ກຸ່ມພົງສະຫວັນ-ປີໂຕຣເທຣດ ຈັດໂຄງການຄາຣາວານ ປັນນ້ຳໃຈຊ່ວຍເຫຼືອຜູ້ປະສົບໄພໜາວ ປີທີ 10 ໄປຍັງເມືອງຄຳ ແລະ ເມືອງໜອງແຮດ ແຂວງຊຽງຂວາງ ວັນທີ 21-24 ມັງກອນ 2021 ໂດຍມີລົດກະບະນຳຂະບວນ 8 ຄັນ ທີ່ມາຈາກບໍລິສັດ ປີໂຕຣລຽມເທຣດດິງ ລາວ ມະຫາຊົນ ບໍລິສັດ ສິດທີໂລຈິສຕິກ ຈຳກັດ ບໍລິສັດ ຂັວນໃຈການຄ້າ ຈໍາກັດ ແລະ ບໍລິສັດໃນເຄືອພົງສະຫວັນຈຳກັດ ໄດ້ບັນທຸກເຄື່ອງຂອງປັດໄຈຕ່າງໆ ເພື່ອມຸ່ງໜ້າໄປຊ່ວຍເຫຼືອພີ່ນ້ອງຜູ້ປະສົບໄພໜາວ ຕາມກຸ່ມບ້ານເປົ້າໝາຍທີ່ຕອ້ງການຄວາມຊ່ວຍເຫຼືອທາງດ້ານວັດຖຸປັດໄຈໃນການຊ່ວຍບັນເທົາຄວາມໜາວ ຈາກສະພາວະອາກາດທີ່ມີຄວາມໜາວ ໂດຍອຸນຫະພູມລົງຕໍ່າເຖິງ 0 ອົງສາ ທາງເມືອງໜອງແຮດ ແລະ ເມືອງຄໍາ ແຂວງຊຽງຂວາງ ໃນນີ້ ພວກເຮົາໄດ້ນໍາເອົາເຄື່ອງມາຊ່ວຍພີ່ນ້ອງບັນເທົາຄວາມໜາວຄື: ຜ້າຫົ່ມ 1.400 ຜືນ ຖົງຕີນ ຖົງມື ໝວກແລນ ເກີບ ຊຸດເຄື່ອງນຸ່ງກັນໜາວ ແລະ ວັດຖຸປັດໄຈຕ່າງໆ ລວມມູນຄ່າທັງໝົດ 100 ລ້ານກີບ.
ວັນທີ 21-22 ມັງກອນ 2021 ຄະນະພວກເຮົາໄດ້ເດີນທາງສົມທົບ ໂດຍການເປັນກຽດເຂົ້າຮ່ວມໂດຍ ທ່ານ ຈັນເຜີຍ ໄຊຍະວົງ ຫົວໜ້າຫ້ອງວ່າການເມືອງຄຳ ພ້ອມດ້ວຍພະນັກງານຜູ້ປະສານງານຈາກພະແນກແຮງງານ ແລະ ສະຫວັດດີການສັງຄົມເມືອງຄຳ ແລະ ເດີນທາງໄປມອບເຄື່ອງຊ່ວຍເຫຼືອແກ່ປະຊາຊົນໃນໝູ່ບ້ານທຸກຍາກເປົ້າໝາຍຄື: ບ້ານນາພັນ 122 ຄອບຄົວ ສຳພັນໄຊ 191 ຄອບຄົວ ສົບອໍ່ 70 ຄອບຄົວ ນາມວນ-ປຸງບ່ອງ 40 ຄອບຄົວ ນາຫຼວງ 72 ຄອບຄົວ ນາໄຊຊາຍ 113 ຄອບຄົວ ບວມພຽງ 34 ຄອບຄົວ ແລະ ບ້ານທ່າ 106 ຄອບຄົວ ສະເພາະເມືອງຄຳ ລວມມູນຄ່າທັງໝົດທີ່ເປັນເຄື່ອງຂອງປັດໄຈສູ້ໄພໜາວມູນຄ່າ 50 ລ້ານກີບ ກ່ອນກັບຈາກເມືອງຄຳ ທ່ານ ຈັນເຜີຍ ໄຊຍະວົງ ຫົວໜ້າຫ້ອງວ່າການເມືອງຄຳ ຕາງໜ້າໃຫ້ທ່ານເຈົ້າເມືອງຄຳ ໄດ້ມອບໃບກຽດຕິຄຸນໃຫ້ກັບຄະນະພວກເຮົາ ກ່ອນຈະເດີນທາງໄປຍັງເມືອງໜອງແຮດຕໍ່ໄປ.

ວັນທີ 22-23 ມັງກອນ 2021 ຄະນະພວກເຮົາໄດ້ເຂົ້າພົບປະກັບທ່ານ ຄຳແພງ ສີຊົມພູ ເຈົ້າເມືອງໜອງແຮດ ເຊີ່ງໄດ້ໃຫ້ກຽດຕ້ອນຮັບ ແລະ ໄດ້ມອບໃບກຽດຕິຄຸນແກ່ຄະນະພວກເຮົາ ກ່ອນທີ່ຈະອອກເດີນທາງໄປມອບເຄືອງແກ່ປະຊາຊົນໝູ່ບ້ານເປົ້າໝາຍຕໍ່ໄປ ເຊັ່ນດຽວກັບການຊ່ວຍເຫຼືອປະຊາຊົນເຂດເມືອງຄຳ ພວກເຮົາໄດ້ນຳເອົາຜ້າຫົ່ມ ເຄື່ອງນຸ່ງກັນໜາວ ຖົງຕີນ ຖົງມື ໝວກ ແລະ ເກີບ ພ້ອມທັງວັດຖຸສິ່ງຂອງຕ່າງໆໄປມອບໃຫ້ປະຊາຊົນໃນເຂດທຸລະກັນດານຄື: ບ້ານແກ້ວກ່ອງ 38 ຄອບຄົວ ຜາພູ່ 47 ຄອບຄົວ ຜາເພີ 34 ຄອບຄົວ ຖ້ຳຫີບ 70 ຄອບຄົວ ກໍມອນ 37 ຄອບຄົວ ກໍຫາດ 46 ຄອບຄົວ ຍອດຊາວ 32 ຄອບຄົວ ແລະ ບ້ານຜາເມົາ 97 ຄອບຄົວ ສະເພາະເມືອງໜອງແຮດ ລວມມູນຄ່າທັງໝົດທີ່ເປັນເຄື່ອງຂອງປັດໄຈສູ້ໄພໜາວ ມູນຄ່າ 50 ລ້ານກີບ.
ລວມແລ້ວ ຄະບວນຄາຣາວານຄັ້ງນີ້ ໄດ້ໄປຮອດໄປເຖິງປະຊາຊົນຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອຢ່າງແທ້ຈິງເຖິງຈະໜ້ອຍ ແຕ່ຄະນະພວກເຮົາກໍຫວັງວ່າຈະຊ່ວຍບັນເທົາທຸກຈາກໄພໜາວສ່ວນໃດໜື່ງແກ່ພີ່ນ້ອງຜູ້ປະສົບໄພໄດ້ບໍ່ຫຼາຍກໍໜ້ອຍ.
# ຂ່າວ & ພາບ : ຂັນທະວີ