ສໍາເລັດສ້າງຄວາມເຂັ້ມແຂງລະບົບບັນຊີ ແລະ ເຮັດທົດລອງການນໍາໃຊ້ໂປຣແກຣມບັນຊີ

    ສໍາເລັດການສ້າງຄວາມເຂັ້ມແຂງກ່ຽວກັບລະບົບບັນຊີ ແລະ ເຮັດທົດລອງການນໍາໃຊ້ໂປຣແກຣມບັນຊີ ເຂົ້າໃນການຖືບັນຊີ ຂອງຫົວໜ່ວຍຈຸລະວິສາຫະກິດທີ່ຂຶ້ນກັບຂັ້ນຄຸ້ມຄອງຂອງເມືອງສີສັດຕະນາກ ຈັດຂຶ້ນວັນທີ 22 ມັງກອນ 2021 ຢູ່ພະແນກການເງິນນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານນາງ ພວງສີ ເຜົ້າລາວັນ ຮອງຫົວໜ້າພະແນກການເງິນ ນວ ທ່ານນາງ ດາວອນ ທອງຈັນ ຫົວໜ້າກົມບັນຊີ ກະຊວງການເງິນ ມີບັນດາຫົວໜ້າ-ຮອງຫົວໜ້າຂະແໜງການ ນັກວິທະຍາກອນ ແລະ ນັກສໍາມະນາກອນທີ່ມາຈາກ 5 ຕົວເມືອງ ຄື: ສີສັດຕະນາກ ໄຊເສດຖາ ສີໂຄດຕະບອງ ຈັນທະບູລີ ແລະ ໄຊທານີ ຈໍານວນ 47 ທ່ານ ຍິງ 6 ທ່ານ ເຂົ້າຮ່ວມ.

     ທ່ານ ວັນນະກອນ ແຫວນພະຈັນ ຮອງຫົວໜ້າຂະແໜງບັນຊີ ພະແນກການເງິນ ນວ ກ່າວວ່າ: ການອົບຮົມຄັ້ງນີ້ ນັກວິທະຍາກອນໄດ້ກະກຽມເອກະສານບົດຮຽນໃນການຂຶ້ນສອນໄດ້ເປັນຢ່າງດີ ພ້ອມນໍາພານໍາໃຊ້ໂປຣແກຣມຕົວຈິງ ແລະ ມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ສ່ວນນັກສໍາມະນາກອນໄດ້ເປັນເຈົ້າການໃນການປະຕິບັດໂມງເວລາຕາມວາລະໄດ້ດີ ທັງໄດ້ເອົາໃຈໃສ່ຮັບຟັງ ແລະ ການລົງໂປຣແກຣມຕົວຈິງ ພ້ອມທັງໄດ້ສົນທະນາແບບກົງໄປກົງມາ ເພື່ອໃຫ້ມີຄວາມເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ສິ່ງສໍາຄັນ ຍັງເປັນໂອກາດອັນດີລະຫວ່າງວິທະຍາກອນຈາກກົມບັນຊີ ກະຊວງການເງິນ ແລະ ນັກສໍາມະນາກອນຈາກຂະແໜງການເງິນ ແລະ 5 ເມືອງ ໄດ້ຮູ້ຈັກຮັກແພງ ໄດ້ສ້າງຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະກັນ ໃນການປະຕິບັດວຽກງານດ້ານການບັນຊີ ເຂົ້າໃສ່ຫົວໜ່ວຍຈຸນລະວິສາຫະກິດໃນຕໍ່ໜ້າ ບົນພື້ນຖານຄວາມເປັນເອກະພາບໃນລະບຽບຫຼັກການ ກໍຄືປື້ມຄູ່ມີການບັນຊີສໍາລັບວິສາຫະກິດຂະໜາດນ້ອຍທີ່ສຸດ ຫຼື ຈຸນລະວິສາຫະກິດ.

    ໂອກາດນີ້ ທ່ານນາງ ດາວອນ ທອງຈັນ ໄດ້ຮຽກຮ້ອງມາຍັງພະນັກງານຂະແໜງການເງິນ ຕ້ອງສືບຕໍ່ເພີ່ມທະວີຄວາມເປັນເຈົ້າການ ປະຕິບັດລະບຽບກົດໝາຍການບັນຊີ ລະບຽບກົດໝາຍສ່ວຍສາອາກອນ ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງຢ່າງເຂັ້ມງວດ ຖ້າບໍ່ເອົາໃຈໃສ່ປະຕິບັດລະບຽບກົດໝາຍ ກໍຈະເຮັດໃຫ້ການກໍານົດການຄິດໄລ່ໃນການມອບພັນທະຂອງຫົວໜ່ວຍທຸລະກິດ ແລະ ວຽກງານອື່ນໆພົບຄວາມຫຍຸ້ງຍາກໄປຕາມໆກັນ ນອກນີ້ ວິທະຍາກອນກົມບັນຊີ ກະຊວງການເງິນ ຈະຕ້ອງໄດ້ຫັນເປັນແຜນການລະອຽດ ເພື່ອລົງຊ່ວຍຊຸກຍູ້ ແນະນໍາ ເຜີຍແຜ່ ແລະ ຈັດເຝິກອົບຮົມວຽກງານບັນຊີໃຫ້ພະນັກງານຂະແໜງການເງິນອ້ອມຂ້າງພະແນກການເງິນ ນວ ໃນກໍລະນີທີ່ມີການປັບປຸງລະບຽບກົດໝາຍຄືນໃໝ່ ສະເໜີໃຫ້ມີການແລກປ່ຽນບົດຮຽນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທາງດ້ານວິຊາການຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ລະຫວ່າງກົມບັນຊີ  ແລະ  ພະນັກງານຂະແໜງການເງິນ ນວ ເວົ້າລວມ ເວົ້າສະເພາະ ພະນັກງານການເງິນທີ່ຂຶ້ນກັບພະແນກການເງິນ ນວ ເພື່ອຍົກລະດັບດ້ານວິຊາສະເພາະດ້ານວຽກງານບັນຊີໃຫ້ນັບມື້ນັບດີຂຶ້ນ ແລະ ມີຄວາມເປັນເອກະພາບກັນຕາມລະບຽບກົດໝາຍ.   

# ຂ່າວ & ພາບ : ສີພອນ

error: Content is protected !!