ບໍລິສັດທີ່ປຶກສາການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ມອບເງິນປະກອບສ່ວນປ້ອງກັນພະຍາດ COVID-19

    ວັນ​ທີ 6 ເມ­ສາ 2020 ທີ່​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ທ່ານ ປີ​ຊາ​ໄຊ ແກ້ວ​ໄຊ​ຍະ​ຈັກ ປະ­ທານ​ບໍ­ລິ­ສັດ​ທີ່​ປຶກ­ສາ​ການ​ລົງ­ທຶນ ແລະ ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ ຈຳ­ກັດ​ຜູ້​ດຽວ (IHC) ພ້ອມ​ຄະ­ນະ ໄດ້​ມອບ​ຢາ​ປົວ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (COVID-19) ແລະ ອຸ­ປະ­ກອນ​ການ​ແພດ​ຈຳ­ນວນ​ໜຶ່ງ ມູນ​ຄ່າ 80.000 ໂດ​ລາ​ສະ­ຫະ­ລັດ ປະ­ມານ 714 ລ້ານ​ກວ່າ​ກີບ ເພື່ອ​ປະ­ກອບ­ສ່ວນ​ຕ້ານ ແລະ ສະ­ກັດ​ກັ້ນ​ພະ­ຍາດ COVID-19 ຕາງ­ໜ້າ​ຮັບ​ຂອງ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ພ້ອມ​ຄະ­ນະ.

error: Content is protected !!