ກະຊວງ ຜທ ວາງພວງມາລາໂອກາດວັນສ້າງຕັ້ງກອງທັບ

    ເພື່ອສ້າງຂະບວນການຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ ຄໍານັບຮັບຕ້ອນວັນສ້າງຕັ້ງພັກຄົບຮອບ 66 ປີ ເພື່ອຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ຮຽນຮູ້ຄຸນສົມບັດສິນທຳປະຕິວັດຂອງປະທານ ໄກສອນ ພົມວິຫານ ວັນທີ 20 ມັງກອນ 2021 ຄະນະພັກ-ຄະນະນໍາ ແລະ 3 ອົງການຈັດຕັ້ງມະຫາຊົນ ກະຊວງແຜນການ ແລະ ການລົງທຶນ (ຜທ) ນຳໂດຍທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມຄະນະ ໄດ້ເຂົ້າວາງພວງມາລາຢູ່ສຸສານນັກຮົບນິລະນາມ (ຫຼັກ 24) ແລະ ວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນພົມວິຫານ ແລະ ຢ້ຽມຊົມ ພິພິທະພັນ ໄກສອນ ພົມວິຫານ ເພື່ອສະແດງຄວາມເຄົາລົບຮັກ ຮູ້ບຸນຄຸນ ແລະ ລະນຶກເຖິງຄຸນງາມຄວາມດີຂອງບັນດາພະນັກງານ ແລະ ນັກຮົບທີ່ເສຍສະຫຼະຊີວິດເພື່ອປະເທດຊາດ ເພື່ອຄວາມເປັນເອກະລາດແຫ່ງຊາດ ແລະ ເພື່ອຄວາມຢູ່ດີກິນດີຂອງປະຊາຊົນລາວບັນດາເຜົ່າ ເພື່ອລະນຶກເຖິງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ ຜູ້ກໍ່ຕັ້ງ ສຶກສາອົບຮົມເຝີກຝົນຫຼໍ່ຫຼອມ ແລະ ທະນຸບຳລຸງກອງທັບປະຊາຊົນລາວຕະຫຼອດມາ ໂດຍສະເພາະ ການຮ່ຳຮຽນເອົາແບບແຜນການດຳລົງຊີວິດ ແລະ ພາລະກິດປະຕິວັດຂອງປະທານ ເພື່ອອະນຸຮັກປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດໃຫ້ນັບມື້ສູງຂຶ້ນເລື້ອຍໆ.

                 # ຂ່າວ & ພາບ : ລັດເວລາ

error: Content is protected !!