ສ້າງຄວາມເຂົ້າໃຈກ່ຽວກັບການກະກຽມການເລືອກຕັ້ງ ສສຊ ແລະ ສສຂ

       ໃນວັນທີ  26 ມັງກອນ 2021 ທີ່ສະໂມສອນວິທະຍາໄລເຕັກນິກສັບພະວິຊາ ໄດ້ຈັດກອງປະຊຸມເຝິກອົບຮົມໃຫ້ພະນັກງານຫຼັກແຫຼ່ງທົ່ວເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເພື່ອເຜີຍແຜ່ເອກະສານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II (ສສຂ) ໂດຍການເປັນປະທານຂອງທ່ານ ເດດສົງຄາມ ທຳມະວົງ ເຈົ້າເມືອງສີສັດຕະນາກ ມີຮອງປະທານສະພາປະຊາຊົນ ນວ ຄະນະກຳມະການເລືອກຕັ້ງຂັ້ນເມືອງ ອົງການປົກຄອງບ້ານ ພ້ອມພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

      ກອງປະຊຸມໄດ້ເຊື່ອມຊຶມມະຕິວ່າດ້ວຍການເພີ່ມທະວີການຊີ້ນໍາໆພາຂອງຄະນະພັກ ຕໍ່ການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II (2021-2026) ເອກະສານການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ຢູ່ເມືອງສີສັດຕະນາກ ເອກະສານເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ເຂົ້າໃນການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ຢູ່ເມືອງສີສັດຕະນາກ ນອກຈາກນີ້ ກອງປະຊຸມໄດ້ເຜີຍແຜ່ບັນດາເອກະສານອື່ນໆຈໍານວນໜຶ່ງ ພ້ອມນັ້ນ ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄໍາເຫັນ ແລະ ປຶກສາຫາລືເພື່ອຄວາມເປັນເອກະພາບ ໃນຕອນທ້າຍ ປະທານກອງປະຊຸມມີຄໍາເຫັນສະຫຼຸບ ພ້ອມກ່າວປິດກອງປະຊຸມ.

    # ຂ່າວ & ພາບ : ອຸເປຂາ

error: Content is protected !!