ວັນທີ 27 ມັງກອນ 2021 ໂຄງການໂຮມໃຈແກ້ໄຂຄວາມທຸກຍາກ ລະຫວ່າງຄອບຄົວການນຳ ແລະນັກທຸລະກິດລາວ ຮ່ວມກັບສະມາຄົມຊ່ວຍເຫຼືອ ແລະ ບັນເທົາທຸກນະຄອນຫຼວງວຽງຈັນ ແລະ ໜັງສືພິມວຽງຈັນໃໝ່ ໄດ້ຈັດກິດຈະກຳໄປມອບເຄື່ອງນຸ່ງຫົ່ມຕ້ານໄພໜາວ ໃຫ້ປະຊາຊົນຄອບຄົວທີ່ຫຍຸ້ງຍາກ 4 ບ້ານ ກຸ່ມວຽງໄຊ ເມືອງຄຳ ແຂວງຊຽງຂວາງ ປະກອບມີບ້ານໂພສີ ບ້ານນາພຽງ ບ້ານໂພນໄຊ ແລະ ບ້ານໂພນທັນ.
ພິທີມອບຮັບ ຈັດຂຶ້ນທີ່ບ້ານໂພສີ ກ່າວມອບໂດຍທ່ານນາງ ບຸນເພັງ ມູນໂພໄຊ ຄະນະປະທານກິດຕິມະສັກໂຄງການໂຮມໃຈແກ້ໄຂຄວາມທຸກຍາກ ລະຫວ່ງຄວາມຄົວການນຳ ແລະ ນັກທຸລະກິດລາວ ແລະ ກ່າວຮັບໂດຍທ່ານ ໃຈເພັດ ພິມວົງສາ ເຈົ້າເມືອງຄຳ ຈາກນັ້ນ ກໍມອບຕໍ່ໃຫ້ຄະນະພັກກຸ່ມ ແລະ ອຳນາດການປົກຄອງບ້ານ ເພື່ອແຈກຢາຍໃຫ້ປະຊາຊົນ ມີທ່ານນາງ ຂັນທະລີ ແສງສຸລິເດດ ຮອງປະທານບໍລິສັດ ແກ້ວທະວີຄູນ ເພີ່ມພູນຊັບ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ທ່ານນາງ ແກ້ວຊ້ອນ ຈັນທະນາມ ຫົວໜ້າບັນນາທິການໜັງສືພິມວຽງຈັນໃໝ່ ທ່ານ ລຳພົນ ສໍບຸນຍູ້ ປະທານສະມາຄົມຊ່ວຍເຫຼືອ ແລະ ບັນເທົາທຸກນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ແລະ ອຳນາດການປົກຄອງເມືອງຄຳເຂົ້າຮ່ວມ.
ສຳລັບເຄື່ອງທີ່ນຳມາມອບຄັ້ງນີ້ ມີເຄື່ອງນຸ່ງຫົ່ມທີ່ໄດ້ຈາກຜູ້ໃຈບຸນຢູ່ນະຄອນຫຼວງວຽງຈັນ ແລະ ຕ່າງແຂວງທີ່ມາມອບໃຫ້ສະມາຄົມຊ່ວຍເຫຼືອ ແລະ ບັນເທົາທຸກນະຄອນຫຼວງວຽງຈັນ 170 ຖົງ ມູນຄ່າ 11,5 ລ້ານກີບ ເຄື່ອງບໍລິໂພກຈາກໂຄງການໂຮມໃຈແກ້ໄຂຄວາມທຸກຍາກ ລະຫວ່າງຄອບຄົວການນຳ ແລະ ນັກທຸລະກິດລາວມູນຄ່າ 5 ລ້ານກີບ ແລະ ຈາກທ່ານ ນາງ ບຸນເພັງ ມູນໂພໄຊ ມູນຄ່າ 7 ລ້ານກີບ ລວມທັງໝົດເປັນມູນຄ່າປະມານ 23 ລ້ານກີບ.
# ຂ່າວ & ພາບ : ສົມສະຫວັນ