ທົບທວນຄືນ ການຈັດຕັ້ງປະຕິບັດວຽກງານການປັບປຸງຂັ້ນຕອນການເລີ່ມຕົ້ນທຸລະກິດ

    ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບບໍລິສັດ Jacobs Cordova & Associates (JC&A) ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ (LCT Project) ໄດ້ຈັດກອງປະຊຸມທົບທວນຄືນ ການຈັດຕັ້ງປະຕິບັດວຽກງານການປັບປຸງຂັ້ນຕອນການເລີ່ມຕົ້ນທຸລະກິດ ແລະ ການປັບປຸງ ເຜີຍແຜ່ການອອກໃບອະນຸຍາດດໍາເນີນທຸລະກິດຂຶ້ນ ໃນວັນທີ 21 ມັງກອນ 2021 ທີ່ໂຮງແຮມຄຣາວພາຊາ ເປັນປະທານຂອງ ທ່ານ ອະພິສິດ ແສງສຸລິວົງ ຮອງຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ມີຕາງໜ້າກະຊວງ ພາກທຸລະກິດ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ. 

    ໃນກອງປະຊຸມ ໄດ້ຮັບຟັງການບັນຍາຍຈາກຊ່ຽວຊານ ກ່ຽວກັບການປັບປຸງຂັ້ນຕອນຂອງການເລີ່ມຕົ້ນທຸລະກິດ ການອອກໃບອະນຸຍາດດໍາເນີນທຸລະກິດ ແລະ ເປີດໂຕເວັບໄຊຖານຂໍ້ມູນໃບອະນຸຍາດດໍາເນີນທຸລະກິດ ພ້ອມນັ້ນ  ກອງປະຊຸມໄດ້ເຫັນວ່າ   ວຽກງານດັ່ງກ່າວ ແມ່ນວຽກງານຈະຕ້ອງໄດ້ສືບຕໍ່ເຮັດວຽກກັບກະຊວງຂະແໜງການຕື່ມໃນອະນາຄົດ ໃນວຽກງານການປັບປຸງຕົວຊີ້ວັດທີ 1 ຄື ການເລີ່ມຕົ້ນດໍາເນີນທຸລະກິດ ແລະ ການອອກໃບອະນຸຍາດດໍາເນີນທຸລະກິດ ໂດຍອີງໃສ່ຫຼັກການທີ່ຊ່ຽວຊານແນະນໍາ ຫຼັກການປະເມີນຄວາມສ່ຽງ ຫວັງຢ່າງຍິ່ງວ່າ ຜ່ານກອງປະຊຸມນີ້ ກະຊວງ ຂະແໜງການທີ່ກ່ຽວຂ້ອງ ຈະພ້ອມກັນຮ່ວມກັບກະຊວງອຸດສາຫະກໍາ ແລະ ການຄ້າ ໃນການປັບປຸງຂັ້ນຕອນຂອງການເລີ່ມຕົ້ນທຸລະກິດ ແລະ ການອອກໃບອະນຸຍາດທຸລະກິດຂອງລາວໃຫ້ມີຄວາມສະດວກຍິ່ງຂຶ້ນ ແລະ ມີຄວາມໂປ່ງໃສ ກໍຄືການຈັດຕັ້ງປະຕິບັດຄໍາສັ່ງ 02/ນຍ (ຄໍາສັ່ງວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກການປະສານງານໃນການດໍາເນີນທຸລະກິດຢູ່ໃນ ສປປ ລາວ) ແລະ ຄຳສັ່ງ 03/ນຍ (ຄໍາສັ່ງວ່າດ້ວຍການປັບປຸງວຽກງານການບໍລິການອອກອະນຸຍາດລົງທຶນ ແລະ ການອອກໃບອະນຸຍາດດໍາເນີນທຸລະກິດຂອງນາຍົກລັດຖະມົນຕີ) ໃຫ້ເປັນຮູບປະທໍາ. 

# ຂ່າວ & ພາບ : ເພັດສະໝອນ

error: Content is protected !!