ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ສົມທົບກັບສູນປ້ອງກັນພືດສາລາຄໍາ ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງສີໂຄດຕະບອງ ແລະ ຕະຫຼາດລາວ-ອົດຊີ ໄດ້ເປີດຂະບວນການຄວບຄຸມຄຸນນະພາບ ກວດກາສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ ຂຶ້ນໃນວັນທີ 20 ມັງກອນ 2021 ຢູ່ຕະຫຼາດລາວ-ອົດຊີ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ໜຽວຄໍາ ຄໍາມີນາທີ ຫົວໜ້າຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ທ່ານ ສັນຕິໄຊ ສັນຕິລາດ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງສີໂຄດຕະບອງ ທ່ານນາງ ໄຊສົງຄາມ ສີຄຳແພງ ຜູ້ອໍານວຍການຕະຫຼາດລາວ-ອົດຊີ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.


ທ່ານ ໜຽວຄໍາ ຄໍາມີນາທີ ກ່າວວ່າ: ຈຸດປະສົງໃນການມາມື້ນີ້ ແມ່ນເປີດຂະບວນການຄວບຄຸມຄຸນນະພາບ ກວດກາສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ຢູ່ໃນຕະຫຼາດລາວ-ອົດຊີ ເພື່ອເປັນການຜັນຂະຫຍາຍຄໍາສັ່ງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການຄຸ້ມຄອງຄຸນນະພາບພືດ ແລະ ຜະລິດຕະພັນພືດຢູ່ໃນຕະຫຼາດ ແລະ ພື້ນທີ່ການຜະລິດຂອງນະຄອນຫຼວງວຽງຈັນ ເຊິ່ງໃນປີຜ່ານມາ ແມ່ນສາມາດຈັດຕັ້ງປະຕິບັດການຄວບຄຸມຄຸນນະພາບພືດ ໂດຍສະເພາະແມ່ນພືດຜັກ ແລະ ໝາກໄມ້ ທົ່ວນະຄອນຫຼວງວຽງຈັນຢູ່ 18 ຕະຫຼາດ ນອກຈາກນັ້ນ ກໍໄດ້ຈັດຕັ້ງປະຕິບັດ 5 ເມືອງເປົ້າໝາຍຄື: ເມືອງຫາດຊາຍຟອງ ສີສັດຕະນາກ ຈັນທະບູລີ ໄຊເສດຖາ ແລະ ເມືງສີໂຄດຕະບອງ ນອກຈາກ 18 ຕະຫຼາດຕົວແບບແລ້ວ ຍັງໄດ້ດໍາເນີນການກວດກາສາງເກັບມ້ຽນ ຕະຫຼາດກະສິກໍາອິນຊີ ເຊັ່ນ: ຕະຫຼາດໄອເຕັກ ຕະຫຼາດດົງນາໂຊກ ແລະ ຕະຫຼາດຫ້ວຍຫົງ ເຊິ່ງໃນປີຜ່ານມາ ສາມາດກວດຫາສານເຄມີຕົກຄ້າງໃນພືດຜັກ ແລະ ໝາກໄມ້ໄດ້ທັງໝົດ 4.434 ຕົວຢ່າງ ຜ່ານການກວດກາ 1.200 ກວ່າຕົວຢ່າງ ມີຄວາມປອດໄພ ສ່ວນຈໍານວນໜຶ່ງ ພົບສານເຄມີເກີນກວ່າມາດຕະຖານກໍມີບໍ່ຫຼາຍ ຈາກການນໍາເຂົ້າສິນຄ້າໃນໄລຍະຜ່ານມາ ເຫັນວ່າສານເຄມີຕົກຄ້າງນັບມື້ນັບຫຼຸດໜ້ອຍລົງ ເມື່ອມີການກວດກາຄຸນນະພາບຢູ່ໃນບັນດາຕະຫຼາດ ສາງເຢັນ ດ່ານນໍາເຂົ້າ ແລະ ຕະຫຼາດກະສິກໍາອິນຊີ ອັນນີ້ແມ່ນເປົ້າໝາຍຫຼັກ ເພື່ອເຮັດໃຫ້ຕະຫຼາດກາຍເປັນຕະຫຼາດຕົວແບບ ແລະ ຕະຫຼາດກະສິກໍາສະອາດ ທີ່ມີການຄວບຄຸມຄຸນນະພາບສານເຄມີຕົກຄ້າງ ກໍໝາຍຄວາມວ່າ ເຮັດໃຫ້ຜູ້ບໍລີໂພກໄດ້ຮັບການບໍລິໂພກພືດຜັກ ແລະ ໝາກໄມ້ທີ່ປອດໄພ ຕາມທິດສີຂຽວ ຍືນຍົງ ແລະ ສະອາດ ຂອງນະຄອນຫຼວງວຽງຈັນ.

ສະເພາະການກວດຫາສານເຄມີຕົກຄ້າງຢູ່ໃນພືດຜັກ ແລະ ໝາກໄມ້ ຢູ່ຕະຫຼາດລາວ-ອົດຊີ ຄັ້ງນີ້ ແມ່ນໄດ້ເກັບກໍາເອົາ 15 ຕົວຢ່າງມາວິໄຈດ້ວຍເຄື່ອງກວດທັນສະໄໝ ເຊິ່ງເຫັນວ່າພົບສານເຄມີຕົກຄ້າງ 1 ຕົວຢ່າງໃນປະລິມານໜ້ອຍ ເປັນຕົວຢ່າງ ໝາກເຜັດນ້ອຍ ທີ່ນໍາມາຈາກເມືອງກາສີ ແຂວງວຽງຈັນ ສ່ວນຕະຫຼາດອື່ນແມ່ນຈະດໍາເນີນການກວດກາໃນມື້ຕໍ່ໄປ.
