ຕະຫຼາດວິທະຍາເຂດດົງໂດກ ເລີ່ມມີຜູ້ບໍລິໂພກເບົາບາງລົງ

    ໃນ​ເວ­ລາ​ປະ­ມານ 16-18 ໂມງ​ຂອງ​ວັນ​ທີ 5 ເມ­ສາ 2020 ຢູ່​ຕະ­ຫຼາດ​ວິ­ທະ­ຍາ​ເຂດ​ດົງ​ໂດກ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ເຊິ່ງ​ເປັນ​ຕະ­ຫຼາດ​ທີ່​ຕັ້ງ​ໃກ້​ກັບ​ສະ​ຖາ​ບັນ​ການ​ສືກ​ສາ ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ທີ່​ເຄີຍ​ມີ​ນັກ​ສືກ​ສາ ແລະ ປະ­ຊາ­ຊົນ​ເຂົ້າ​ມາ​ຊື້-ຂາຍ ແລກ­ປ່ຽນ​ສິນ­ຄ້າ​ຢູ່​ຕະ­ຫຼາດ​ແຫ່ງ​ນີ້​ຢ່າງ​ໜາ​ແໜ້ນ ປັດ­ຈຸ­ບັນ​ເຫັນ​ວ່າ ການ­ເຄື່ອນ­ໄຫວ​ໃນ​ຕະ­ຫຼາດ​ດັ່ງ­ກ່າວ​ແມ່ນ​ມີ​ຈຳ­ນວນ​ຜູ້​ຄົນ​ຫຼຸດ​ລົງ ແລະ ເບົາ­ບາງ​ພໍ​ສົມ­ຄວນ ມີ​ບາງ​ຮ້ານ​ກໍ​ໄດ້​ເປີດ ແລະ ປິດ​ເປັນ​ສ່ວນ​ຫຼາຍ ເຊິ່ງ​ນີ້​ກໍ​ໄດ້​ສະ­ແດງ​ໃຫ້​ເຫັນ​ຄວາມ​ຕື່ນ​ຕົວ ແລະ ເອົາ­ໃຈ­ໃສ່​ຂອງ​ປະ­ຊາ­ຊົນ ຕໍ່​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄຳ​ສັ່ງ​ເລກ​ທີ 06/ນຍ ເພື່ອ​ເພີ່ມ​ທະ­ວີ​ສະ­ກັດ​ກັ້ນ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໃນ​ທົ່ວ​ປະ­ເທດ​ໃຫ້​ຫຼຸດ​ລົງ.

error: Content is protected !!