ຣັດເຊຍ ມອບຢາວັກແຊັງປ້ອງກັນພະຍາດໂຄວິດຈຳນວນ 1 ພັນໂດສໃຫ້ ສປປ ລາວ

    ໃນວັນທີ 21 ມັງກອນ 2021 ທີ່ກະຊວງສາທາລະນະສຸກ ທ່ານ ຮສ ດຣ ພູທອນ ເມືອງປາກ ຮອງລັດຖະ ມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍບັນດາກົມ ຫົວໜ້າໂຄງການສັກຢາກັນພະຍາດແຫ່ງຊາດ ແລະ ສູນຕ່າງໆທີ່ກ່ຽວຂ້ອງ ໄດ້ຕ້ອນຮັບທ່ານ ວະລາດີມີຣ ກາລີນິນ ເອກອັກຄະລັດຖະທູດຣັດເຊຍປະຈຳ ສປປ ລາວ ທ່ານ ພູວົງ ສຸ້ຍຍະວົງ ປະທານບໍລິສັດ ແອັດແລນຕິກ ອີນເຕີເນເຊີນແນວ ກຣູບ ຈຳກັດຜູ້ດຽວ ພ້ອມດ້ວຍ ທ່ານຫົວໜ້າກົມສະຫະພາບເອີຣົບ-ອາເມຣິກາ ຂອງກະຊວງການຕ່າງປະເທດ. 

    ສຳລັບຈຸດປະສົງຂອງການເດີນມາຂອງເອກອັກຄະລັດຖະທູດຣັດເຊຍປະຈຳລາວໃນຄັ້ງນີ້ ແມ່ນເພື່ອ ມອບຢາວັກແຊັງປ້ອງກັນພະຍາດໂຄວິດ-19 ສະປູນິກວີ (Sputnik V ) ຈຳນວນ 1.000 ໂດສ ມອບໂດຍ ທ່ານ ພູວົງ ສຸ້ຍຍະວົງ ປະທານບໍລິສັດ ເເອັດແລນຕິກ ອີນເຕີເນເຊີນແນວ ກຣູບ ຈຳກັດຜູ້ດຽວ ຮັບໂດຍທ່ານ ຮສ ດຣ  ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ເປັນກຽດເປັນສັກຂີພິຍານຂອງທ່ານ ວະລາດີມີຣ ກາລີນິນ ເອກອັກຄະລັດຖະທູດຣັດເຊຍ ປະຈຳ ສປປລາວ.

    ທ່ານ ວາລາດີມີຣ ກາລີນິນ ໄດ້ກ່າວວ່າ: ຢາວັກແຊັງ “Sputnik V” ແມ່ນຢາວັກແຊັງທີ່ລົງທະບຽນເປັນຄັ້ງທຳອິດຂອງໂລກ ທີ່ມີປະສິດທິພາບທາງດ້ານຄລີນິກເທົ່າກັບ 91,4% ແລະ 100% ສໍາລັບກໍລະນີຮ້າຍແຮງ ທີ່ພັດທະນາໂດຍສູນລະບາດວິທະຍາ ເເລະ ຈຸລິນຊີວິທະຍາແຫ່ງຊາດກາມາເລຢາ ເຊິ່ງເປັນໜຶ່ງໃນສະຖາບັນຄົ້ນຄວ້າຊັ້ນແນວໜ້າຂອງໂລກ ເຊິ່ງປັດຈຸບັນນີ້ ພົນລະເມືອງຂອງຣັດເຊຍເກືອບ 1 ລ້ານຄົນ ໄດ້ຮັບການສັກຢາ “Sputnik V” ເປັນທີ່ຮຽບຮ້ອຍແລ້ວ ໂດຍບໍ່ມີຜົນຂ້າງຄຽງໃດໆ ຫຼາຍກວ່າ 50 ປະເທດ ໄດ້ຍື່ນໃບສະໝັກສໍາລັບການຊື້ຢາວັກແຊັງຂອງຣັດເຊຍປະມານ 1,2 ຕື້ໂດສ ໂດຍສະເພາະ ປະເທດຫວຽດນາມ ອິນໂດເນເຊຍ ມາເລເຊຍ ແລະ ຟີລິບປິນ ພາຍໃນປະຊາຄົມອາຊຽນ ເຊິ່ງຂ້າພະເຈົ້າມີຄວາມຍິນດີທີ່ຈະປະກາດວ່າ ຣັດເຊຍ ແລະ ລາວ ໄດ້ຕົກລົງເຫັນດີສືບຕໍ່ໃນການສະໜອງຢາວັກແຊັງ “Sputnik V” ຕື່ມອີກຈຳນວນໜຶ່ງໃຫ້ແກ່ ສປປ ລາວໃນອະນາຄົດອັນໃກ້ນີ້ ນັ້ນໝາຍຄວາມວ່າ 25% ຂອງປະຊາກອນລາວຈະໄດ້ຮັບຢາວັກແຊັງທີ່ມີປະສິດທິພາບ ແລະ ປອດໄພຈາກຣັດເຊຍ”

# ຂ່າວ & ພາບ : ເພັດສະໝອນ

error: Content is protected !!