ອົງການຈັດຕັ້ງມະຫາຊົນ ນວ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ

    ອົງການແນວລາວສ້າງຊາດນະຄອນຫຼວງວຽງຈັນ (ນວ) ຮ່ວມກັບ 3 ອົງການຈັດຕັ້ງມະຫາຊົນ ນວ ຮ່ວມກັນຈັດຕັ້ງປາຖະກະຖາ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ   (20/01/1949 – 20/01/2021) ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ທີ່ຫ້ອງວ່າການປົກຄອງ ນວ ໃຫ້ກຽດປາຖະກະ ຖາໂດຍພົນຈັດຕະວາ ຜາລົມ ລິນທອງ ປະທານສະຫະພັນນັກຮົບເກົ່າ ນວ ມີປະທານສະຫະພັນກຳມະບານ ນວ ສະຫາຍໃນຄະນະບໍລິຫານງານຊາວໜຸ່ມ ສະຫະພັນແມ່ຍິງ ນວ  ພ້ອມດ້ວຍສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

    ພົນຈັດຕະວາ ຜາລົມ ລິນທອງ ໄດ້ເລົ່າຄືນຄວາມໝາຍ ຄວາມສໍາຄັນຂອງການປະຕິວັດ ແລະ ຄວາມອາດສາມາດຂອງພັກປະຊາຊົນປະຕິວັດລາວ ທີ່ຕໍ່ສູ້ຍາດເອົາໄຊຊະນະຈາກພວກລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່ ທີ່ປົກຄອງມາຍາວນານຈົນສາມາດປົດປ່ອຍປະເທດຊາດ ໃນວັນທີ 2 ທັນວາ 1975 (2 ທັນວາ 1975 ຫາ 2 ທັນວາ 2021) ເຊິ່ງເປັນວັນໜຶ່ງທີ່ມີຄວາມໝາຍຄວາມສຳຄັນທົ່ວປວງຊົນລາວທັງຊາດ ແມ່ນໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເປັນວັນທີ່ປະຊາຊົນລາວບັນດາເຜົ່າມີອິດສະຫຼະພາບ ເອກະລາດ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ພ້ອມຍົກໃຫ້ເຫັນຜົນງານການເຄື່ອນ ໄຫວຂອງປະທານ ໄກສອນ ພົມວິຫານ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທັງນີ້ກໍເພື່ອໃຫ້ສະມາຊິກຊາວໜຸ່ມຜູ້ເກີດໃໝ່ໃຫຍ່ລຸນ ໄດ້ມີຄວາມຮັບຮູ້ເຂົ້າໃຈ ແລະ ມີຄວາມເອກອ້າງທະນົງໃຈ ຕໍ່ມູນເຊື້ອປະຫວັດສາດ ແລະ ວິລະກຳຂອງບັນດາວິລະບູລຸດໃນອະດີດ ທີ່ໄດ້ສ້າງຜົນງານອັນໃຫຍ່ຫຼວງໄວ້ໃຫ້ຮ່ຳຮຽນເອົາຄຸນສົມບັດ ທັດສະນະປະຕິວັດ ແບບແຜນໃນການນຳພາແບບແຜນການດຳລົງຊີວີດ ແລະ ອຸດົມຄະຕິປະຕິວັດຂອງປະທານ ໄກສອນ ພົມວິຫານ ພ້ອມນີ້ ກໍຍັງຕ້ອງເສີມຂະຫຍາຍມູນເຊື້ອຮັກຊາດ ມູນເຊື້ອອັນອົງອາດກ້າຫານ ມູນເຊື້ອສາມັກຄີພາຍໃນຊາດ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວໃຫ້ໝັກແໜ້ນ ແລະ ເຂັ້ມແຂງ.

      # ຂ່າວ & ພາບ : ບຸນ​ມີ

error: Content is protected !!