ເປີດບໍລິການຮ້ານ Momizu House ສາຂາສູນການຄ້າວິວມໍ

    ຮ້ານ Momizu House ສາຂາສູນການຄ້າວິວມໍ ເປີດໃຫ້ບໍລິການເປັນທາງການ ວັນທີ 23 ມັງກອນ 2021 ໂດຍມີທ່ານ ໄຊສົມເພັດ ນໍລະສິ ຫົວໜ້າກົມສົົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ພົນຈັດຕະວາ ຮວງກວາງເຫື່ອງ ຜູ້ຕາງໜ້າກະຊວງ ປກສ ຫວຽດນາມ ປະຈໍາລາວ ທ່ານນາງ ຫວຽນທິຮົົ່ວ ພັນລະຍາເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.  

    ທ່ານນາງ ອຸດາລອນ ຂັດຕິຍະວົງ ຕາງໜ້າຜູ້ຖືຮຸ້ນ Momizu House ສາຂາວິວມໍ ກ່າວວ່າ: ການຕັດສິນໃຈເລືອກຍີ່ຫໍ້ Momizu House ເນື່ອງຈາກໄດ້ມີໂອກາດເຂົ້າຮ່ວມງານວາງສະແດງທ໊ອບໄທແບຣນ ໃນຕົ້ນປີ 2020 ແລະ ໄດ້ຊີມຜະລິດຕະພັນຍີ່ຫໍ້ Momizu House ເຊິ່ງສາມາດສໍາຜັດໄດ້ຣົດຊາດທີ່ແຊບ ສ່ວນປະສົມທີ່ມີຄຸນນະພາບດີ ແລະ ສາມາດເລືອກລະດັບນໍ້າຕານໄດ້ ຈຶ່ງເລີ່ມຕິດຕໍ່ເຈລະຈາຂໍຊື້ແຟຣນຊາຍ ໂດຍໃນໄລຍະການພົວພັນດັ່ງກ່າວ ກໍເຫັນໄດ້ການເຮັດວຽກທີ່ມີລະບົບຂອງເຂົາເຈົ້າ ຈຶ່ງໄດ້ຕັດສິນໃຈຊື້ແຟຣນຊາຍ Momizu House ມາເປີດບໍລິການລູກຄ້າຢູ່ສູນການຄ້າວິວມໍ ເນື່ອງຈາກເຂດນີ້ບໍ່ທັນມີ ແລະ ຜູ້ຄົນທີ່ມາຈັບຈ່າຍໃຊ້ສອຍຢູ່ສູນການຄ້າແຫ່ງນີ້ກໍນັບມື້ຫຼາຍຂຶ້ນ ນອກນີ້ ຍັງເລັງເຫັນສິນຄ້າປະເພດເຄື່ອງດື່ມໃນປະເທດເຮົາກໍາລັງມີທ່າແຮງຂະຫຍາຍຕົວດີ ໃນນີ້ ສິນຄ້າຫຼັກໆຂອງພວກເຮົາປະກອບມີ ຊາ ນົມ ຊີສ ນໍ້າໝາກໄມ້ ກາເຟ ແລະ ຊອກໂກແລັດ ໂດຍວັດຖຸດິບແມ່ນນໍາເຂົ້າຈາກຍີ່ປຸ່ນ ອົດສະຕຣາລີ ນູແວນເຊລັງ ສິງກະໂປ ແລະ ໄຕ້ຫວັນ.

    ຕົນເຊື່ອວ່າຖ້າພວກເຮົາມີສິນຄ້າດີ ການບໍລິການດີ ແລະ ມີການບອກຕໍ່ທີ່ດີ ຈະສາມາດຢູ່ໄດ້ໃນຕະຫຼາດແບບຍືນຍົງ ສໍາລັບແຜນການຂະຫຍາຍ ປັດຈຸບັນແມ່ນຍັງບໍ່ມີເທື່ອ ເນື່ອງຈາກຢາກເຮັດໃຫ້ Momizu House ສາຂາວິວມໍດີທີ່ສຸດເສຍກ່ອນ ແຕ່ພວກເຮົາກໍໄດ້ກຽມໃຫ້ການບໍລິການສົ່ງເຖິງທີ່ ເພື່ອອໍານວຍຄວາມສະດວກໃຫ້ລູກຄ້າໃຫ້ມີທາງເລືອກຫຼາຍຂຶ້ນ ນອກນີ້ ຍັງມີແຜນນໍາປະເພດເຂົ້າໜົມ ອາຫານເພື່ອສຸຂະພາບ ແລະ ອາຫານສໍາລັບເດັກນ້ອຍເຂົ້າມາຈໍາໜ່າຍຄວບຄູ່ກັນ ເພື່ອຕອບສະໜອງລູກຄ້າເລີ່ມແຕ່ເດັກນ້ອຍຈົນເຖິງຜູ້ອາຍຸສູງ.

# ຂ່າວ & ພາບ : ສະບາໄພ

error: Content is protected !!