ລາວ-ຍີ່ປຸ່ນ ຫາລືການພົວພັນ ແລະ ການຮ່ວມມື

    ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື​ການ­ເມືອງ-ຄວາມ​ໝັ້ນ­ຄົງ ລາວ ແລະ ຍີ່­ປຸ່ນ ຄັ້ງ​ທີ 3 ລະ­ດັບ​ຫົວ­ໜ້າ ຮອງ​ຫົວ­ໜ້າ​ກົມ ລະ­ຫວ່າງ​ກະ­ຊວງ​ການ​ຕ່າງ­ປະ­ເທດ ແລະ ກະ­ຊວງ​ປ້ອງ​ກັນ​ປະ­ເທດ​ລາວ ແລະ ຍີ່­ປຸ່ນ ໄດ້​ຈັດ​ຂຶ້ນ​ວັນ​ທີ 4 ມີ­ນາ 2020 ທີ່​ສູນ​ການ​ຮ່ວມ​ມື​ສາ­ກົນ ແລະ ການ​ເຝິກ­ອົບ­ຮົມ (ICTC)  ຝ່າຍ​ລາວ​ແມ່ນ ທ່ານ ບຸນ​ທະ​ນົງ​ສັກ ຈັນ­ທະ​ລາດ ຮັກ­ສາ​ການ​ຫົວ­ໜ້າ​ກົມ​ອາ­ຊີ-ປາ​ຊີ​ຟິກ ແລະ ອາ​ຟຣິ​ກາ ກະ­ຊວງ​ການ​ຕ່າງ­ປະ­ເທດ ເປັນ​ຫົວ­ໜ້າ​ຄະ­ນະ ແລະ ຝ່າຍ​ຍີ່­ປຸ່ນ​ແມ່ນ​ທ່ານ ISHIKAWA Hiroshi ຫົວ­ໜ້າ​ກົມ​ອາ­ຊີ​ຕາ­ເວັນ​ອອກ­ສຽງ​ໃຕ້ ແລະ ຕາ­ເວັນ­ຕົກ​ສຽງ​ໃຕ້ ກະ­ຊວງ​ການ​ຕ່າງ­ປະ­ເທດ​ຍີ່­ປຸ່ນ ເປັນ​ຫົວ­ໜ້າ​ຄະ­ນະ.

    ກອງ​ປະ­ຊຸມ​ຄັ້ງ​ນີ້​ໄດ້​ຮ່ວມ​ກັນ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ພົວ­ພັນ​ຮ່ວມ​ມື​ໃນ​ດ້ານ​ການ­ເມືອງ​ເສດ­ຖະ­ກິດ ວັດ­ທະ­ນະ­ທຳ-ສັງ­ຄົມ ດ້ານ​ປ້ອງ​ກັນ​ຊາດ ແລະ ຄວາມ​ໝັ້ນ­ຄົງ ເຊິ່ງ​ສອງ​ຝ່າຍ​ໄດ້​ຕີ​ລາ­ຄາ​ສູງ​ຕໍ່​ການ​ພົວ­ພັນ​ຮ່ວມ​ມື​ລະ­ຫວ່າງ​ລາວ ແລະ ຍີ່­ປຸ່ນ ທີ່​ມີ​ການ​ຂະ­ຫຍາຍ­ຕົວ​ຢ່າງ​ຕໍ່​ເນື່ອງ​ພາຍ­ຫຼັງ​ທີ່​ສອງ​ປະ­ເທດ​ໄດ້​ສ້າງ­ຕັ້ງ​ສາຍ​ພົວ­ພັນ​ການ​ທູດ​ນຳ​ກັນ ໃນ​ວັນ​ທີ 5 ມີ­ນາ 1955.

    ກອງ​ປະ­ຊຸມ​ໄດ້​ປຶກ­ສາ​ຫາ­ລື​ເພື່ອ​ສະ­ໜັບ­ສະ­ໜູນ​ເຊິ່ງ​ກັນ ແລະ ກັນ​ໃນ​ການ​ຈັດ​ບັນ­ດາ​ກິດ­ຈະ­ກຳ​ສະ ເຫຼີມ​ສະ­ຫຼອງ​ວັນ​ການ​ທູດ​ລາວ-ຍີ່­ປຸ່ນ ຄົບ­ຮອບ 65 ປີ ແລະ 5 ປີ ການ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ລາວ-ຍີ່­ປຸ່ນ ໃຫ້​ປະ­ສົບ​ຜົນ­ສຳ­ເລັດ​ຕາມ​ຄາດ­ໝາຍ ຊຸກ­ຍູ້​ໃຫ້​ມີ​ການ​ແລກ­ປ່ຽນ​ການ​ຢ້ຽມ­ຢາມ​ເຊິ່ງ​ກັນ ແລະ ກັນ​ຂອງ​ການ​ນຳ​ຂັ້ນ​ສູງ ສືບ­ຕໍ່​ພິ­ຈາ­ລະ­ນາ ແລະ ຊຸກ­ຍູ້​ການ​ເປີດ​ຖ້ຽວ​ບິນ​ໂດຍ​ກົງ​ວຽງ​ຈັນ-ຄຸ​ມາ​ໂມ​ໂຕະ ພ້ອມ​ນັ້ນ ກອງ​ປະ­ຊຸມ​ຍັງ​ໄດ້​ປຶກ­ສາ​ຫາ­ລື​ເພື່ອ​ສືບ­ຕໍ່​ຮ່ວມ​ມື​ກັນ​ຢ່າງ​ສະ­ໜິດ​ແໜ້ນ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ແລະ ຜັນ​ຂະ­ຫຍາຍ​ບັນ­ດາ​ເອ­ກະ­ສານ ແລະ ຜົນ​ການ​ຕົກ­ລົງ​ກັນ​ຂອງ​ບັນ­ດາ​ການ​ນຳ​ລາວ ແລະ ຍີ່­ປຸ່ນ ໃຫ້​ໄດ້​ຮັບ​ໝາກ­ຜົນ​ຕາມ​ຄາດ­ໝາຍ ເປັນ­ຕົ້ນ ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ​ລະ­ຫວ່າງ​ກະ­ຊວງ​ປ້ອງ​ກັນ​ປະ­ເທດ​ລາວ-ຍີ່­ປຸ່ນ ທີ່​ໄດ້​ຮັບ​ການ​ລົງ​ນາມ​ໃນ​ເດືອນ​ຕຸ­ລາ 2019 ທີ່​ໂຕ​ກຽວ ແລະ ອື່ນໆ ຕີ​ລາ­ຄາ​ຄືນ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ­ຄົງ​ໃນ 3 ປີ­ຜ່ານ­ມາ ເປັນ­ຕົ້ນ ການ​ຊ່ວຍ­ເຫຼືອ​ຂອງ​ຍີ່­ປຸ່ນ​ໃນ​ດ້ານ​ມະ­ນຸດ­ສະ­ທຳ ແລະ ການ​ບັນ­ເທົາ​ທຸກ​ໄພ­ພິ­ບັດ ການ​ເກັບ​ກູ້​ລະ­ເບີດ​ບໍ່​ທັນ​ແຕກ ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ນອກ​ນັ້ນ ກອງ​ປະ­ຊຸມ​ຍັງ​ໄດ້​ປຶກ­ສາ​ຫາ­ລື​ກັນ ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂອບ​ແມ່­ນ້ຳ​ຂອງ-ຍີ່­ປຸ່ນ ແລະ ສະ­ພາບ​ການ​ພົ້ນ​ເດັ່ນ​ໃນ​ພາກ​ພື້ນ ແລະ ສາ­ກົນ​ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ­ໃຈ​ຮ່ວມ​ກັນ.

Leave a Reply

error: Content is protected !!