ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຍ້ອງຍໍຊົມເຊີຍບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດພັນທະໃຫ້ລັດຖະບານປະຈຳປີ 2019 ຕາມພັນທະສັນຍາສຳປະທານ ພາຍຫຼັງທີ່ບໍລິສັດໄດ້ປະຕິບັດພັນທະຂອງຕົນສອດຄ່ອງກັບສັນຍາ ແລະ ສຳເລັດທຸກໜ້າວຽກຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

ພິທີມອບໃບຍ້ອງຍໍຊົມເຊີຍໃຫ້ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ໄດ້ຈັດຂຶ້ນວັນທີ 19 ມັງກອນ 2021 ຢູ່ກະຊວງພະລັງງານ ແລະ ບໍ່ແຮ່ ເປັນກຽດມອບໂດຍທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຮັບໂດຍທ່ານ ໂຣເບີດ ອາເລັນ ເຈອາ ຜູ້ອຳນວຍການໃຫຍ່ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ມີທ່ານ ດາວວົງ ພອນແກ້ວ ຮອງລັດຖະມົນຕີກະຊວງພະລັງງານ – ບໍ່ແຮ່ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສຸລິເດດ ເບົ້າມະນີໂຄດ ຮອງຜູ້ອຳນວຍການບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ກ່າວວ່າ: ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ (THPC) ຕັ້ງຂຶ້ນໃນປີ 1994 ແລະ ຖືເປັນບໍລິສັດຜະລິດໄຟຟ້າສະເພາະ (IPP) ແຫ່ງທໍາອິດໃນ ສປປ ລາວ ແຕ່ປີ 1998-2012 ບໍລິສັດ ເທີນ-ຫີນບູນ ເລີ່ມມີໂຮງຈັກພະລັງງານໄຟຟ້າ ມີກໍາລັງການຜະລິດ 220 ເມກາວັດ ເຊິ່ງປະກອບສ່ວນສຳຄັນໃຫ້ແກ່ສະຖຽນລະພາບ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດຂອງ ສປປ ລາວ ໃນປີ 2013 ບໍລິສັດ ເທີນ-ຫີນບູນ ໄດ້ເປີດໂຄງການພາກຂະຫຍາຍ ມີກໍາລັງການຜະລິດ 280 ເມກາວັດ ເຮັດໃຫ້ມີກໍາລັງການຜະລິດລວມ 500 ເມກາວັດ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ມີຜູ້ຖືຮຸ້ນຄື: ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) 60% ບໍລິສັດ GMS Power International ແລະ ບໍລິສັດ Nordic Hydropower AB ຖືຮຸ້ນຜູ້ລະ 20%

ຕະຫຼອດໄລຍະການດໍາເນີນງານການຜະລິດ ບໍລິສັດໄດ້ປະຕິບັດພັນທະຂອງຕົນຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ ຮອດປີ 2019 ປະຕິບັດພັນທະທັງໝົດໃຫ້ລັດຖະບານ 664 ລ້ານໂດລາສະຫະລັດ ຫຼືປະມານ 6.197,21 ຕື້ກີບ ສະເພາະປີ 2019 ສາມາດປະຕິບັດພັນທະຂອງຕົນໃຫ້ລັດຖະບານ 23,47 ລ້ານໂດລາສະຫະລັດ ຫຼື ປະມານ 219 ຕື້ກີບ ໃນນັ້ນມີ ຄ່າພາກຫຼວງ 8,62 ໂດລາສະຫະລັດ ອາກອນກຳໄລ 7,47 ລ້ານໂດລາສະຫະລັດ ອາກອນເງິນເດືອນ 3 ແສນກວ່າໂດລາສະຫະລັດ ງົບພັດທະນາຊຸມຊົນ ແລະ ງົບຄຸ້ມຄອງອ່າງໂຕ່ງ 1,88 ລ້ານໂດລາສະຫະລັດ ແລະ ງົບກອງທຶນປົກປັກຮັກສາສິ່ງແວດລ້ອມ 2 ແສນໂດລາສະຫະລັດ.
ນອກນັ້ນ ຍັງມີຜົນປະໂຫຍດທາງອ້ອມໃຫ້ປະຊາຊົນໃນທ້ອງຖິ່ນໄດ້ມີວຽກເຮັດງານທຳ ປະຊາຊົນຜູ້ຖືກຜົນກະທົບໄດ້ມີການຍົກຍ້າຍ ຫຍັບຍ້າຍ ທີ່ລວມມີທັງສິ່ງປຸກສ້າງສາທາລະນຸປະໂພກຕ່າງໆຢ່າງຄົບຖ້ວນ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ.
# ຂ່າວ & ພາບ : ລັດເວລາ