ໃຜທີ່ມັກຮັບປະທານອາຫານຄ້າງຄືນ ຫຼືອຸ່ນຊ້ຳເລື້ອຍໆ ຕ້ອງລະວັງອັນຕະລາຍອັນໃດຫຼືບໍ່ ? ສ່ຽງພະຍາດມະເຮັງຢ່າງທີ່ເຄິຍໄດ້ຍິນກັນມາ ຫຼືບໍ່ ? ຜູ້ຂຽນມີຄຳຕອບມາຝາກກັນ

ອາຫານຄ້າງຄືນ-ອຸ່ນຊ້ຳ ສ່ຽງ “ມະເຮັງ” ຫຼືບໍ່ ?
ຕາມທີ່ມີການເຜີຍແຜ່ຂໍ້ມູນ ກິນອາຫານຄ້າງຄືນກັບມາອຸ່ນຊ້ຳ ສ່ຽງເປັນມະເຮັງນັ້ນ ການຮັບປະທານອາຫານຄ້າງຄືນແລະ ກັບມາອຸ່ນຊ້ຳ ບໍ່ກ່ຽວຂ້ອງກັບການເກີດພະຍາດມະເຮັງ ແຕ່ອັນຕະລາຍອາດເກີດຈາກການເກັບຮັກສາທີ່ບໍ່ຖືກວິທີ ເຊັ່ນ ມ້ຽນໃນຕູ້ເຢັນທີ່ມີຄວາມເຢັນບໍ່ພຽງພໍ ເຮັດໃຫ້ມີເຊື້ອຈຸລິນຊີຈະເລີນເຕີບໂຕຈົນສ້າງສານພິດຂຶ້ນມາ ເມື່ອກິນອາຫານເຫຼົ່ານັ້ນເຂົ້າໄປ ກໍຈະມີຜົນຕໍ່ລະບົບທາງເດີນອາຫານໄດ້ ນອກຈາກນີ້ ອາຫານທີ່ເຮັດປະໄວ້ນານ ແລະ ມີການອຸ່ນຊ້ຳ ອາດເຮັດໃຫ້ຄຸນຄ່າທາງໂພຊະນາການຫຼຸດລົງ ລວມເຖິງມີລົດຊາດປ່ຽນໄປ.
ການຮັບປະທານອາຫານທີ່ຄ້າງຄືນ ແລະ ກັບມາອຸ່ນຊ້ຳ ຄວນຄຳນຶງເຖິງອຸນຫະພູມຂອງການເກັບຮັກສາ ແລະ ການອຸ່ນດ້ວຍຄວາມຮ້ອນຢ່າງທົ່ວເຖິງ ເພື່ອປ້ອງກັນການປົນເປື້ອນຂອງຈຸລິນຊີ ແລະ ເພື່ອຫຼຸດຄວາມສ່ຽງພະຍາດທີ່ກ່ຽວຂ້ອງກັບລະບົບທາງເດີນອາຫານ ເຊັ່ນ: ຖ່າຍຍາກ ຖອກທ້ອງ ເປັນຕົ້ນ.
ເພື່ອໃຫ້ໄດ້ປະໂຫຍດສູງສຸດ ຄວນຮັບປະທານອາຫານທີ່ສົດໃໝ່ ບໍ່ປົນເປື້ອນສານກໍ່ມະເຮັງ ແລະ ຫຼີກລ່ຽງການຮັບປະທານອາຫານສຸກໆ ດິບໆ ຕະຫຼອດຈົນຮູ້ວິທີເກັບຮັກສາອາຫານເປັນຢ່າງດີ ມ້ຽນໃນພາຊະນະທີ່ປິດຝາສະໜິດ ມ້ຽນໃນຕູ້ເຢັນທີ່ມີອຸນຫະພູມບໍ່ສູງເກີນກວ່າ 5-7 ອົງສາເຊ ແລະ ບໍ່ຄວນອຸ່ນອາຫານຮັບປະທານເກີນ 2 ເທື່ອ ຫາກເກີນກວ່ານັ້ນແລ້ວຍັງຮັບປະທານບໍ່ໝົດ ແນະນຳໃຫ້ຖິ້ມໄປເລີຍຈະດີກວ່າ.