ໜິ້ວໃນຖົງນໍ້າບີ (Gall Stone) ເປັນພະຍາດທີ່ສາມາດເກີດຂຶ້ນກັບທຸກຄົນໄດ້ ແລະ ມີຄວາມອັນຕະລາຍ ຖ້າບໍ່ຮີບປິ່ນປົວ ໜິ້ວໃນຖົງນໍ້າບີນັ້ນ ເກີດຈາກການຕົກຕະກອນຂອງຫີນປູນ ຫຼືຄໍເລສເຕີຣອລໃນນໍ້າບີ ເຮັດໃຫ້ເກີດມີໜິ້ວ ໂດຍລັກສະນະໜິ້ວມີ 3 ປະເພດ ໄດ້ແກ່.

- ໜິ້ວຈາກຄໍເລສເຕີຣອລ (Cholesterol Stones) ອາດເປັນສີເຫຼືອງ ຂາວ ຂຽວ ເກີດຈາກການຕົກຕະກອນໄຂມັນ ເນື່ອງຈາກຄໍເລສເຕີຣອລເພີ່ມຫຼາຍຂຶ້ນໃນຖົງນໍ້າບີ.
- ໜິ້ວຈາກເມັດສີ (Pigment Stones) ອາດເປັນສີດໍາຄໍ້າ ເກີດຈາກຄວາມຜິດປົກກະຕິຂອງເລືອດ ເລືອດຈາງ ຕັບແຂງ.
- ໜິ້ວຂີ້ຕົມ (Mixed Gallstones) ເປັນຄ້າຍຂີ້ຕົມ ໜຽວ ເກີດຈາກການຕິດເຊື້ອໃກ້ຕັບ ທໍ່ນໍ້າບີ ແລະ ຕັບອ່ອນ.
ຈະຮູ້ໄດ້ຢ່າງໃດວ່າເປັນໜິ້ວ ?
ໂດຍທົ່ວໄປແລ້ວ ໜິ້ວໃນຖົງນໍ້າບີຈພບໍ່ສະແດງການເກີດອາການ ຜູ້ປ່ວຍມັກຈະຮັບຮູ້ວ່າເປັນພະຍາດ ກໍຕໍ່ເມື່ອມາກວດສຸຂະພາບ ຫຼືມາພົບແພດດ້ວຍບັນຫາສຸຂະພາບອື່ນໆ ຫຼືອາດຈະມີການສະແດງອາການ ຫາກກ້ອນໜິ້ວຕິດຄ້າງຢູ່ທີ່ປາກທາງອອກຂອງຖົງນໍ້າບີ ແລະ ເກີດອາການອຸດຕັນ ດັ່ງນີ້:
- ທ້ອງອືດ
- ແໜ້ນທ້ອງ
- ປວດໃຕ້ຮູຄໍ/ໃຕ້ກະດູກຂ້າງດ້ານຂວາ
- ປວດທີ່ບ່າໄຫຼ່/ຫຼັງຂວາ
- ປຸ້ນທ້ອງປວດຮາກ (ຖົງນໍ້າບີຕິດເຊື້ອ)
- ມີໄຂ້ໜາວສັ່ນ
- ຕາເຫຼືອງ (ເມື່ອກ້ອນໜິ້ວອຸດໃນທໍ່ນໍ້າບີ)
- ປັດສາວະສີເຂັ້ມ (ເມື່ອກ້ອນໜິ້ວອຸດໃນທໍ່ນໍ້າບີ)
- ອຸດຈາລະສີຂາວ (ເມື່ອກ້ອນໜິ້ວອຸດໃນທໍ່ນໍ້າບີ)
ການປ້ອງກັນໜິ້ວໃນຖົງນໍ້າບີ
- ຄວນຮັບປະທານອາຫານໃຫ້ກົງເວລາ ແລະ ຄົບຄາບທຸກວັນ
- ຄວນຄວບຄຸມນໍ້າໜັກ ແລະ ລະດັບໄຂມັນໃນເລືອດໃຫ້ຢູ່ໃນເກນປົກກະຕິ ເພື່ອປ້ອງກັນບໍ່ໃຫ້ມີການຫຼັ່ງຄໍເລສເຕີຣອລໃນນໍ້າບີຫຼາຍເກີນໄປ.
- ຫາກຕ້ອງການຫຼຸດນໍ້າໜັກ ຄວນຫຼຸດຢ່າງຖືກວິທີ ແລະ ຄ່ອຍເປັນຄ່ອຍໄປ ເພາະການທີ່ນໍ້າໜັກຫຼຸດລົງຢ່າງວ່ອງໄວ ຈະເຮັດໃຫ້ຕັບຫຼັ່ງຄໍເລສເຕີຣອລໃນນໍ້າບີຫຼາຍກວ່າປົກກະຕິ.