ລາວພົບເຊື້ອພະຍາດໂຄວິດ-19 ນໍາເຂົ້າເພີ່ມ 1 ກໍລະນີ ເປັນແຮງງານຕົກຄ້າງຈາກປະເທດມາເລເຊຍ

    ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫົວໜ້າກອງເລຂາສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ແລະ ທ່ານນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວສະພາບການລະບາດຂອງພະຍາດໂຄວິດ-19 ວັນທີ 25 ມັງກອນ 2021 ວ່າ: ການເຝົ້າລະວັງພະຍາດໂຄວິດ-19 ຢູ່ລາວຮອດ 17:00 ໂມງຂອງວັນທີ 24 ມັງກອນ 2021 ທົ່ວປະເທດມີຜູ້ເດີນທາງເຂົ້າມາມີທັງໝົດ 2.360 ຄົນ ໃນນັ້ນ ຈຸດຜ່ານດ່ານ ລາວ-ໄທ ທັງໝົດ 936 ຄົນ (ແຮງງານລາວກັບມາແຕ່ໄທ 61 ຄົນ) ຈຸດຜ່ານດ່ານລາວ-ຈີນ ທັງໝົດ 31 ຄົນ ຈຸດຜ່ານດ່ານລາວ-ຫວຽດນາມທັງໝົດ 1.165 ຄົນ ຈຸດຜ່ານດ່ານລາວ-ກຳປູເຈຍ ທັງໝົດ 2 ຄົນ ເດີນທາງຜ່ານສະໜາມບິນສາກົນວັດໄຕທັງໝົດ 226 ຄົນ (ຄົນຈີນ 195 ຄົນ ຄົນລາວ 56 ຄົນ ຕ່າງປະເທດ 15 ຄົນ) ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ທັງໝົດ 33 ສູນ ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.196 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

    ສໍາລັບການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ວັນທີ 24 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 356 ຄົນ ໃນນັ້ນ ມີ 3 ຕົວຢ່າງຈາກບຸກຄົນທົ່ວໄປ ມີອາການ 73 ຕົວຢ່າງຈາກບຸກຄົນທົ່ວໄປບໍ່ມີອາການ ແຮງງານລາວກັບມາແຕ່ໄທ 32 ຕົວຢ່າງ ແຮງງານຈີນ 199 ຕົວຢ່າງ ແລະ ແຮງງານໄທ 49 ຕົວຢ່າງ ຜົນກວດວິເຄາະທັງໝົດແມ່ນພົບຜູ້ຕິດເຊື້ອໃໝ່ ຈຳນວນ 1 ຄົນ ເຊິ່ງເປັນກໍລະນີທີ 44 ເພດຍິງອາຍຸ 29 ປີ ສັນຊາດລາວ ເປັນແຮງງານຕົກຄ້າງຢູ່ປະເທດມາເລເຊຍ ໃນວັນທີ 5-6 ມັງກອນ ຜູ້ກ່ຽວມີອາການໄຂ້ ໄອ ບໍ່ໄດ້ໄປກວດຢູ່ໂຮງໝໍ ແຕ່ຊື້ຢາມາກິນເອງ ສອງສາມວັນ ເຫັນວ່າອາການດີຂຶ້ນ ແລະ ກ່ອນກ່ອນຈະເດີນທາງມານະຄອນຫຼວງວຽງຈັນ (ນວ) ຜູ້ກ່ຽວໄດ້ກວດຕົວຢ່າງຊອກຫາເຊື້ອໂຄວິດ-19 ໃນວັນທີ 22 ມັງກອນ 2021 ຜົນກວດດ້ວຍເຄື່ອງ CPR ຢູ່ກົວລາລໍາເປີ ປະເທດມາເລເຊຍ ຢັ້ງຢືນບໍ່ພົບເຊື້ອ ຜູ້ກ່ຽວຈຶ່ງໄດ້ຮັບອະນຸຍາດເດີນທາງມານໍາຖ້ຽວບິນມະນຸດສະທໍາວັນທີ 24 ມັງກອນ ແລະ ມາຮອດ ນວ ເວລາ 8:20 ໂມງ ພາຍຫຼັງທີ່ມາຮອດສະໜາມບິນ ແລ້ວກໍໄດ້ເກັບຕົວຢ່າງໄປກວດວິເຄາະຫາເຊື້ອໂຄວິດ-19 ແລ້ວນໍາສົ່ງໄປຈໍາກັດບໍລິເວນຢູ່ສູນຫຼັກ 27 ດ້ວຍລົດເມ ມາຮອດຕອນແລງວັນດຽວກັນ ພົບວ່າຜູ້ກ່ຽວມີເຊື້ອໂຄວິດ-19 ເປັນບວກ ຄະນະຮັບຜິດຊອບຈຶ່ງໄດ້ນໍາຜູ້ກ່ຽວເຂົ້າມາແຍກປ່ຽວ ນອນຕິດຕາມປິ່ນປົວຢູ່ໂຮງໝໍມິດຕະພາບ ປັດຈຸບັນ ຜູ້ກ່ຽວບໍ່ມີອາການສະແດງອອກ ເຊັ່ນວ່າ ອາການໄຂ້ ບໍ່ມີອາການຜິດປົກກະຕິທາງລະບົບຫາຍໃຈ ສໍາລັບຜູ້ສໍາຜັດໃກ້ຊິດ ມີທັງໝົດ 58 ຄົນ ໃນນີ້ ໄດ້ນັ່ງຖ້ຽວບິນດຽວກັນມາ ຜູ້ໃກ້ຊິດສຸດໃນຖ້ຽວບິນ 26 ຄົນ ແລະ ໄດ້ນັ່ງລົດເມຮ່ວມກັນໄປຫາສູນຈໍາກັດ 32 ຄົນ ທັງໝົດໄດ້ເກັບຕົວຢ່າງມາກວດແຕ່ບໍ່ພົບເຊື້ອ ແຕ່ວ່າຄະນະສະເພາະກິດຈະໄດ້ສືບຕໍ່ເຝົ້າລະວັງ ແລະ ຕິດຕາມຢູ່ສູນຈໍາກັດບໍລິເວນຈົນຄົບ 14 ວັນ ກ່ອນຈະອອກສູນ ກໍຈະໄດ້ກວດຄືນອີກຄັ້ງໜຶ່ງ ເພື່ອຄວາມໝັ້ນໃຈ.

    ສ່ວນຂ່າວລືຕາມສື່ອອນລາຍ ທີ່ໄດ້ສ້າງຄວາມເຂົ້າໃຈຜິດແກ່ສັງຄົມທີ່ວ່າ ມີສອງຄົນຕິດເຊື້ອຈາກປະເທດເພື່ອນບ້ານ ລັກລອບເຂົ້າມາທາງເມືອງທ່າແຕງ ນັ່ງລົດໂດຍສານຮ່ວມກັນມາ 100 ຄົນ ບໍ່ຮູ້ພວກກ່ຽວໄປຢູ່ບ່ອນໃດ ຍັງອ້າງອີກວ່າທາງການແຈ້ງປິດເມືອງ ປິດການສັນຈອນ ຫຼືຈະຂຶ້ນລາຄາອາຫານການກິນ ເຈວລ່້າງມື ຜ້າອັດປາກ ອັດດັງ ໃນນາມຄະນະສະເພາະກິດ ຢັ້ງຢືນວ່າບໍ່ມີມູນຄວາມຈິງ ຂ່າວນີ້ເປັນຂ່າວປອມ ບໍ່ມີຜູ້ຕິດເຊື້ອລັກລອບເຂົ້າເມືອງທ່າແຕ່ງ ບໍ່ມີການປິດເມືອງ ແລະ ຂຶ້ນລາຄາສິນຄ້າຕາມທີ່ຂ່າວນັ້ນ ຄະນະສະເພາະກິດໄດ້ມີການລາຍງານສ່ອງແສງປະຈໍາວັນ ກວດກາຂໍ້ມູນຄວາມຈິງຕ່າງໆ ແລະ ທາງເມືອງ ຫຼືແຂວງກໍໄດ້ຢັ້ງຢືນເຊັ່ນກັນ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!