ໂຄງການຄວາມປອດໄພ ແລະ ສຸຂະພາບແຮງງານໃນຕ່ອງໂສ້ການຜະລິດ ເປັນໂຄງການທຳອິດຕໍ່ກັບວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານຂອງ ສປປ ລາວ ທີ່ໄດ້ຮັບການສະໝັບສະໝູນຈາກໂຄງການກອງທຶນວິຊັນເຊໂລຟັ້ນ (Vision Zero Fund Project) ເຊິ່ງເປັນກອງທຶນລວມທີ່ມີຫຼາຍພາກສ່ວນປະກອບເງິນເຂົ້າກອງທຶນຈາກພາກລັດ ແລະ ເອກະຊົນ ໂດຍກອງທຶນດັ່ງກ່າວປະຈຸບັນນີ້ໄດ້ສະໜອງທຶນໃຫ້ປະຕິບັດໂຄງການຢູ່ 7 ປະເທດຄື: ປະເທດມ້ຽນມາ ມາດາກາດສະກ້າ ເອທີໂອເປຍ ສປປ ລາວ ຕູນີເຊຍ ໂຄລົມເບຍ ແລະ ແມັກຊິໂກ້ ເປັນທຶນສະໝັບສະໝູນກ່ຽວກັບຄວາມປອດໄພ ແລະ ສຸຂະພາບແຮງງານໃນຕ່ອງໂສ້ການຜະລິດເຊິ່ງຈະລົງເລິກໃນສອງຂະແໜງການບູລິມະສິດ ເຊັ່ນ: ຂະແໜງອຸດສາຫະກຳຕັດຫຍິບ ແລະ ຂະແໜງກາເຟ ເປັນຂະແໜງທີ່ມີການສົ່ງສິນຄ້າອອກໄປຂາຍຢູ່ຕ່າງປະເທດເປັນສ່ວນຫຼາຍເນື່ອງຈາກວ່າປະເທດທີ່ຮັບຊື້ສິນຄ້າແມ່ນໃຫ້ຄວາມສຳຄັນຫຼາຍຕໍ່ວຽກງານແຮງງານເວົ້າລວມເວົ້າສະເພາະຕໍ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ.

ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານແມ່ນກິດຈະກຳຮ່ວມລະຫວ່າງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານໃນການຮັບປະກັນດ້ານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ການມີຄວາມປອດໄພ ແລະ ມີສຸຂະພາບທີ່ດີຂອງຜູ້ອອກແຮງງານແມ່ນຄວາມຈຳເປັນທີ່ລັດຖະບານ ແລະ ຜູ້ໃຊ້ແຮງງານ ຫຼື ຜູ້ລົງທຶນຕ້ອງໄດ້ຄຳນຶງເຖິງ ແລະ ເອົາໃຈໃສ່ບໍ່ດັ່ງນັ້ນອຸປະຕິເຫດແຮງງານ ແລະ ພະຍາດອາຊີບຈະສ້າງຄວາມເສຍຫາຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມບໍ່ໜ້ອຍເຊິ່ງອົງການແຮງງານສາກົນໄດ້ຄາດຄະເນວ່າ: ສະເລ່ຍແລ້ວໄດ້ມີຜູ້ເສຍຊີວິດຍ້ອນອຸປະຕິເຫດແຮງງານ ແລະ ພະຍາດອາຊີບຈຳນວນ 5.000 ຄົນໃນແຕ່ລະມື້ໝາຍຄວາມວ່າມີຜູ້ເສຍຊີວິດປະມານ 2-2,3 ລ້ານຄົນໃນແຕ່ລະປີທີ່ເກີດຈາກການເຮັດວຽກ ໃນນັ້ນເສຍຊີວິດຍ້ອນພະຍາດອາຊີບທີ່ເກີດຈາກການເຮັດວຽກປະມານ 1,7-2 ລ້ານຄົນໃນແຕ່ລະປີ.

ສຳລັບຢູ່ ສປປ ລາວ ໃນໄລຍະຜ່ານມາໄດ້ເກີດມີອຸປະຕິເຫດແຮງງານ ແລະ ພະຍາດອາຊີບຫຼາຍພໍສົມຄວນໃນແຕ່ລະປີ ແຕ່ຍັງບໍ່ມີລະບົບການລາຍງານຢ່າງເປັນລະບົບ ຍັງບໍ່ມີຖານຂໍ້ມູນ ບໍ່ມີລະບົບຂໍ້ມູນຂ່າວສານ ລະບົບການເກັບກຳ ແລະ ລາຍງານ ການປ້ອງກັນກໍ່ຍັງບໍ່ໄດ້ດີເທົ່າທີ່ຄວນ ເຊິ່ງຍັງມີຫລາຍຫົວໜ່ວຍແຮງງານບໍ່ນຳເອົາຜູ້ອອກແຮງງານໄປກວດສຸຂະພາບປະຈຳປີເຮັດໃຫ້ຜູ້ອອກແຮງງານມີຄວາມສ່ຽງສູງທີ່ຈະເກີດພະຍາດອາຊີບຈາກການເຮັດວຽກ ແລະ ການປ້ອງກັນອຸບປະຕິເຫດຕ່າງໆ ກໍ່ຍັງຢູ່ໃນລະດັບທີ່ບໍ່ມີຄວາມປອດໄພ.
ຕາມການລາຍງານຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ນະຄອນຫຼວງວຽງຈັນໃນໄລຍະຜ່ານມາມີຈຳນວນຜູ້ໄດ້ຮັບເຄາະຮ້າຍທັງໝົດ 170 ຄົນ ໃນນັ້ນເສັຍອົງຄະ 31 ຄົນ ແລະ ເສັຍຊີວິດ 20 ຄົນ ສາເຫດຂອງອຸປະຕິເຫດແຮງງານສ່ວນຫຼາຍແມ່ນຕົກຈາກບ່ອນສູງ ໄຟຟ້າຊອດ ຍ້ອນເຄື່ອງຈັກ ສິ່ງຂອງຕົກໃສ່ ແລະ ຄ່າປິ່ນປົວທັງໝົດ 85.700.000 ກີບ ແລະ ເງິນອຸດໝູນ 32.300.000 ກີບ ພະຍາດອາຊີບທີ່ເກີດຂຶ້ນກໍ່ຍັງບໍ່ສາມາດພິສູດໄດ້ບໍ່ສາມາດຢັ້ງຢືນໄດ້ວ່າຜູ້ໃດເປັນພະຍາດອາຊີບເນື່ອງຈາກໜ່ວຍງານທີ່ຮັບຜິດຊອບທາງດ້ານນີ້ໂດຍກົງກໍ່ຄືກະຊວງສາທາລະນະສຸກທີ່ຕິດພັນກັບວິຊາສະເພາະດ້ານທີ່ຈະເປັນຜູ້ບົ່ງມະຕິ ແລະ ຢັ້ງຢືນຜົນການກວດສຸຂະພາບໃຫ້ແກ່ອົງການຄຸ້ມຄອງແຮງງານນັ້ນກຳລັງດຳເນີນການແຕ່ງຕັ້ງໜ່ວຍງານ ການສຳຫຼວດ ແລະ ເກັບກຳສະຖິຕິຈຳນວນຕົວເລກຂອງຫົວໜ່ວຍແຮງງານ ເພື່ອດຳເນີນການກວດສຸຂະພາບແຮງງານລາວ ແລະ ແຮງງານຕ່າງປະເທດ ຢູ່ ສປປ ລາວ.

ປັດຈຸບັນເສດຖະກິດມີການຂະຫຍາຍຢ່າງຕໍ່ເນື່ອງຕະຫຼອດຫຼາຍປີຜ່ານມາ ເຊິ່ງເຮັດໃຫ້ເກີດມີການລົງທຶນເພື່ອດຳເນີນທຸລະກິດ ການຜະລິດ ການບໍລິການ ແລະ ການກໍ່ສ້າງໂຄງລ່າງພື້ນຖານນັບມື້ນັບຫຼາຍຂຶ້ນ ໄດ້ມີການນຳໃຊ້ແຮງງານເພີ່ມຂື້ນເປັນຈຳນວນຫຼວງຫຼາຍ ແຕ່ແຮງງານລາວສ່ວນຫຼາຍບໍ່ມີຄວາມຮູ້ດ້ານຄວາມປອດໄພແຮງງານເຮັດໃຫ້ເກີດມີຄວາມສ່ຽງ ຫຼື ເຮັດໃຫ້ເກີດມີອຸປະຕິເຫດແຮງງານ ພະຍາດອາຊີບນັບມື້ນັບຫຼາຍຂື້ນ ການເຮັດວຽກໃນອຸດສະຫະກຳມີຄວາມຈຳເປັນຕ້ອງໄດ້ເອົາໃຈໃສ່ເບິ່ງແຍງຜູ້ອອກແຮງງານທາງດ້ານເງື່ອນໄຂການເຮັດວຽກ ແລະ ການປ້ອງກັນອຸປະຕິເຫດແຮງງານ ການເກີດພະຍາດອາຊີບ ດັ່ງນັ້ນການປ້ອງກັນດັ່ງກ່າວຈຳເປັນຕ້ອງໄດ້ມີການຮ່ວມມືກັນທຸກພາກສ່ວນບໍ່ວ່າຈະເປັນທັງພາກລັດ ແລະ ເອກະຊົນຕ້ອງໄດ້ມີການກຳນົດລາຍລະອຽດຢູ່ໃນນິຕິກຳຂອງລັດຖະບານຕາມເງື່ອນໄຂຕົວຈິງຂອງປະເທດ.