ເປີດນໍາໃຊ້ຖະໜົນໂຊກໄຊ ບ້ານດົງນາໂຊກເໜືອ-ໃຕ້

    ພິທີເປີດນຳໃຊ້ຖະໜົນໂຊກໄຊ ບ້ານດົງນາໂຊກເໜືອ-ໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນວັນທີ 23 ມັງກອນ 2021 ມີພະເຖລານຸເຖລະ ທ່ານ ວິລະສັກ ນາມມຸນຕີ ເຈົ້າເມືອງສີໂຄດຕະບອງ ພ້ອມຄະນະພັກເມືອງ ອໍານາດການປົກຄອງບ້ານອ້ອມຂ້າງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ. 

    ໃນພິທີ ທ່ານ ໄພທູນ ຍອດອຸດົມ ນາຍບ້ານດົງນາໂຊກ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດການກໍ່ສ້າງທາງເບຕົງໃນແຕ່ລະໄລຍະຄື: ໄລຍະທີ 1 ເປັນທາງເບຕົງເສີມເຫຼັກ ເລີ່ມແຕ່ປະຕູໂຂງທາງເຂົ້າວັດໂຊກໄຊດ້ານນອກ ຫາປະຕູໂຂງວັດດ້ານໃນ ເຊິ່ງໄດ້ລົງມືກໍ່ສ້າງວັນທີ 3-7 ມີນາ 2020 ມີຄວາມຍາວທັງໝົດ 105 ແມັດ ກວ້າງ 4,70 ແມັດ ໜາ 15 ຊັງຕີແມັດ ມູນຄ່າການກໍ່ສ້າງທັງໝົດ 70 ລ້ານກີບ ໂດຍໄດ້ຮັບທຶນສົມທົບຈາກຄອບຄົວທ່ານ ຄຳແສນ-ນາງ ວະນິດາ ວິລະວົງ ຮ່ວມກັບຄອບຄົວ ທ່ານ ສິນໄຊ-ນາງ ລັດດາ ສົນບຸດຕະແສນ 40 ລ້ານກີບ ແລະ ປະຊາຊົນພາຍໃນບ້ານ 31 ລ້ານກີບ ຊຳລະຄ່າກໍ່ສ້າງ 100% ແລະ ເປີດນຳໃຊ້ຊົ່ວຄາວ ໄລຍະທີ 2 ເລີ່ມຕົ້ນແຕ່ 3 ແຍກຮ້ານຂາຍເສື້ອຜ້າ ຜ່ານທາງເຂົ້າໂຊກໄຊ ເຖິງວັດຈອມໄຕ ມີຄວາມຍາວ 1.005 ແມັດ ກວ້າງ 4-6 ແມັດ ທາງເສັ້ນດັ່ງກ່າວ ໃນເບື້ອງຕົ້ນແມ່ນຈະເຮັດເປັນທາງປູຢາງສອງຊັ້ນ ມີມູນຄ່າການກໍ່ສ້າງ 5 ຮ້ອຍກວ່າລ້ານ ເປັນທຶນຂອງປະຊາຊົນ 100% ດ້ວຍການເຮັດບຸນຕາມຮີດຄອງປະເພນີຂອງ 2 ວັດ ເພື່ອຮັບປະກັນທາງດ້ານວິຊາການ ອົງການປົກຄອງທັງສອງບ້ານຈຶ່ງໄດ້ປະສານສົມທົບກັບຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງສີໂຄດຕະບອງ ປືກສາຫາລືລາຍລະອຽດຂອງການກໍ່ສ້າງທາງດັ່ງກ່າວ ແລະ ໄດ້ຕົກລົງເຫັນດີເຮັດເປັນທາງເບຕົງເສີມເຫຼັກ ໂດຍໄດ້ແບ່ງອອກເປັນສາມໄລຍະ ຄື: ແຕ່ 3 ແຍກຮ້ານເສື້ອຜ້າ ຫາທາງເຂົ້າວັດໂຊກໄຊ ຄວາມຍາວ 2 ຮ້ອຍກວ່າແມັດ ກວ້າງ 5-6 ແມັດ ໜາ 18 ຊັງຕີແມັດ ມູນຄ່າກໍ່ສ້າງ 449 ລ້ານກວ່າກີບ ໂດຍທຶນທີ່ໄດ້ຈາກຜູ້ສົມທົບໃນເບື້ອງຕົ້ນ ແລະ ການບໍລິຈາກໃນງານບຸນຜ້າປ່າ ທີ່ວັດໂຊກໄຊ ບ້ານດົງນາໂຊກເໜືອ ລວມເປັນເງິນ 192 ລ້ານກວ່າກີບ ເລີ່ມກໍ່ສ້າງໃນວັນທີ 7 ທັນວາ 2020 ແລະ ສຳເລັດໃນວັນທີ 19 ມັງກອນ 2021. 

    ໃນຕໍ່ໜ້າ ອົງການປົກຄອງບ້ານ ຕະຫຼອດຮອດປະຊາຊົນທັງສອງບ້ານ ຈະສືບຕໍ່ລະດົມທຶນໃຫ້ສຳເລັດ 100% ໂດຍການເຮັດບຸນຕາມຮີດຄອງປະເພນີ ເປັນທຶນສ້າງຖະໜົນໂຊກໄຊທີ່ຍັງບໍ່ທັນສຳເລັດ 730 ແມັດ ໃນມູນຄ່າການກໍ່ສ້າງ 1 ຕື້ກີບ ໃຫ້ສຳເລັດໃນປີ 2025 ຕາມແຜນພັດທະນາໂຄງລ່າງເສດຖະກິດສັງຄົມຂອງກອງປະຊຸມຄັ້ງທີ 7 ຂອງອົງຄະນະພັກເມືອງສີໂຄດຕະບອງວາງອອກ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!