ເບິ່ງ​ຂະ​ບວນ​ການ​ນິຕິ​ກຳ​ໃນ​ສະ​ກອດ​ແລນ ແລະ ນິວ​ຊີ​ແລນ

      ແຕ່​ທ້າຍ​ເດືອນ​ຕຸລາ ຫາ​ຕົ້ນ​ເດືອນ​ພະຈິກປີ 2020 ໄດ້​ມີ​ຂ່າວ​ກ່ຽວ​ກັບ​ຂະ​ບວນ​ການ​ເຄື່ອນໄຫວ​ດ້ານ​ນິຕິ​ກຳ​ໃນ​ປະເທດ​ສະ​ກອດ​ແລນ ຂອງ​ສະຫະ​ລາຊະ​ອານາຈັກ​ອັງກິດ (UK) ເຊິ່ງ​ຢູ່​ບ້ານ​ເຮົາ​ເອີ້ນ​ກັນ​ວ່າ​ປະເທດ​ອັງກິດ ແລະ ໃນ​ປະເທດ​ນິວ​ຊີ​ແລນ ຫຼື ນູ​ແວນ​ເຊ​ລັງ (ຕາມ​ພາສາ​ຝຣັ່ງ) ຊຶ່ງ​ລາຍ​ລະອຽດ​ມີ​ດັ່ງ​ລຸ່ມ​ນີ້:

      ທີ່ ສະ​ກອດ​ແລນ-ສະຫະ​ລາຊະ​ອານາຈັກ​ອັງກິດ (UK) ນັ້ນ ປະກອບ​ດ້ວຍ 4 ປະເທດ​ຄື: ອັງກິດ ເວວ ສະ​ກອດ​ແລນ ແລະ ອຽກ​ລັງ​ເໜືອໃນ​ວັນ​ທີ 8 ເດືອນ​ພະຈິກ 2020 ຜ່ານ​ມາ ໄດ້​ມີ​ຂ່າວ​ວ່າ​ທາງ​ການ​ຂອງ​ສະ​ກອດ​ແລນ​ໄດ້​ອອກ​ກົດໝາຍ​ເປັນ​ອັນ​ສະເພາະ​ຂອງ​ຕົນ ທີ່​ຫ້າມ​ພໍ່​ແມ່ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ລູກ​ດ້ວຍ​ການ​ຕີ ບໍ່​ວ່າ​ຈະ​ຕີ​ເພື່ອ​ສັ່ງສອນ ຫຼື ຕີ​ເພື່ອ​ໃຫ້​ເຂັດ​ຫຼາບ​ຈາກ​ການ​ປະພຶດ​ແນວ​ບໍ່​ຖືກຕ້ອງ ເປັນ​ອັນວ່າ​ສະ​ກອດ​ແລນ​ໄດ້​ກາຍເປັນ​ປະເທດ​ທຳ​ອິດ​ໃນ​ສະຫະ​ລາຊະ​ອານາຈັກ​ອັງກິດ ທີ່​ມີ​ກົດໝາຍ​ຫ້າມ​ພໍ່​ແມ່​ຜູ້​ປົກ ຄອງ​ຕີ​ລູກເຕົ້າ​ຂອງ​ຕົນ ພາຍ​ໃຕ້​ກົດໝາຍ​ດັ່ງກ່າວການ​ລົງໂທດ​ທາງ​ຮ່າງກາຍ​ທຸກ​ຮູບ​ແບບ​ຕໍ່​ເດັກ ໃນ​ສະ​ກອດ​ແລນ ກາຍເປັນ​ສິ່ງ​ຜິດ​ກົດໝາຍ ແລະ ເດັກນ້ອຍ​ໃນ​ປະເທດ​ນີ້ ກໍ​ໄດ້​ຮັບ​ການ​ປົກ​ປ້ອງ​ດ້ວຍ​ກົດໝາຍ​ເຊັ່ນ​ດຽວ​ກັບ​ຜູ້​ໃຫຍ່ ໃນ​ໄລຍະ​ຜ່ານ​ມາ ກົດໝາຍ​ສະ​ກອດ​ແລນ​ໄດ້​ກຳນົດ​ໃຫ້​ພໍ່​ແມ່ ກໍ​ຄື ຜູ້​ປົກຄອງ​ສາມາດ​ໃຊ້​ຮູບ​ການ​ລົງໂທດ​ຕໍ່​ເດັກ​ຕາມ​ເຫັນ​ສົມຄວນ ແຕ່​ຫ້າມ​ໃຊ້​ຝາ​ມື​ຕົບ​ຕ່ອຍ ຫຍຸມ ຢິກ ບິດ ຕີ ຫຼື ຟາດ​ດ້ວຍ​ວັດຖຸ​ທຸກ​ຊະນິດ.

   ກົດໝາຍ​ສະບັບ​ນີ້ ໄດ້​ມີ​ຜົນ​ບັງຄັບ​ໃຊ້​ແລ້ວ ມາແຕ່​ວັນ​ທີ 7 ພະຈິກ 2020 ກົດໝາຍ​ໄດ້​ຮັບ​ສຽງ​ສະໜັບສະໜູນ​ຈາກ​ລັດ​ຖະ​ສະພາ ດ້ວຍ​ຄະແນນ​ສຽງ 84 ສຽງ ຕໍ່ 29 ສຽງ ກົດໝາຍ​ຫ້າມ​ຜູ້​ເປັນພໍ່-ແມ່ ຫຼື ຜູ້​ປົກຄອງ​ໃຊ້​ຄວາມ​ຮຸນ​ແຮງ​ດ້ວຍ​ການຕ່ອຍ​ຕີ ຫຼື ທຳຮ້າຍ​ຮ່າງກາຍ​ນີ້ ຫຼາຍ​ປະເທດ​ໃນ​ເອີ​ຣົບ ໄດ້​ປະກາດ​ໃຊ້​ມາ​ແລ້ວ ສ່ວນ​ຢູ່​ໃນ​ສະຫະ​ພັນ​ຣັດ​ເຊຍ​ນັ້ນ ຂໍ້​ຫ້າມ​ດັ່ງກ່າວ​ໄດ້​ກຳນົດ​ໄວ້​ໃນ​ກົດໝາຍ ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ ແຕ່​ທາງ​ການ​ຣັດ​ເຊຍ​ໄດ້​ກຳນົດ​ມາດ​ຕະການ​ຫ້າມ​ໃຫ້​ຢູ່​ໃນ​ລະດັບ​ທີ່​ເໝາະ​ສົມ​ກັບ​ເງື່ອນໄຂ ເພື່ອ​ບໍ່​ໃຫ້​ເດັກ​ສວຍໂອກາດ​ໃຊ້​ສິດ​ຂອງ​ຕົນ​ເອງ​ເກີນ​ຂອບ​ເຂດ ຄື​ຢູ່​ບາງ​ປະເທດ​ໃນ​ເອີ​ຣົບ ກົດໝາຍ​ຣັດ​ເຊຍ​ນັ້ນ ໄດ້​ກຳນົດ​ໂທດ​ໜັກ​ພໍ​ສົມຄວນ ຕໍ່​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ​ດ້ວຍ​ການ​ທຳຮ້າຍ​ຮ່າງກາຍ.

   ທີ່​ນິວ​ຊີ​ແລນ: ໃນ​ວັນ​ທີ 17 ເດືອນ​ຕຸລາ 2020 ຊຶ່ງ​ເປັນ​ມື້​ເລືອກ​ຕັ້ງ​ທົ່ວ​ປະເທດ​ຂອງ​ນິວ​ຊີ
ແລນ​ນັ້ນ ທາງ​ການ​ຂອງ​ປະເທດ​ນີ້ ໄດ້​ເປີດ​ໃຫ້​ປະຊາຊົນ​ລົງມະຕິ​ກ່ຽວ​ກັບ 2 ກົດໝາຍ ຄື: ກົດ
ໝາຍ “ກາ​ຣຸ​ນະ​ຄາດ” ແລະ ກົດໝາຍ​ການ​ນຳ​ໃຊ້ກັນຊາ ເພື່ອ​ຄວາມ​ຜ່ອນຄາຍ ຜົນ​ປາກົດ​ອອກ​ມາ​ວ່າ​ກົດໝາຍ​ກາ​ຣຸ​ນະ​ຄາດ ໄດ້​ຮັບ​ສຽງ​ສະໜັບສະ​ໜູນ 65,2% ສ່ວນ​ສຽງ​ຄັດຄ້ານ​ນັ້ນ ມີ​ຢູ່
33,8% ສຳລັບ​ຮ່າງ​ກົດໝາຍ​ການ​ນຳ​ໃຊ້​ກັນຊາ​ເພື່ອ​ຄວາມ​ຜ່ອນຄາຍ​ນັ້ນ ໄດ້​ຖືກ​ຄັດຄ້ານ​ດ້ວຍ​ສຽງ​ປະຊາ​ມະຕິ 53,1% ລື່ນ​ສຽງ​ເຫັນ​ດີ​ທີ່​ມີ 46,1% ເປັນ​ອັນວ່າ ກົດໝາຍ​ນີ້​ໄດ້​ຕົກ​ໄປ​ໂດຍ​ອັດຕະໂນມັດ ໃນ​ທີ່​ຈິງ​ແລ້ວ ຮ່າງ​ກົດໝາຍ ກາ​ຣຸ​ນະ​ຄາດ ນີ້ ທາງ​ລັດ​ຖະ​ສະພາ​ນິວ​ຊີ​ແລນ​ໄດ້​ໃຫ້​ຄວາມ​ເຫັນ​ດີ ແຕ່​ປີ 2019 ພຸ້ນ ແຕ່​ບໍ່​ໄດ້​ບັງຄັບ​ໃຊ້​ເທື່ອ​ເພາະ​ເຫັນ​ວ່າ​ເປັນ​ບັນຫາ​ອ່ອນ​ໄຫວ​ທີ່ ຈຳ​ຕ້ອງ​ໄດ້​ຜ່ານ​ການ​ລົງ​ປະຊາ​ມະຕິ ຢັ່ງ​ສຽງ​ພົນລະເມືອງ​ໃນ​ທົ່ວ​ປະເທດ ກົດໝາຍ​ກາ​ຣຸ​ນະ​ຄາດ ແມ່ນ​ກົດໝາຍ​ທີ່​ອະນຸຍາດ​ໃຫ້​ແພດ​ໝໍ​ສາມາດ​ປິດ​ຊີວິດ​ຂອງ​ຄົນ​ເຈັບ​ໄດ້ ໂດຍ​ການ​ຂໍ​ຮ້ອງ​ຂອງ​ຄົນ​ເຈັບ​ທີ່​ໃກ້​ຈະ​ເສຍ​ຊີວິດ ຄື ຍັງ​ຈະ​ມີ​ຊີວິດ​ສືບຕໍ່​ໄດ້​ບໍ່​ເກີນ 6 ເດືອນ ເງື່ອນໄຂ​ໃນ​ການ​ຊ່ວຍ​ປິດ​ຊີວິດ​ນັ້ນ ຕ້ອງ​ຜ່ານ​ການ​ຂໍ​ຮ້ອງ​ຂອງ​ຄົນ​ເຈັບ​ເອງ ຍ້ອນ​ບໍ່​ຕ້ອງການ​ທົນ​ທຸກທໍລະມານ​ຕໍ່​ຄວາມເຈັບ​ປວດ​ອີກ​ຕໍ່​ໄປ.

   ພາຍ​ໃຕ້​ກົດໝາຍ​ດັ່ງກ່າວ ການ​ຂໍ​ຮ້ອງ​ຂອງ​ຄົນ​ເຈັບ​ຕ້ອງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຂອງ​ແພດ ທີ່​ປິ່ນປົວ​ຄົນ​ເຈັບ​ຜູ້​ນັ້ນ ບວກ​ກັບ​ແພດ​ອິດສະຫຼະ​ອີກ 1 ຄົນ ຖ້າ​ແພດ​ທັງ​ສອງ​ຍັງ​ບໍ່​ສາມາດ​ຈະ​ຕັດສິນ​ໃຈ​ກໍ​ຕ້ອງ​ໄດ້​ມີ​ການ​ປຶກສາ​ນຳ​ຈິດ​ຕະ​ແພດ​ຕື່ມ​ອີກ.

error: Content is protected !!