ສື່ມວນຊົນໃຫ້ຄວາມສຳຄັັນຕໍ່ວຽກງານການອະນຸຮັກສັດປ່າ

    ຫຼາຍປີຜ່ານມາ ອົງການອະນຸຮັກສັດປ່າ (WCS) ໄດ້ມີຄວາມພະຍາຍາມໃນການປົກປ້ອງ ແລະ ຄຸ້ມຄອງອຸທິຍານແຫ່ງຊາດນ້ຳແອດ-ພູເລີຍ ເຊິ່ງເປັນອຸທິຍານໜຶ່ງທີ່ໃຫຍ່ຢູ່ທາງພາກເໜືອຂອງ ສປປ ລາວ ມີເນື້ອທີ່ 4 ແສນກວ່າເຮັກຕາ ກວມເອົາ 9 ເມືອງໃນ 3 ແຂວງຄື: ແຂວງຊຽງຂວາງ ແຂວງຫົວພັນ ແລະ ແຂວງຫຼວງພະບາງ ເພື່ອຫຼຸດຜ່ອນການລ່າສັດປ່າ ແລະ ໄພຂົ່ມຂູ່ອື່ນໆ ພ້ອມທັງບັງຄັບໃຊ້ນິຕິກຳ ແລະ ກົດໝາຍເພື່ອເອົາຜິດທາງຄະດີອາຍາຕໍ່ຜູ້ທີ່ລັກລອບລ່າສັດປ່າ ແລະ ຄ້າຂາຍສັດປ່າທີ່ໃກ້ຈະສູນພັນ ມາດຳເນີນຄະດີຕາມກົດໝາຍ.

    ຫຼ້າສຸດ ອົງການອະນຸຮັກສັດປ່າ ໄດ້ຮ່ວມກັບສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດການສຳມະນາໃນ ຫົວຂໍ້ “ການສົ່ງເສີມການມີສ່ວນຮ່ວມຂອງສື່ມວນຊົນ ເຂົ້າໃນວຽກງານການຕ້ານອາດຊະຍາກຳທາງສັດປ່າ” ເຊິ່ງຈັດຂຶ້ນວັນທີ 20-22 ມັງກອນ 2021 ຢູ່ຫ້ອງການຄຸ້ມຄອງອຸທິຍານແຫ່ງຊາດນ້ຳແອດ-ພູເລີຍ ເມືອງຮ້ຽມ ແຂວງຫົວພັນ ໂດຍມີທ່ານ ບຸນເພັງ ພູມສະຫວັດ ຫົວໜ້າຫ້ອງການຄຸ້ມຄອງອຸທິຍານແຫ່ງຊາດນ້ຳແອດ-ພູເລີຍ ທ່ານນາງ ມະໂນລີ ສີສະຫວັນ ຮອງຜູ້ນຳນວຍການອົງການອະນຸຮັກສັດປ່າ ພ້ອມບັນດາສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

# ຂ່າວ & ພາບ : ຊິລິການດາ

error: Content is protected !!