ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຮອບ ປີ 2020 ແລະ ທິດທາງແຜນການຈຸດສຸມ 2021 ຂອງບ້ານນາໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 23 ມັງກອນ 2021 ທີ່ຫ້ອງການບ້ານດັ່ງກ່າວ ໂດຍມີທ່ານ ໄຊຍະເດດ ທາດາວົງ ຄະນະພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງໄຊເສດຖາ ຜູ້ຊີ້ນຳບ້ານນາໄຊ ທ່ານ ນາງ ຈັນເພັງ ສໍພາບມີໄຊ ນາຍບ້ານນາໄຊ ພ້ອມດ້ວຍທ່ານຮອງຫົວໜ້າ ປກສ ກຸ່ມ 3 ເຖົ້າແກ່ແນວໂຮມ ອົງການຈັດຕັ້ງມະຫາຊົນ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.
ທ່ານ ນາງ ຈັນເພັງ ສໍພາບມີໄຊ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບປີ 2020 ແລະ ທິດທາງແຜນການຈຸດສຸມ 2021 ໂດຍໄດ້ຍົກໃຫ້ເຫັນເງື່ອນໄຂ ແລະ ຂໍ້ສະດວກຂອງການພັດທະນາເສດຖະກິດ-ສັງຄົມ ຜົນງານທີ່ພົ້ນເດັ່ນແມ່ນການພັດທະນາພື້ນຖານໂຄງລ່າງ ພາຍໃນບ້ານມີເສັ້ນທາງຮ່ອມ 18 ຮ່ອມເຊື່ອມຕໍ່ກັບ 7 ເສັ້ນ ອໍານາດການປົກຄອງບ້ານໄດ້ປຸກລະດົມພໍ່ແມ່ປະຊາຊົນພາຍໃນບ້ານ ພ້ອມທັງຫົວໜ່ວຍທຸລະກິດ ປະກອບສ່ວນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງເສັ້ນທາງຮ່ອມບ້ານ ແລະ ແສງສະຫວ່າງ ການບູລະນະສ້ອມແປງ ແລະ ພັດທະນາເສັ້ນທາງຮ່ອມບ້ານໃນປີ 2020 ມີ 2 ຄັ້ງ ສົມທົບທຶນກັບປະຊາຊົນພາຍໃນບ້ານ ຖົມທາງຮ່ອມ 4 ຮອດຮ່ອມ 8 ຊື້ຫີນຂົບປົນກັບຊາຍມາຖົມ ແລະ ເອົາລົດມາເກດ ມີຄວາມກວ້າງ 4,5 ແມັດ ຍາວ 450 ແມັດ ລວມມູນຄ່າເຂົ້າໃນການບູລະນະໃນຄັ້ງນີ້ 7.835.000 ກີບ ພິເສດ ສຳເລັດການກໍ່ສ້າງທາງເບຕົງເສີມເຫຼັກ ຮ່ອມ 2 ຊອດຮ່ອມ 4 ( ຫຼັງວັດ) ດ້ວຍທຶນຂອງປະຊາຊົນ ກັບພະອາຈານຢູ່ວັດນາໄຊ ມີຄວາມກ້ວາງ 5 ແມັດ ຄວາມຍາວ 170 ແມັດ ມີຮ່ອງລະບາຍນໍ້າສອງຂ້າງ ລວມມູນຄ່າ 193 ລ້ານກວ່າກີບ.

# ຂ່າວ & ພາບ : ບຸນມີ