ຍີ່ປຸ່ນ ຊ່ວຍເຫຼືອ ສປປ ລາວ ດ້ານພາຫະນະຕໍ່ຕ້ານການກໍ່ການຮ້າຍ

    ພິທີມອບລົດລາດຕະເວນ ໃຫ້ກະຊວງປ້ອງກັນຄວາມສະຫງົບ ຈັດຂຶ້ນໃນວັນທີ 20 ມັງກອນ 2021 ທີ່ກະຊວງປ້ອງກັນຄວາມສະຫງົບ ກ່າວມອບໂດຍທ່ານ ທາເກວະກະ ເຄໂຊ ເອກອັກຄະລາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ຮັບຂອງທ່ານ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ມີຕາງໜ້າສອງຝ່າຍກ່ຽວຂ້ອງເຂົ້າຮ່ວມ.

    ພາຍໃຕ້ໂຄງການຊ່ວຍເຫຼືອລ້າເພື່ອສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງຍີ່ປຸ່ນ ໃຫ້ແກ່ ສປປ ລາວ (ໃນຂົງເຂດປ້ອງກັນຄວາມສະຫງົບ) ເຊິ່ງທຶນຊ່ວຍເຫຼືອລ້າ 200 ລ້ານເຢນ (1.92 ລ້ານໂດລາສະຫະລັດ) ຈະຖືກນໍາໃຊ້ເພື່ອຊ່ວຍເຫຼືອລັດຖະບານລາວຕ້ານການກໍ່ການຮ້າຍ ແລະ ປັບປຸງອຸປະກອນດ້ານຄວາມໝັ້ນຄົງ ເພື່ອແນໃສ່ປະກອບສ່ວນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍຜ່ານການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ ເຊິ່ງລົດລາດຕະເວນ ລວມທັງອຸປະກອນອື່ນໆເຊັ່ນ: ເຄື່ອງ X-Ray ແລະ ລົດອະເນກປະສົງ ແມ່ນໄດ້ຖືກສົ່ງມອບໃຫ້ກ່ອນ ທ່ານທູດກ່າວວ່າ: “ພວກເຮົາມີຄວາມຍິນດີທີ່ໄດ້ມອບເຄື່ອງຊ່ວຍເຫຼືອຕ້ານການກໍ່ການຮ້າຍໃນວາລະຄົບຮອບ 60 ປີແຫ່ງການສ້າງຕັ້ງກອງກຳລັງປ້ອງກັນຄວາມສະຫງົບຂອງ ສປປ ລາວ ຂ້າພະເຈົ້າເຊື່ອໝັ້ນວ່າ ຄວາມສະຫງົບສຸກ ແລະ ການພັດທະນາໃນສັງຄົມລາວ ຈະຊ່ວຍນຳພາພວກເຮົາໄປສູ່ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນທົ່ວພາກພື້ນ.”

                 # ຂ່າວ & ພາບ : ລັດເວລາ

error: Content is protected !!