ຄວາມໄດ້ປຽບຂອງປະເທດທີ່ພ້ອມດ້ານທັກສະອອນລາຍໃນຍຸກໂຄວິດ-19

         ໃນລາຍງານເລື່ອງຂີດຄວາມສາມາດ ໃນການແຂ່ງຂັນລະດັບໂລກປະຈຳປີນີ້ ສະພາເສດຖະກິດໂລກ (World Economic Forum: WEF) ຈະວັດຂີດຄວາມສາມາດ ຂອງປະເທດຕ່າງໆໃນການຮັບມື ແລະ ຟື້ນຕົວຈາກຫາຍະນະທີ່ເກີດຈາກການແຜ່ລະ ບາດຂອງໂຄໂຣນາໄວຮັສ.

   ແຕ່ເນື່ອງຈາກການເກີດພະຍາດລະບາດ ໃຫຍ່ ແລະ ການທີ່ບໍ່ສາມາດຮວບຮວມຂໍ້ ມູນທີ່ຈຳເປັນໄດ້ ການຈັດອັນດັບປະເທດ ໃນລາຍງານນີ້ຈຶ່ງຖືກລະງັບໄປ ແຕ່ຈະມີ

ການກວດສອບປັດໄຈທີ່ຊ່ວຍໃຫ້ສາມາດ ຈັດການດ້ານເສດຖະກິດ ແລະ ການຟື້ນ

ຕົວຈາກພະຍາດລະບາດໃຫຍ່ໄດ້ດີຂຶ້ນແທນ.

   ລາຍງານລະບຸວ່າ: ພາວະຖົດຖອຍທາງເສດຖະກິດຢ່າງຫຼວງຫຼາຍທີ່ເກີດຈາກການ ຕິດເຊື້ອຍັງຄົງມີຜົນກະທົບທາງເສດຖະກິດ ແລະ ສັງຄົມຢ່າງເລິກເຊິ່ງ ເຖິງແມ່ນວ່າ ຈະບໍ່ມີປະເທດໃດທີ່ບໍ່ໄດ້ຮັບຜົນກະທົບເລີຍ ແຕ່ບາງປະເທດກໍມີການປັບຕົວຫຼາຍກວ່າ ປະເທດອື່ນໆ.

   ທ່ານ Saadia Zahidi ກຳມະການຜູ້ຈັດການ WEF ກ່າວວ່າ: ປະເທດທີ່ມີທັກສະດິຈິຕອນຂັ້ນສູງ ມັກຈະປະສົບຄວາມສຳເລັດຫຼາຍກວ່າປະເທດອື່ນໆ ໃນການປະຄອງເສດຖະກິດໃຫ້ດຳເນີນໄປໄດ້ ໃນໄລຍະທີ່ເກີດພະຍາດລະບາດໃຫຍ່.

   ນອກຈາກນີ້ ປະເທດທີ່ມີການໃຊ້ລະບົບດິຈິຕອນຂັ້ນສູງກວ່າໃນທຸລະກິດຕ່າງໆ ຈະ ສາມາດປ່ຽນແປງໄປເຮັດວຽກຫ້ອງການ ໄດ້ຂ້ອນຂ້າງວ່ອງໄວເຊິ່ງໂດຍສ່ວນຫຼາຍຈະ ເປັນປະເທດທີ່ການຈັດການທີ່ດີກວ່າ ໂດຍສະເພາະຢ່າງຍິ່ງ ໃນເລື່ອງຂອງປະຊາກອນ ເນື່ອງຈາກສາມາດຮັກສາຕຳແໜ່ງງານຕ່າງໆໄວ້ໄດ້.

   ລາຍງານດັ່ງກ່າວລະບຸວ່າ ປະເທດໂຮນລັງ ນູແວນເຊລັງ ສະວິດ ແອສໂຕນີ ແລະ ສະຫະລັດອາເມຣິກາ ເປັນປະເທດທີ່ດຳເນີນການໄດ້ດີໃນເລື່ອງນີ້ ຜູ້ຂຽນລາຍງານພົບ ວ່າ ປະເທດທີ່ມີເຄືອຄ່າຍຄວາມປອດໄພ ທາງສັງຄົມທີ່ເຂັ້ມແຂງ ແລະ ລະບົບການດູແລສຸຂະພາບທີ່ແຂງແກ່ນກໍສາມາດ ຕ້ານທານຕໍ່ຜົນກະທົບທີ່ບໍ່ສຸດຂອງການເກີດພະຍາດລະບາດໄດ້.

    ທ່ານ Zahidi ກ່າວຕໍ່ໄປວ່າ ສະຖາບັນລະຫວ່າງປະເທດຫຼາຍໆສະຖາບັນແນະນຳ ໃຫ້ລັດຖະບານຂອງປະເທດຕ່າງໆ ໃຊ້ມາດຕະການຊຸກຍູ້ເພື່ອສະໜັບສະໜູນເສດຖະກິດ ແລະ ແຮງງານໃນໄລຍະເວລາທີ່ຍາກ ລຳບາກນີ້ ໃນຂະນະດຽວກັນ ລັດຖະບານ ກໍຄວນເລີ່ມກ້າວໄປສູ່ຂັ້ນຕອນທີ່ແຂງແກ່ນຫຼາຍຂຶ້ນເລັກນ້ອຍ ໃນການກຽມຄວາມ ພ້ອມສຳລັບໄລຍະຫຼັງການລະບາດ.

   ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າລັດຖະບານ ຈະຢຸດການລົງທຶນ ຫຼື ຢຸດໃຫ້ການສະ

ໜັບສະໜູນຕໍ່ໄປໂດຍເລື່ອງນີ້ອາດຈະບໍ່ແມ່ນແຜນການໃນໄລຍະສັ້ນ ແຕ່ອາດເປັນ ການສະໜັບສະໜູນໃນໄລຍະຍາວ ສຳລັບ ໂຄງຂ່າຍຄວາມປອດໄພທີ່ຊ່ວຍໃຫ້ບັນດາຄົນເຮັດວຽກສາມາດປ່ຽນບົດບາດໃນປັດຈຸບັນຂອງຕົນເພື່ອຮັບການສະໜັບສະໜູນລາຍໄດ້ບາງສ່ວນ ແລະ ເພື່ອໃຫ້ສາມາດຮັບການເຝິກອົບຮົມໃໝ່ໆເຝິກທັກສະໃໝ່ໆ ແລະ ປ່ຽນແປງໄປສູ່ບົດບາດອື່ນໆໄດ້ໃນອະນາຄົດ.

   ທ່ານ Saadia Zahidi ຈາກ WEF ກ່າວ ອີກວ່າ ການຟື້ນຕົວຈາກໂຄໂຣນາໄວຣັສ ສຳລັບປະເທດທີ່ມີລາຍໄດ້ຕ່ຳ ຫຼື ປະເທດທີ່ມີລະດັບໜີ້ສິນສູງນັ້ນ ຈະຍາກກວ່າປະເທດ ທີ່ເສດຖະກິດກ້າວໜ້າ ແລະ ວ່າຈຳເປັນຕ້ອງມີຂໍ້ຕົກລົງຄວາມຮ່ວມມືລະຫວ່າງປະ ເທດ ເພື່ອສະໜັບສະໜູນປະເທດເຫຼົ່ານີ້ ໃນ ໄລຍະສັ້ນເພື່ອໃຫ້ປະເທດດັ່ງກ່າວສາມາດກ້າວໄປຂ້າງໜ້າຕໍ່ໄປໄດ້.

   ທ່ານກ່າວປິດທ້າຍວ່າ ປະເທດເຫຼົ່ານັ້ນ ຈຳເປັນຕ້ອງໄດ້ຮັບການສະໜັບສະໜູນ ຈາກປະຊາຄົມລະຫວ່າງປະເທດເປັນໄລຍະເວລາໜຶ່ງເພື່ອໃຫ້ສາມາດຟື້ນຕົວຈາກຜົນກະທົບທີ່ໂຫດຮ້າຍຂອງໂຄວິດ-19 ທີ່ມີຕໍ່ເສດຖະກິດຂອງປະເທດນັ້ນໆໄດ້.

error: Content is protected !!