ມື້ນີ້ ຂໍເວຫົວຂໍ້ໄປຫາເລື່ອງບົດຮຽນການຄວບຄຸມກັນຊາ-ຢາສູບ ຢູ່ບາງປະເທດ ເຊັ່ນ:
ທີ່ສະຫະລັດອາເມຣິກາ: ໜັງສືພິມຜູ້ແທນປະຊາຊົນ ສະບັບທີ 719 ວັນທີ 5-8 ທັນວາ 2020 ໂດຍອ້າງຕາມແຫຼ່ງຂ່າວ AP ໄດ້ໃຫ້ຮູ້ວ່າ ສະພາຜູ້ແທນລາຊະດອນ ສະຫະລັດອາເມຣິກາ ໄດ້ມີມະຕິເຫັນດີຕໍ່ຮ່າງກົດໝາຍ ວ່າດ້ວຍກັນຊາ ຖືກກົດໝາຍ ເພື່ອກຽມລຶບກັນຊາອອກຈາກບັນຊີຢາເສບຕິດປະເພດຮ້າຍແຮງລະດັບກ່ຽວກັບເຮໂລອິນ ແລະ ໂຄເຄນ ຮ່າງກົດໝາຍນີ້ ໄດ້ກຳນົດນະໂຍບາຍຜ່ອນຜັນການປູກ ການບໍລິໂພກກັນຊາຕະຫຼອດຮອດການກຳນົດອັດຕາພາສີສຳລັບຜູ້ຄ້າຂາຍກັນຊາ ຊຶ່ງສອດຄ່ອງກັບກົດ ໝາຍຂອງຫຼາຍໆລັດທີ່ໄດ້ອະນຸຍາດໃຫ້ບໍລິໂພກກັນຊາເພື່ອຄວາມຜ່ອນຄາຍ ກ່ອນໜ້ານັ້ນ ຄະນະກຳມະການການຄ້າສານເສບຕິດຂອງອົງການສະຫະປະຊາຊາດ ໄດ້ມີມະຕິສຽງສ່ວນຫຼາຍ (27 ຕໍ່ 25 ສຽງເຫັນດີລຶບກັນຊາອອກຈາກບັນຊີ ໝວດ 4 ຂອງອະນຸສັນຍາ ວ່າດ້ວຍຢາເສບຕິດໃຫ້ໂທດ ສະບັບປີ 1961 ອະນຸສັນຍາສະບັນດັ່ງກ່າວ ໄດ້ຈັດລະດັບຄວາມຮ້າຍແຮງເປັນອັນຕະລາຍຂອງກັນຊາທຽບເທົ່າກັບເຮໂຣອິນ ນີ້ກໍເປັນສ່ວນໜຶ່ງທີ່ກະຕຸກຊຸກຍູ້ໃຫ້ສາພາຜູ້ແທນລາຊະດອນ ສະຫະລັດອາເມຣິກາ ຕົກລົງເຫັນດີຕໍ່ກົດໝາຍ ວ່າດ້ວຍກັນຊາຖືກກົດໝາຍ.

ທີ່ ສປປ ເກົາຫຼີ: ຂ່າວຕ່າງປະເທດໃນຕົ້ນເດືອນພະຈິກ 2020 ໃຫ້ຮູ້ວ່າ ສະພາປະຊາຊົນສູງສຸດ ສປປ ເກົາຫຼີ ໄດ້ອອກກົດໝາຍຫ້າມສູບຢາຕາມສະຖານທີ່ສາທາລະນະຈຳນວນໜຶ່ງ ແນໃສ່ສ້າງສະພາບແວດລ້ອມທີ່ດີຕໍ່ການດຳລົງຊີວິດທີ່ບໍລິສຸດ ແລະ ປອດໄພ ເພື່ອປົກປ້ອງຊີວິດ ແລະ ສຸຂະພາບຂອງພົນລະເມືອງຂອງປະເທດ ກົດໝາຍສະບັບນີ້ ເຮັດໜ້າທີ່ຄວບຄຸມຂອດການຜະລິດ ແລະ ການຈຳໜ່າຍຢາສູບ ສະຖານທີ່ສາທາລະນະທີ່ເກືອດຫ້າມການສູບຢາ ນັ້ນ ລວມມີສູນເຝິກອົບຮົມການເມືອງ ໂຮງຮູບເງົາ ໂຮງລະຄອນ ສູນການແພດ ແລະ ຕາມສະຖານທີ່ເຮັດວຽກຂອງໜ່ວຍງານສາທາລະນະສຸກ ສະຖິຕິໃນປີ 2013 ຂອງອົງການອະນາໄມໂລກຊີ້ອອກວ່າ ຈຳນວນຄົນສູບຢາຢູ່ ສປປ ເກົາຫຼີ ນັ້ນ ມີສູງເຖິງ 43,9% ຂອງພົນລະເມືອງທັງໝົດໃນປະເທດ.

ທີ່ ນິວຊີແລນ (ນູແວນເຊລັງ) ຂ່າວນີ້ອ່າວແປກທີ່ບອກວ່າ ໃນຕົ້ນເດືອນກັນຍາ 2020 ປະເທດນິວຊີແລນ ໄດ້ຜ່ານຮ່າງກົດໝາຍຄວບຄຸມຜະລິດຕະພັນທີ່ບໍ່ມີຄວັນທີ່ສາມາດໃຊ້ທົດແທນຢາສູບທີ່ມີຄວັນໄດ້ ຜະລິດຕະພັນປາສະຈາກຄວັນທີ່ໃຊ້ແທນຢາສູບນີ້ ກໍຍັງມີຄວາມສ່ຽງຢູ່ແຕ່ໜ້ອຍກວ່າຢາສູບເຖິງ 95% ຈຸດ ປະສົງຕົ້ນຕໍຂອງກົດໝາຍນີ້ ແມ່ນເພື່ອຊ່ວຍເຫຼືອຜູ້ທີ່ຕ້ອງການເລີກສູບຢາຢ່າງຖາວອນ ແລະ ຊ່ວຍກະຕຸ້ນ ໃຫ້ໄວໜຸ່ມຫ່າງໄກຢາສູບທີ່ເປັນອັນຕະລາຍຕໍ່ສຸຂະພາບ ຂ່າວບໍ່ໄດ້ບອກວ່າ ຜະລິດຕະພັນປາສະຈາກຄວັນນັ້ນ ມີສ່ວນປະກອບຫຍັງແດ່ ແຕ່ຜູ້ຂຽນເຊື່ອວ່າຄົງມີສ່ວນປະກອບຂອງຢາສູບນຳ ແຕ່ບໍ່ແມ່ນປະເພດຈູດສູບ ອາດເປັນປະເພດສູບເອົາກິ່ນ ຫຼື ໃຊ້ອົມ ຜະລິດຕະພັນທີ່ວ່ານີ້ມີຢູ່ 2 ແບບ ແບບທີໜຶ່ງ ທີ່ມີລົດຊາດໃບຢາສູບ ລົດຊາດຜັກຫອມຫໍ້ ແລະ ລົດຊາດເຢັນນັ້ນ ອະນຸຍາດໃຫ້ຂາຍໄດ້ຕາມຮ້ານຂາຍຍ່ອຍທົ່ວໄປຕາມປ້ຳນ້ຳມັນ ແລະ ຮ້ານສະດວກຊື້ ສ່ວນແບບທີສອງ ທີ່ມີລົດຊາດອື່ນໆນັ້ນ ອະນຸຍາດໃຫ້ຈຳໜ່າຍໄດ້ຢູ່ຮ້ານຂາຍຍ່ອຍສະເພາະ ຂາຍທາງອອນລາຍ ທາງເວັບໄຊຂອງຜູ້ຜະລິດໂດຍກົງ.