ເພື່ອຄວາມໝັ້ນຄົງຍືນ​ຍົງ​ຂອງ​ຊີວິດ​ຜົວ​ເມຍ

     ມື້ນີ້​ຂໍ​ຊວນ​ທ່ານ​ຜູ້​ອ່ານ​ໄປ​ເບິ່ງ​ບ້ານ​ເຂົາ​ເອົາ​ບົດຮຽນກ່ຽວ​ກັບ​ເລື່ອງ​ຜົວໆ ເມຍໆ ກໍ​ຄື ເລື່ອງ​ແຕ່ງດອງຢູ່​ອິນ​ເດຍ ແລະ ອົດ​ສະ​ຕຣາ​ລີ ນັ້ນ ເຂົາ​ມີ​ບົດຮຽນ​ເດັດໆ​ແນວໃດ​ແດ່.

     ທີ່ ອິນ​ເດຍ: ຂ່າວ​ນີ້​ອອກ​ມາ​ຈາກ​ລັດ​ອຸ​ຕຼາ ປະເທດ​ຂອງ​ອິນ​ເດຍ ໃນ​ທ້າຍ​ເດືອນ​ພະຈິກ​ປີ​ກາຍ (2020) ລາຍ​ລະອຽດ​ມີ​ຢູ່​ວ່າທາງ​ການ​ຂອງ​ລັດ​ໄດ້​ກຳນົດ​ບົດ​ລົງໂທດ​ສຳລັບ​ບຸກຄົນ​ໃດ​ກໍ​ຕາມ ທີ່​ໃຊ້​ອຳນາດ​ບັງຄັບ ຫຼື ໃຊ້​ເລ່ຫຼ່ຽມ​ຕົວະ​ຍົວະ​ຫຼອກ​ລວງ​ໃຫ້​ຄົນ​ອື່ນ​ປ່ຽນ​ສາສະໜາ​ເພື່ອ​ການ​ແຕ່ງດອງ ບົດ​ລົງໂທດ​ດັ່ງກ່າວ​ໄດ້​ກຳນົດ​ໄວ້​ໃນ​ກົດໝາຍ​ຫ້າມ​ບັງຄັບ​ປ່ຽນ​ສາສະໜາ​ເພື່ອ​ການ​ແຕ່ງດອງ ຂ່າວ​ບອກ​ວ່າແຮງ​ກົດ​ດັນ​ໃຫ້​ມີ​ກົດໝາຍ​ສະບັບ​ນີ້​ນັ້ນມາ​ຈາກ​ກຸ່ມ​ນັກ​ເຄື່ອນ​ໄຫວ​ສາສະໜາ​ຮິນ​ດູ ທີ່​ຕໍ່ຕ້ານ​ການ​ແຕ່ງດອງ​ຂ້າມ​ສາສະໜາ ຕົວຢ່າງການ​ແຕ່ງດອງ​ລະຫວ່າງ​ຜູ້​ຊາຍ​ທີ່​ນັບຖື​ສາສະໜາ​ອິດ​ສະ​ລາມ ກັບ​ແມ່ຍິງ​ທີ່​ເຊື່ອ​ຖື​ສາສະໜາ​ຮິນ​ດູ ໂດຍ​ຝ່າຍ​ຊາຍ​ມັກ​ຈະ​ບັງຄັບ​ໃຫ້​ຝ່າຍ​ຍິງ​ປ່ຽນ​ໄປ​ນັບຖື​ສາສະໜາ​ອິດ​ສະ​ລາມ ກົດໝາຍ​ສະບັບ​ນີ້ບໍ່​ໄດ້​ຫ້າມ​ຊາຍ-ຍິງ ຕ່າງ​ສາສະໜາ​ສ້າງ​ຄອບຄົວ​ຮ່ວມ​ກັນມີ​ແຕ່​ຫ້າມ​ບັງຄັບ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ປ່ຽນ​ສາສະໜາ​ເທົ່າ​ນັ້ນເວົ້າ​ໄດ້​ວ່າ ອຸ​ຕຼາ​ປະເທດ ເປັນ​ລັດ​ທຳ​ອິດ​ຂອງ​ອິນ​ເດຍທີ່​ມີ​ກົດໝາຍ​ລັກສະນະ​ນີ້ທັ້ງໆທີ່​ບໍ່​ທັນ​ມີ​ການ​ຢັ້ງຢືນ​ຕົວ​ເລ​ກວ່າການ​ແຕ່ງດອງ​ຂ້າມ​ສາສະໜາ​ນັ້ນ​ມີ​ຫຼາຍ​ປານໃດຈຸດປະສົງ​ຕົ້ນຕໍ​ຂອງ​ກົດໝາຍ​ສະບັບ​ນີ້ ແມ່ນ​ເພື່ອ​ຫຼຸດຜ່ອນ​ການ​ປ່ຽນ​ສາສະໜາ​ຢ່າງ​ຜິດ​ກົດໝາຍຊຶ່ງ​ສົ່ງ​ຜົນ​ກະທົບ​ຢ່າງ​ຮ້າຍ​ແຮງ​ຕໍ່​ຝ່າຍ​ຍິງ ກົດໝາຍ​ໄດ້​ກຳນົດ​ບົດ​ລົງໂທດ​ຕໍ່​ຜູ້​ຝ່າຝືນດ້ວຍ​ໂທດ​ຈຳ​ຄຸກ​ສູງ​ສຸດ 5 ປີ ນອກຈາກ​ນັ້ນກົດໝາຍ​ຍັງ​ໄດ້​ລະບຸ​ຢ່າງ​ຈະ​ແຈ້ງວ່າ ຊາຍ-ຍິງ ທີ່​ນັບຖື​ສາສະໜາ​ແຕກ​ຕ່າງ​ກັນ​ຈະ​ຕ້ອງ​ແຈ້ງ​ໃຫ້​ສານ​ບ່ອນ​ພວກ​ຕົນ​ອາໄສ​ຢູ່​ຮັບ​ຮູ້​ລ່ວງ​ໜ້າ ຢ່າງ​ໜ້ອຍ 2 ເດືອນ ກ່ອນ​ມີ​ການ​ແຕ່ງດອງ.

   ທີ່​ອົດ​ສະ​ຕຣາ​ລີ: ຂ່າວ​ຕ່າງປະເທດ​ໃນ​ເດືອນ​ຕຸລາ 2020 ໃຫ້​ຮູ້​ວ່າ: ທາງ​ການ​ອົດ​ສະ​ຕຣາ​ລີ ໄດ້​ມີ​ແຜນ​ອອກ​ກົດໝາຍ​ສະບັບ​ໃໝ່ທີ່​ກຳນົດ​ໃຫ້​ພົນລະເມືອງ​ຕ່າງປະເທດ ທີ່​ແຕ່ງດອງ​ກັບ​ຄົນ​ອົດ​ສະ​ຕຣາ​ລີ ແລະ ຜູ້​ໄດ້​ສິດ​ອາໄສ​ຢູ່​ຢ່າງ​ຖາວອນ​ໃນ​ອົດ​ສະ​ຕຣາ​ລີ ຕ້ອງ​ໄດ້​ຜ່ານ​ການ​ສອບເສັງ​ຄວາມ​ຮູ້​ພາສາ​ອັງກິດ​ໃນ​ລະດັບ​ທີ່​ທາງ​ການ​ໄດ້​ກຳນົດ​ໄວ້ຄາດ​ວ່າ​ຖ້າ​ກົດໝາຍ​ສະບັບ​ນີ້​ໄດ້​ຮັບ​ອະນຸມັດ​ຈາກ​ລັດ​ຖະ​ສະພາ ກໍ​ຈະ​ມີ​ຜົນ​ບັງຄັບ​ໃຊ້​ໃນ​ລະຫວ່າງ​ທ້າຍ​ປີ 2021 ນີ້​ເອງແຜນການ​ສ້າງ​ກົດໝາຍ​ສະບັບ​ນີ້ມີ​ຂຶ້ນ​ພາຍຫຼັງ​ທາງ​ການ​ອົດ​ສະ​ຕຣາ​ລີ ໄດ້​ເຮັດ​ການ​ສຳ​ຫຼວດ​ກ່ຽວ​ກັບ​ຄົນ​ຕ່າງປະເທດ​ທີ່​ແຕ່ງດອງ​ກັບ​ຄົນ​ອົດ​ສະ​ຕຣາ​ລີ ຄົນ​ຕ່າງປະເທດ​ທີ່​ໄດ້​ສິດ​ຢູ່​ອາໄສ​ແບບ​ຖາວອນ​ໃນ​ອົດ​ສະ​ຕຣາ​ລີ ກໍ​ຄື ຜູ້​ທີ່​ມີ​ການ​ພົວພັນ​ແບບ​ຜົວ-ເມຍ ກັບ​ຄົນ​ອົດ​ສະ​ຕຣາ​ລີ ຊຶ່ງ​ຜົນ​ອອກ​ມາ​ປາກົດ​ວ່າປະມານ 13% ຂອງ​ຄົນ​ຕ່າງປະເທດ​ເຫຼົ່ານັ້ນ ມີ​ລະດັບ​ພາສາ​ອັງກິດ​ຕ່ຳ​ຫຼາຍ ຫຼື ບໍ່​ຮູ້​ພາສາ​ອັງກິດ​ເລີຍສ່ວນ​ຜູ້​ທີ່​ມີ​ທັກ​ສະພາ​ສາ​ອັງກິດ​ໃນ​ລະດັບ​ດີ​ນັ້ນມີ​ຈຳນວນ 62% ທີ່​ທາງ​ການ​ອົດ​ສະ​ຕຣາ​ລີ​ເປັນ​ຫ່ວງ​ຫຼາຍນັ້ນ​ກໍ​ຄື ໃນ 10 ປີຜ່ານມາ ຈຳນວນ​ຄົນ​ຕ່າງປະເທດ​ໃນ 3 ປະເພດ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນໄດ້​ເພີ່ມ​ຂຶ້ນ​ປະມານ 1 ລ້ານ​ຄົນ ຈຸດປະສົງ​ຕົ້ນຕໍ​ຂອງ​ກົດໝາຍແມ່ນ​ເພື່ອ​ໃຫ້​ຄູ່​ສົມລົດ​ຂອງ​ຄົນ​ອົດ​ສະ​ຕຣາ​ລີມີ​ຄວາມ​ຮູ້​ພາສາ​ອັງກິດ​ໃນ​ລະດັບ​ມາດຕະຖານເພື່ອ​ສະດວກ​ໃນ​ການ​ປະກອບ​ອາຊີບ ການ​ຕິດຕໍ່​ພົວພັນ​ໃນ​ສັງຄົມການ​ຂໍ​ຮ້ອງ​ຄວາມ​ຊ່ວຍເຫຼືອ ເມື່ອ​ມີ​ບັນຫາ​ໃນ​ຄອບຄົວ ກໍ​ຄືໃນ​ສັງຄົມ​ນັ້ນ​ເອງ.

error: Content is protected !!