ການຈຳໜ່າຍຜະລິດຕະພັນຫັດຖະກຳມີຄວາມຫຍຸ້ງຍາກ ພາຍຫຼັງມີການລະບາດຂອງໂຄວິດ-19

    ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ຫຼາຍຂະແໜງການ ໃນນີ້ ສູນຫັດຖະກຳອອກພົບຕົກ ກໍໄດ້ຮັບຜົນກະທົບເຊັ່ນດຽວກັນ ເນື່ອງຈາກວ່າບໍ່ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາ ເຮັດໃຫ້ຜະລິດຕະພັນທີ່ຈຳໜ່າຍພາຍໃນປະເທດມີຄວາມຫຍຸ້ງຍາກ ເພາະວ່າໄລຍະຜ່ານມາ ແມ່ນອາໄສຈຳໜ່າຍໃຫ້ນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ອງທ່ຽວໃນແຂວງຫຼວງພະບາງ ກ່ອນບໍ່ທັນມີການລະບາດຂອງໂຄວິດ-19 ມື້ໜຶ່ງ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາຢ້ຽມຊົມ ແລະ ຊື້ຜະລິດຕະພັນຢູ່ສູນດັ່ງກ່າວປະມານ 300-400 ຄົນ ປັດຈຸບັນ ບາງມື້ບໍ່ມີເລີຍ ສ່ວນຜະລິດຕະພັນອາໄສແຕ່ສົ່ງອອກຕ່າງປະເທດ.

     ທ່ານນາງ ແສງຈັນ ຈັນທະວົງ ຜູ້ຈັດການໜ່ວຍກິດຈະກຳ ສູນຫັດຖະກຳ ອອກພົບຕົກ ແຂວງຫຼວງພະບາງ ໃຫ້ສຳພາດບໍ່ດົນມານີ້ວ່າ ສູນຫັດຖະກຳອອກພົບຕົກ ສ້າງຕັ້ງຂຶ້ນໃນປີ 2000 ເຊິ່ງມີຄວາມໝາຍວ່າ ຕາເວັນອອກພົບຕາເວັນຕົກ ເປົ້າໝາຍຂອງສູນດັ່ງກ່າວແມ່ນເພື່ອຊ່ວຍສ້າງວຽກເຮັດງານທຳໃຫ້ກັບເອື້ອຍນ້ອງແມ່ຍິງລາວທີ່ມີສີມືໃນວຽກງານຫັດຖະກຳ ເຊັ່ນ ການຕໍ່າຫູກ ສາວໄໝ ຫຍິບປັກຖັກແສ່ວຕ່າງໆ ພັດທະນາຂັ້ນຕອນຂອງການຜະລິດ ເຕັກນິກການພັດທະນາສີໄມ້ລາຍມືດ້ານຫັດຖະກຳ.

    ກິດຈະກຳຂອງສູນ ປະກອບມີຮ້ານອາຫານ ຜະລິດຕະພັນຫັດຖະກຳ ໜ່ວຍບໍລິການກິດຈະກຳສຳລັບນັກທ່ອງທ່ຽວທີ່ມາຢ້ຽມຊົມ ແລະ ຮຽນຮູ້ ຮ້ານຂາຍສິນຄ້າສຳລັບຂະແໜງຫັດຖະກຳສ່ວນໃຫຍ່ ແມ່ນຈະເນັ້ນໃສ່ການຜະລິດຜ້າແພ ການຕໍ່າຫູກ ທໍໄໝ ການຫຍິບປັກຖັກແສ່ວ ໂດຍສົ່ງເສີມປະຊາຊົນຜະລິດ ເຊິ່ງສູນຂອງພວກເຮົາໃຫ້ການສະໜັບສະໜູນທາງດ້ານເຕັກນິກ ການອອກແບບ  ແລະ  ການຕະຫຼາດ  ສຳລັບຕະຫຼາດການຈຳໜ່າຍຫຼັກໆ ແມ່ນຂາຍໃຫ້ນັກທ່ອງທ່ຽວຕ່າງປະເທດ ແລະ ສົ່ງອອກຕະຫຼາດພາຍໃນ ແລະ ຕ່າງປະເທດ ເປັນຕົ້ນແມ່ນປະເທດສະຫະລັດອາເມຣິກາ ອົດສະຕຣາລີ ແລະ ປະເທດອື່ນໆ ສະນັ້ນ ທ່ານໃດທີ່ໄດ້ໄປຢ້ຽມຢາມ ຫຼື ທ່ຽວຊົມແຂວງຫຼວງພະບາງ ຢ່າລືມໄປຊົມການຕໍ່າຫູກ ການແຕ້ມຜ້າບາເຈັກຂອງເຜົ່າມົ້ງ ການສາວໄໝ ການຍ້ອມສີຜ້າຕ່າງໆ ແລະ ຊື້ສິນຄ້າເປັນເຄື່ອງຕ້ອນຂອງຝາກ ທັງນີ້ກໍເພື່ອເປັນການສົ່ງເສີມຜະລິດຕະພັນລາວ ສ້າງລາຍຮັບໃຫ້ຜູ້ປະກອບການ ກໍຄືພະນັກງານໃນສູນອີກດ້ວຍ.

# ຂ່າວ & ພາບ : ເພັດສະໝອນ

error: Content is protected !!