ເຈົ້າຄອງ ພົບປະພະນັກງານຫຼັກແຫຼ່ງພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພນະຄອນຫຼວງວຽງຈັນ

     ວັນທີ 19 ມັງກອນ 2021 ທີ່ພະແນກແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພນະຄອນຫຼວງວຽງຈັນ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພົບປະພະນັກງານຫຼັກແຫຼ່ງພະແນກດັ່ງກ່າວ ຖືກຕ້ອນຮັບຈາກທ່ານ ພັນໂທ ຄໍາເພັດ ດາລາວົງ ວ່າການຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພນະຄອນຫຼວງວຽງຈັນ ມີທ່ານ ບຸນໜາ ຜາທຸມມະວົງ ເຈົ້າເມືອງຈັນທະບູລີ ແລະ ອໍານາດການປົກຄອງບ້ານ 5 ບ້ານເປົ້າໝາຍເຂົ້າຮ່ວມ.

    ທ່ານ ພັນໂທ ຄໍາເພັດ ດາລາວົງ ໄດ້ລາຍງານໃຫ້ຮູ້ກ່ຽວກັບການກະກຽມຄວາມພ້ອມໃນການປ້ອງກັນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ II ທີ່ຈະມາເຖິງນີ້ ເຊິ່ງ ພະແນກຕໍາຫຼວດຂອງພວກເຮົາມີພາຫະນະລົດມອດໄຟທັງໝົດ 17 ຄັນ ເຮືອ 1 ລໍາ ລົດບັນທຸກນໍ້າ 9 ຄັນ ລົດກູ້ໄພ 1 ຄັນ ລົດແສງສະຫວ່າງ 1 ຄັນ ລົດຍົກກະເຊົ້າ 2 ຄັນ ລົດແມງງອດ 1 ຄັນ ລົດບັນທຸກໂຟມ 1 ຄັນ ແລະ ລົດຈຶ້ງດູດ 2 ຄັນ ໃນນີ້ ໃຊ້ການໄດ້ 11 ຄັນ.

    ພາຍຫຼັງທີ່ຮັບຟັງການລາຍງານຜົນສໍາເລັດ ທ່ານ ສິນລະວົງ ຄຸດໄພທູນ ໄດ້ມີຄໍາເຫັນໃຫ້ທິດຊີ້ນໍາ ໂດຍໃຫ້ເອົາໃຈໃສ່ບັນດາສາເຫດທີ່ອາດຈະກໍ່ໃຫ້ເກີດອັກຄີໄພຄື: ການນໍາໃຊ້ໄຟຟ້າທີ່ບໍ່ໄດ້ຕາມເຕັກນິກມາດຕະຖານ ຂາດສະຕິຮັບຜິດຊອບການນໍາໃຊ້ໄຟຟ້າ ການຈູດປ່າ ຈູດຂີ້ເຫຍື້ອຊະຊາຍ ຄວາມໜາແໜ້ນຂອງການຕັ້ງເຮືອນເພີ່ມຂຶ້ນ ການອອກແບບເປັນປັດໄຈໜຶ່ງທີ່ສ່ອງແສງໃຫ້ເຫັນເຖິງຄວາມສ່ຽງຕໍ່ການເກີດອັກຄີໄພ ແລະ ຍາກຕໍ່ການຄຸ້ມຄອງ ພ້ອມນັ້ນ ໃຫ້ເພີ່ມທະວີຄວາມເອົາໃຈໃສ່ ເຮັດໃຫ້ອັກຄີໄພເປັນໜຶ່ງໃນໂຄງການທີ່ຕ້ອງຫຼຸດລົງຢູ່ນະຄອນຫຼວງວຽງຈັນໃຫ້ໄດ້ ກໍານົດໃຫ້ໄດ້ຈຸດທີ່ມີຄວາມສ່ຽງສູງຕໍ່ການເກີດອັກຄີໄພ ພ້ອມທັງກະກຽມການປ້ອງກັນແຕ່ຫົວທີ ເມື່ອມີເຫດສຸກເສີນຕ້ອງສາມາດໄປເຖິງຈຸດເກີດເຫດພາຍໃນ 15 ນາທີ ຕ້ອງຮັບປະກັນເຮັດໃຫ້ນະຄອນຫຼວງວຽງຈັນບໍ່ມີອັກຄີໄພ ຫຼືມີ ກໍໃຫ້ຈໍາກັດໜ້ອຍທີ່ສຸດ ນອກນັ້ນ ໃຫ້ພາກສ່ວນກ່ຽວຂ້ອງສົມທົບກັບອົງການປົກຄອງເມືອງ ແລະ ບ້ານ ໂຄສະນາໃຫ້ແຕ່ລະຄົວເຮືອນ ຊຸມຊົນ ໃຫ້ຮູ້ເຖິງຜົນຮ້າຍ ໄພອັນຕະລາຍຂອງອັກຄີໄພ ພ້ອມທັງເຝິກອົບຮົມໃຫ້ເຂົາຮູ້ກ່ຽວກັບການປ້ອງກັນຊ່ວຍເຫຼືອຕົນເອງເວລາເກີດອັກຄີໄພ ກ່ອນເຈົ້າໜ້າທີ່ຈະມາຮອດຈຸດເກີດເຫດ ແລະ ໃຫ້ສ້າງບ້ານທົ່ງຂັນຄໍາ ດົງໝ້ຽງ ສີສະຫວາດ ຮ່ອງຄ້າ ແລະ ບ້ານທົ່ງຕູມ ເປັນບ້ານຕົວແບບໃນການສະກັດກັ້ນອັກຄີໄພ.

    ໂອກາດດັ່ງກ່າວ ທ່ານ ສິນລະວົງ ຄຸດໄພທູນ ກໍໄດ້ມອບເງິນຊຸກຍູ້ວຽກງານຕ້ານ ແລະ ສະກັດກັ້ນອັກຄີໄພຈໍານວນ 50 ລ້ານກີບ ພ້ອມທັງມອບປຶ້ມນິຕິກໍາຈໍານວນໜຶ່ງຕື່ມອີກ.

                    # ຂ່າວ & ພາບ : ຂັນທະວີ

error: Content is protected !!