ໃນນີ້ ມີແພດໝໍຈາກໂຮງໝໍເສດຖາທິຣາດ 100 ທ່ານ ໂຮງໝໍມະໂຫສົດ 60 ທ່ານ ໂຮງໝໍ 103 ມີ 100 ທ່ານ ໂຮງໝໍ 5 ເມສາ 50 ທ່ານ ແລະ ສູນສະໜອງຢາ ແລະ ອຸປະກອນການແພດ 10 ທ່ານ ໂດຍການສັກວັກແຊັງໄດ້ເປັນ 2 ຈຸດຄື: ຈຸດທີ 1 ຢູ່ໂຮງໝໍເສດຖາທິຣາດ ແລະ ຈຸດທີ 2 ຢູ່ໂຮງໝໍມິດຕະພາບ.



# ຂ່າວ & ພາບ : ອຸເປຂາ