ປັດຈຸບັນ ການລ່າສັດປ່າເພື່ອຂາຍເປັນສີນຄ້າ ແລະ ລ່າເພື່ອນຳມາເປັນອາຫານ ແມ່ນຍັງມີຫຼາຍ ໂດຍ ສະເພາະຢູ່ເຂດປ່າສະຫງວນແຫ່ງຊາດ ແລະ ອຸທິຍານແຫ່ງຊາດທີ່ຍັງຄົງຄວາມອຸດົມສົມບູນຂອງປ່າໄມ້ ການຂາຍສັດປ່າເປັນສີນຄ້ານັ້ນ ພົບເຫັນຫຼາຍແມ່ນຢູ່ຕາມຕະຫຼາດຂາຍເຄື່ອງຕອນເຊົ້າ ແລະ ຕະຫຼາດທົ່ວໄປ ການຂາຍສັດປ່າ ມີທັງການວາງຂາຍແບບເປີດເຜີຍ ແລະ ຊຸກເຊື່ອງໄວ້ ເມື່ອມີຄົນຕ້ອງການຊື້ ກໍເອົາອອກມາໃຫ້ເບິ່ງ ເພື່ອຕໍ່ລອງລາຄາກັນ ໂດຍບໍ່ເກງກົວຕໍ່ລະບຽບກົດໜາຍ.

ອຸທິຍານແຫ່ງຊາດນ້ຳແອດ-ພູເລີຍ ເປັນອີກໜຶ່ງອຸທິຍານທີ່ຍັງຄົງຄວາມອຸດົມສົມບູນຂອງປ່າໄມ້ ແລະ ສັດຊະນິດຕ່າງໆ ຍ້ອນຄວາມອຸດົມສົມບູນດັ່ງກ່າວ ຈຶ່ງເຮັດໃຫ້ມີຄົນເຂົ້າມາບຸກລຸກປ່າຕັດຕົ້ນໄມ້ ແລະ ລ່າສັດປ່າເປັນຈຳນວນຫຼວງຫຼາຍ ນັບແຕ່ຕົ້ນເດືອນທັນວາ 2020 ຫາທ້າຍເດືອນມັງກອນ 2021 ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ແມ່ນຖືກບຸກລຸກໄປແລ້ວຫຼາຍກວ່າ 40 ຄັ້ງ ເຊິ່ງຜູ້ກະທໍາຜິດທີ່ທີມງານກວດກາລາດຕະເວນຕາມເສັ້ນທາງອຸທິຍານຈັບໄດ້ນັ້ນ ສ່ວນໃຫຍ່ແມ່ນປະຊາຊົນ ນອກນີ້ແມ່ນເຈົ້າໜ້າທີ່ຂອງລັດ ແລະ ຄົນຕ່າງປະ ເທດຈໍານວນໜຶ່ງ ໂດຍເຈົ້າໜ້າທີ່ກ່ຽວຂ້ອງໄດ້ລົງໂທດຜູ້ກະທໍາຜິດຕາມລະບຽບການທີ່ກໍານົດໄວ້.

ອຸທິຍານແຫ່ງຊາດ ນ້ຳແອດ-ພູເລີຍ ມີເນື້ອທີ່ທັງໝົດ 410.720 ເຮັກຕາ ກວມເອົາ 10 ເມືອງຂອງ 3 ແຂວງຄື: ແຂວງຫົວພັນ ແຂວງຫຼວງພະບາງ ແລະ ແຂວງຊຽງຂວາງ ມີບ້ານປະຊາຊົນທັງໝົດ 107 ບ້ານ ມີປະຊາກອນອາໄສຢູ່ 35.000 ກວ່າຄົນ ອຸທິຍານດັ່ງກ່າວຍັງມີຄວາມອຸດົມສົມບູນດີ ໂດຍແບ່ງອອກເປັນ 3 ເຂດສໍາຄັນຄື: ເຂດຫວງຫ້າມເດັດຂາດ ເຂດຄຸ້ມຄອງນໍາໃຊ້ ແລະ ເຂດກັນຊົນ ມີສັດກິນຊີ້ນຈຳພວກກິນຊີ້ນທັງໝົດ 19 ຊະນິດ ສັດລ້ຽງລູກດ້ວຍນົມປະມານ 50 ຊະນິດ ແລະ ສັດປີກ 299 ຊະນິດ.

# ຂ່າວ & ພາບ : ຊິລິການດາ