ຮອງເຈົ້າຄອງ ຢ້ຽມຢາມກອງພັນນ້ອຍ 513 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບຄົບຮອບ 72 ປີ

    ທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນອ້ອມຂ້າງນະຄອນຫຼວງວຽງຈັນ (ນວ) ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນກອງພັນນ້ອຍ 513 ກອງບັນຊາການ ນວ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 72 ປີ ວັນທີ 23 ມັງກອນ 2021 ຖືກຕ້ອນຮັບຈາກທ່ານ ພັນໂທ ອະນຸສັກ ສຸທໍາມະວົງ ຫົວໜ້າກອງພັນນ້ອຍ 513 ພ້ອມຄະນະ ຕະຫຼອດຮອດນາຍ ແລະ ພົນທະຫານ.

    ການເຄື່ອນໄຫວຢ້ຽມຢາມຄັ້ງນີ້ ທ່ານ ອາດສະພັງທອງ ພ້ອມດ້ວຍຄະນະ ໄດ້ສໍາຫຼວດເບິ່ງການຜະລິດພາລາທິການກັບທີ່ ພ້ອມທັງເບິ່ງເຮືອນນອນຂອງອ້າຍນ້ອງທະຫານພາຍໃນກອງພັນນ້ອຍ 513 ຈາກນັ້ນກໍໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາຈາກທ່ານ ພັນໂທ ອະນຸສັກ ສຸທໍາມະວົງ ເຊິ່ງພາຍຫຼັງທີ່ຮັບຟັງການລາຍງານສໍາເລັດແລ້ວ ທ່ານຮອງເຈົ້າຄອງ ນວ ໄດ້ມີຄໍາເຫັນ ເຊິ່ງໄດ້ຍ້ອງຍໍຊົມເຊີຍຕໍ່ການປະຕິບັດໜ້າທີ່ ແລະ ຜົນງານຂອງກອງພັນນ້ອຍ 513 ທີ່ສາມາດຍາດໄດ້ໄລຍະຜ່ານມາ ພ້ອມນັ້ນ ກໍໄດ້ສືບຕໍ່ປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມເຂັ້ມແຂງຮອບດ້ານ ກຽມພ້ອມປະຕິບັດໜ້າທີ່ພັກ-ລັດມອບໝາຍໃຫ້ ເປັນຕົ້ນ ກຽມພ້ອມຮອບດ້ານ ການແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ຕິດພັນກັບວຽກງານການກໍ່ສ້າງຮາກຖານການເມືອງ ສືບຕໍ່ປ້ອງກັນຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ໂຄງການຂອງລັດຖະບານ ພ້ອມນັ້ນ ໃຫ້ເອົາໃຈໃສ່ປັບປຸງ ສືບຕໍ່ປຸກລະດົມອ້າຍນ້ອງພາຍໃນກໍາລັງ ໃຫ້ທໍາການຜະລິດພາລາທິການກັບທີ່ ເພື່ອໃຫ້ສາມາດກຸ້ມຕົນເອງ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມທິດຊີ້ນໍາຂອງຂັ້ນເທິງ ນອກນັ້ນ ໃຫ້ເພີ່ມທະວີຮ່ວມມືກັນກັບຂະແໜງການທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ວຽກງານຮາກຖານມີຄວາມໜັກແໜ້ນ ເຂັ້ມແຂງ ແລະ ອື່ນໆ.

    ຕອນທ້າຍທ່ານ ອາດສະພັງທອງ ສີພັນດອນ ໄດ້ມອບອຸປະກອນຊຸກຍູ້ການຜະລິດໃຫ້ແກ່ກອງພັນນ້ອຍ 513 ປະກອບມີເງິນສົດ 10 ລ້ານກີບ ຖັງເກັບນໍ້າ 2.000 ລິດ 1 ຖັງ ເຕັ່ນນອນ 60 ດາງ ຈົກ 20 ອັນ ຊ້ວນ 20 ອັນ ບົວຫົດນໍ້າ 20 ອັນ ແນວຜັກກາດ 20 ກິໂລ ແນວຜັກຫອມປ້ອມ 20 ກິໂລ ແລະ ແນວຜັກບົ້ງ 10 ກິໂລ ນອກນີ້ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ປະກອບສ່ວນຕູ້ນໍ້າເຢັນ-ຮ້ອນ 1 ໜ່ວຍ ສະຫະພັນກໍາມະບານ ນວ ມອບໝີ່ໄວໆ 2 ແກັດ ພະແນກການຕ່າງປະເທດ ນວ ມອບໝີ່ໄວໆ 5 ແກັດ ແລະ ສະຫະພັນແມ່ຍິງ ນວ ປະກອບສ່ວນຢາຖູແຂ້ວອີກ 5 ແກັດ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!