ບໍລິສັດ ປີໂຕຣລຽມເທຣດດິງ ລາວ ມະຫາຊົນ ມອບ 1,1 ຕື້ກີບ ປະກອບສ່ວນຕ້ານ COVID-19

     ວັນທີ 6 ເມສາ 2020 ທີ່ສໍານັກງານນາຍົກລັດຖະມົນຕີ ບໍລິສັດ ປີໂຕຣລຽມເທຣດດິງ ລາວ ມະຫາຊົນ ໜື່ງໃນບໍລິສັດໃນເຄືອ ພົງສະຫວັນ ກຣູບ ໄດ້ເຂົ້າມອບມອບເຄື່ອງອຸປະກອນການແພດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ເພື່ອສົມທົບຕ້ານການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ໃຫ້ລັດຖະບານ ກໍຄືຄະນະສະເພາະກິດ ເພື່ອປ້ອງກັນ​ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ປະກອບມີ ຜ້າອັດປາກ ຈຳນວນ 250.​000 ອັນ ນ້ຳຢາ Alcohol 90 ຈຳນວນ 50 ແກັດ ຖົງມືແພດ ຈຳນວນ 50 ແກັດ ປາກະປ່ອງ ຈຳນວນ 240 ແກັດ ໝີ່ສໍາເລັດຮູບ ຈໍານວນ 400 ແກັດ ລວມມູນຄ່າທັງໝົດ 1.100.000.000 ກີບ (1,1 ຕື້ກີບ) ຕາງໜ້າມອບໂດຍ ທ່ານ ບຸນຖັນ ຈິດຕະວົງ ຜູ້ອໍານວຍການຝ່າຍປະຕິບັດການ ເປັນຜູ້ຕາງໜ້າບໍລິສັດ ປີໂຕຣລຽມເທຣດດິງ ລາວ ມະຫາຊົນ ພ້ອມດ້ວຍຄະນະ ແລະ ໃຫ້ກຽດຮັບໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ທັງເປັນຫົວໜ້າສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່.

    ຕະຫຼອດໄລຍະການດຳເນີນທຸລະກິດຂອງບໍລິສັດ ປີໂຕຣລຽມເທຣດດິງ ລາວ ມະຫາຊົນ ມາເປັນເວລາຍາວນານກວ່າ 12 ປີ ຍາມໃດບໍລິສັດກໍມີຄວາມຮັບຜິດຊອບຕໍ່ສັງຄົມສະເໝີມາ ເຊິ່ງວຽກງານນີ້ກໍແມ່ນວຽກງານໜຶ່ງທີ່ນອນຢູ່ໃນພາລະບົດບາດຂອງ ປີໂຕຣເທຣດ ເຊິ່ງໄດ້ໃຫ້ຄວາມສໍາຄັນ ແລະ ໃຫ້ການສະໜັບສະໜູນການເຄື່ອນໄຫວວຽກງານຕ່າງໆຂອງທັງພາກລັດຖະບານ ເອກະຊົນ ແລະ ສັງຄົມມາໂດຍຕະຫຼອດ ຕົກມາໃນຄັ້ງນີ້ ຍ້ອນສະພາບການແຜ່ລະບາດຂອງເຊື້ອພະຍາດ COVID-19 ໄດ້ກະຈາຍເປັນວົງກວ້າງ ແລະ ແຜ່ລາມຢ່າງວ່ອງໄວໄປຫຼາຍປະເທດໃນທົ່ວໂລກ ອັນໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ສະພາບເສດຖະກິດ ແລະ ສຸຂະພາບຂອງປະຊາຊົນໃນທົ່ວໂລກ ລວມທັງຊີວິດ ແລະ ຊັບສິນຂອງປະຊາຊົນລາວບັນດາເຜົ່າ.

    ຕໍ່ໜ້າສະພາບການທີ່ສັງຄົມກໍາລັງກັງວົນ ແລະ ສັບສົນນີ້ ປີໂຕຣເທຣດ ກໍບໍ່ໄດ້ນີ້ງນອນໃຈ ໄດ້ສຸມທຸກຄວາມພະຍາຍາມ ແລະ ຄວາມສາມາດຂອງຕົນເຂົ້າໃນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວພາຍໃນອົງກອນຂອງຕົນເອງຕັ້ງແຕ່ຫົວທີ ແລະ ໄດ້ໃຫ້ຄວາມຮ່ວມມືກັບ ກະຊວງສາທາລະນະສຸກ ໃນການໂຄສະນາ-ປະຊາສໍາພັນ ເພື່ອເຜີຍແຜ່ຄວາມຮູ້ພື້ນຖານຕ່າງໆທີ່ມີປະໂຫຍດກ່ຽວກັບຜົນຮ້າຍ ວິທີການປ້ອງກັນໃຫ້ຫ່າງຈາກການຕິດເຊື້ອ COVID-19 ດັ່ງກ່າວອີກດ້ວຍ.

    ປີໂຕຣເທຣດ ມີຄວາມພູມໃຈທີ່ໄດ້ປະກອບສ່ວນ ແລະ ເປັນສ່ວນໜຶ່ງໃນການສົມທົບທຶນຊຸກຍູ້ ລັດຖະບານ ໃນການເຄື່ອນໄຫວປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ໃນຄັ້ງນີ້ ພວກເຮົາຂໍເປັນກໍາລັງໃຈ ແລະ ຈະຢູ່ຄຽງຂ້າງກັບລັດຖະບານ ແລະ ສັງຄົມລາວ ເພື່ອຮ່ວມມືກັນຕໍ່ສູ້ກັບພະຍາດດັ່ງກ່າວຈົນສຸດຄວາມສາມາດ ເພື່ອພ້ອມກັນຜ່ານຜ່າວິກິດການໃນຄັ້ງນີ້ໃຫ້ໄດ້ໄວທີ່ສຸດ.

error: Content is protected !!