“SAMSUNG” ເປິດຕົວສະມາດໂຟນຮຸ່ນ​ໃໝ່ ສະເປັກແຮງ ແຕ່ລາຄາເຂົ້າເຖິງໄດ້

     ຊໍາຊຸງ (SAMSUNG) ເປິດຕົວສະມາດໂຟນຮຸ່ນ​ໃໝ່ Galaxy S21 ພ້ອມກັນ 3 ຮຸ່ນ ໃນງານເປີດຕົວເມື່ອວັນພະຫັດ​ທີ່​ຜ່ານ​ມາ ​ເຊີດຊູສັກກະ​ຍະພາບຂອງສະມາດໂຟນທີ່ກ້າວໜ້າຂຶ້ນ ທັງໜ້າຈໍໃຫຍ່ຂຶ້ນ ກ້ອງຄົມແຈ້ງຖ່ານສາກທົນທານຍາວນານ ຂະນະທີ່ປັບຫຼຸດລາຄາລົງມາ ເພື່ອຊ່ວຍເຫຼືອຜູ້ຄົນທົ່ວໂລກທີ່ໄດ້ຮັບຄວາມເດືອດຮ້ອນດ້ານເສດຖະກິດຈາກວິກິດໂຄວິດ ຕາມລາຍງານຂອງ Associated Press.

    ສະມາດໂຟນຮຸ່ນ​ໃໝ່ Galaxy S21 ທັງ 3 ຮຸ່ນນີ້ ລາຄາຫຼດຕ່ຳລົງກວ່າປີກ່ອນ 7-20% ຈາກທີ່ຕົ້ນທຶນການຜະລິດສະມາດໂຟນທີ່ຮອງຮັບລະບົບເຄືອຂ່າຍ 5G ມີລາຄາຫຼຸດລົງໃນ​ໄລຍະທີ່ຜ່ານມາ ແລະ ຄວາມຕັ້ງໃຈຂອງຊໍາຊຸງ ໃນການຜະລິດສະມາດໂຟນທີ່ລາຄາເຂົ້າ​ເຖິງໄດ້ໃນທຸກກຸ່ມລູກຄ້າ.

ໂດຍ Galaxy S21 ລາຄາເລີ່ມຕົ້ນທີ່ 800 ​ໂດລາສະຫະລັດ (7.469.496 ກີບ) ຫຼຸດລົງປະມານ 20% ຈາກຮຸ່ນໃໝ່ທີ່ຈຳໜ່າຍໃນປີກ່ອນ ສ່ວນຮຸ່ນກາງ Galaxy S21 Plus ລາຄາ 1.000 ​ໂດ​ລາ​ສະຫະລັດ (9.341.840 ກີບ) ຫຼຸດລົງ 17% ຈາກຮຸ່ນ S20 ໃນລະດັບເທົ່າກັນ ແລະ Galaxy S21 Ultra ​ເຊິ່ງຈະເປັນສະມາດໂຟນຕະກູນ S ຮຸ່ນທໍາ​ອິດທີ່ສາມາດໃຊ້ປາກກາ Samsung pen ​ເຊິ່ງໃຊ້ກັບ Galaxy Note ໄດ້ ຈຳໜ່າຍໃນລາຄາ 1.300 ​ໂດ​ລາສະຫະລັດ (12.144.392 ກີບ) ຫຼຸດລົງ 100 ​ໂດ​ລາ ຈາກຮຸ່ນ S20 ທີ່ເປິດຕົວປີກ່ອນ ແລະ ພ້ອມຈຳໜ່າຍວັນ​ທີ 29 ມັງກອນນີ້.

    ບໍ່​ເທົ່າໃດປີມານີ້ ຜູ້ຜະລິດສະມາດໂຟນ  ຕ່າງປັບຫຼຸດລາຄາສະມາດໂຟນຮຸ່ນ​ໃໝ່ໃຫ້ຜູ້ບໍລິໂພກເຂົ້າ​ເຖິງໄດ້ ກ່ອນໜ້ານີ້ ແອັບເປິລ ເປີດຕົວໄອໂຟນຮຸນໃໝ່ສະມາດໂຟນໃນຫຼາຍ​ລະດັບລາຄາ ແລະ ຊໍາ​ຊຸງເປັນຍີ່​ຫໍ້​ຫຼ້າສຸດທີ່ຕາມກະແສນີ້ ຈາກທີ່ຍອດຂາຍ Galaxy S20 ທີ່ເປີດຕົວເມື່ອປີກ່ອນຫຼຸດລົງ​ເຖິງ 29% ​ເຮັດໃຫ້ຊໍາຊຸງຫຼົ່ນຈາກບັນລັງຍອດຂາຍສະມາດໂຟນຫຼາຍທີ່ສຸດໃນໂລກໄປ​ໄລຍະໜຶ່ງ.

error: Content is protected !!