ກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງ ຄັ້ງທີ 1 ສະໄໝທີ III

    ກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງ ຄັ້ງທີ 1 ສະໄໝທີ III ຂອງຄະນະບໍລິຫານງານພັກ ກະຊວງການເງິນ ຈັດຂຶ້ນວັນທີ 26-27 ມັງກອນ 2021 ຢູ່ກົມສ່ວຍສາອາກອນ ກະຊວງການເງິນ ໂດຍມີສະຫາຍ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ສະຫາຍ ບຸນໂຈມ ອຸບົນປະເສີດ ເລຂາຄະນະພັກ ຮອງລັດຖະມົນຕີກະຊວງການເງິນ ບັນດາສະຫາຍຄະນະບໍລິຫານງານພັກກະຊວງ ຄະນະພັກຮາກຖານ ຄະນະໜ່ວຍພັກຮາກຖານ ແລະ ຄະນະໜ່ວຍພັກຂຶ້ນກັບຄະນະພັກຮາກຖານອ້ອມຂ້າງກະຊວງ ການເງິນ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ສະຫາຍ ບຸນໂຈມ ອຸບົນປະເສີດ ກ່າວວ່າ: ທົ່ວຂະແໜງການເງິນພວກເຮົາ ພວມຕັ້ງໜ້າຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງການເງິນ ທີ່ກຳລັງສຸມໃສ່ຈັດຕັ້ງ ປະຕິບັດແຜນງົບປະມານແຫ່ງລັດ ຕົ້ນປີ 2021 ໃຫ້ໄດ້ຄາດໝາຍ ແລະ ລື່ນຄາດໝາຍທີ່ວາງໄວ້ຢ່າງເຄັ່ງ ຮ້ອນພໍສົມຄວນ ພ້ອມນີ້ ກໍຕ້ອງນຳພາ ຊີ້ນຳຢ່າງໃກ້ຊິດ ແລະ ເຮັດເປັນປະຈຳຢ່າງຕໍ່ເນື່ອງ ໃນການລົງ ຊຸກຍູ້ເກັບລາຍຮັບເພື່ອບໍ່ໃຫ້ຊັກຊ້າ ແລະ ບໍ່ລໍຖ້າຮອດທ້າຍປີຈຶ່ງເລັ່ງທວງໃນການເກັບລາຍຮັບ.

    ຈຸດປະສົງໃນການດຳເນີນກອງປະຊຸມຄັ້ງນີ້ ພວກເຮົາຈະພ້ອມກັນສຸມໃສ່ປຶກສາຫາລືບັນດາວຽກງານ ສຳຄັນອັນຮີບດ່ວນໃນປີ 2021 ເຊິ່ງຈະໄດ້ສະເໜີບັນດາເອກະສານສໍາຄັນຄື: ແຜນການປະຕິຮູບ ແລະ ພັດທະນາຂະແໜງການເງິນ ສໍາລັບປີ 2021 ແຜນງານໂຄງການຫັນເປັນທັນສະໄໝຂະແໜງການເງິນ ປີ 2021 ຮ່າງແຜນງານການປະຕິຮູບລະບົບການຈັດຕັ້ງ ແລະ ພັດທະນາບຸຄະລາກອນຂອງຂະແໜງການເງິນ ປີ 2021 ແລະ ຜ່ານພາລະບົດບາດຂອງ 3 ຂະແໜງສາຍຕັ້ງ ຮ່າງແຜນວຽກການພັດທະນາບຸຄະລາກອນຂອງຂະແໜງການເງິນ ແລະ ຮ່າງແຜນວຽກກວດກາພັກ ກວດກາລັດ ຕ້ານການສໍ້ລາດບັງຫຼວງ ແລະ ແກ້ໄຂຜົນການກວດກາຂອງຂະແໜງການເງິນ.

    ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 2 ວັນ ພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າ ແລະ  ແລກປ່ຽນປະ ກອບຄໍາຄິດຄໍາເຫັນຕໍ່ບາງບັນຫາ ແລະ ບາງເອກະສານທີ່ສໍາຄັນດັ່ງທີ່ໄດ້ກ່າວມາຂ້າງເທິງນັ້ນ ໃຫ້ສອດ ຄ່ອງກັບສະພາບຄວາມເປັນຈິງຂອງຂະແໜງການເງິນໃນໄລຍະໃໝ່ ເພື່ອຍົກສູງຄວາມຮັບຜິດຊອບຂອງ ບັນດາສະຫາຍຄະນະພັກ ຄະນະນຳແຕ່ລະຂັ້ນ ພ້ອມກັນນັ້ນ ກໍຈະໄດ້ເຜີຍແຜ່ເອກະສານທີ່ສຳຄັນຈຳນວນໜຶ່ງ ເພື່ອຮັກສາໄດ້ບົດບາດການນຳພາຂອງພັກ ແລະ ຮັກສາຄວາມສາມັກຄີເປັນເອກະພາບພາຍໃນພັກ ຂອງພວກ ເຮົາ ເຮັດໃຫ້ຄະນະພັກ ຄະນະນຳແຕ່ລະຂັ້ນ ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ມີຄວາມເປັນແບບຢ່າງ ນຳໜ້າໃຫ້ແກ່ມະຫາຊົນ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ການຈັດຕັ້ງພັກ-ລັດ ໄດ້ມອບໝາຍໃຫ້ ແລະ ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

        ຫຼັງຈາກນັ້ນ ໃນຕອນທ້າຍຂອງກອງປະຊຸມ ຈະໄດ້ພ້ອມກັນສະຫຼຸບຕີລາຄາຜົນຂອງການດຳເນີນກອງ ປະຊຸມຄະນະບໍລິຫານງານພັກເປີດກວ້າງ ຄັ້ງທີ 1 ສະໄໝທີ III ເພື່ອສັງລວມລາຍງານໃຫ້ຄະນະພັກຂັ້ນເທິງ ຮັບຊາບ ແລະ ມີທິດຊີ້ນຳໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ພາຍຫຼັງກອງປະຊຸມເປີດກວ້າງຄັ້ງນີ້ສຳເລັດລົງ ພວກເຮົາຈະໄດ້ພ້ອມກັນເອົາໃຈໃສ່ຢ່າງຕັ້ງໜ້າ ໃນການຜັນຂະຫຍາຍມະຕິຕ່າງໆທີ່ພັກ-ລັດ ໄດ້ວາງອອກ ເພື່ອພ້ອມກັນຕັດສິນໃຈສຸມໃສ່ຈັດຕັ້ງປະຕິບັດທຸກໆໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ໃຫ້ມີປະສິດທິຜົນສູງ ກວ່າເກົ່າ ແລະ ມີຜົນສຳເລັດຕາມຄາດໝາຍ ແລະ ລື່ນຄາດໝາຍ.

    # ຂ່າວ & ພາບ : ສີພອນ

error: Content is protected !!