ປກສ ແຂວງສາລະວັນ ຄຸມເຂັ້ມຈັດຕັ້ງປະຕິບັດຄຳສັ່ງເລກທີ 06/ນຍ

    ທ່ານ ພັອ ສີເສີດ ສອນດາລາ ຫົວໜ້າກອງບັນຊາການ ປກສ ແຂວງສາລະວັນ ທັງແມ່ນຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ ຫຼື COVID-19 ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 3 ເມສາ 2020 ນີ້ວ່າ: ພາຍຫຼັງທີ່ໄດ້ຮັບຄຳສັ່ງນາຍົກ ເລກທີ 06 ກຳລັງ ປກສ ແຂວງ ກໍໄດ້ມີການປະສານສົມທົບກັບພາກສ່ວນຕ່າງໆທີ່

ກ່ຽວຂ້ອງຂັ້ນເມືອງ ຈັດຕັ້ງປະຕິບັດຢ່າງຮີບດ່ວນ ແລະ ເຂັ້ມງວດ ແລະ ເຈົ້າໜ້າທີກໍໄດ້ຕັ້ງຈຸດກວດກາການໄປມາຂອງປະຊາຊົນພົນລະເມືອງ ໃນນັ້ນເມືຶອງຄົງເຊໂດນ ມີ 4 ຈູດ ເມືອງລະຄອນເພັງ 2 ຈຸດ ເມືອງວາປີ 3 ຈຸດ ເລົ່າງາມ 2 ຈຸດ ຕຸ້ມລານ 1 ຈຸດ ຕະໂອ້ຍ 1 ຈຸດ ແລະ ເມືອງສະໝ້ວຍ 1 ຈຸດ ເຊິ່ງແຕ່ລະຈຸດຈະມີໜ່ວຍສະເພາະກິດຂັ້ນເມືອງ ແລະ ທີມງານແພດໜໍປະຈໍາເພີ່ຶອກວດ ແລະ ສະແກນອຸນຫະພູມ ຖ້າກໍລະນີພົບເຫັນຜູ້ທີ່ມີອຸນຫະພຸມຂື້ນສູງຜີດປົກກະຕິ ແມ່ນຈະໄດ້ກັກໂຕແຍກປ່ຽວ. 

    ທ່ານຫົວໜ້າກອງບັນຊາການ ປກສ ຍັງໄດ້ໄຫ້ຮູ້ຕື່ມອີກວ່າ: ປັດຈຸບັນແມ່ນໄດ້ປີດການເຂົ້າອອກເມືອງ ເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວີດ 19 ບໍ່ໃຫ້ແຜ່ຂະຫຍາຍອອກສູ່ວົງກ້ວາງ ພ້ອມກັນນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນທຸກຊັ້ນຄົນຢູ່ໃນສັງຄົມຈົ່ງມີສະຕິລະວັງຕົວ ເປັນເຈົ້າການໃນການຈັດຕັ້ງປະຕິບັດຄໍາສັ່ງ 06 ຂອງນາຍົກລັດຖະມົນຕີຢ່າງເຂັ້ມງວດ ເຄົາລົບລະບຽບກົດໝາຍ ຮັບປະກັນເຮັດໃຫ້ບ້ານເມືອງມີຄວາມສະຫງົບ ໜັກແໜ້ນ ແລະ ເຂັ້ມແຂງຮອບດ້ານ.

error: Content is protected !!