
ກອງປະຊຸມໃຫຍ່ ຄັ້ງທີ VI ຂອງສະມາຊິກສະຫະພັນແມ່ຍິງ ກະຊວງແຜນການ ແລະ ການລົງທຶນ (ຫຜທ) ຈັດຂຶ້ນໃນວັນທີ 4 ມີນາ 2020 ທີ່ສະໂມສອນ ກຜທ ພາຍໃຕ້ການເປັນປະທານຂອງທ່ານນາງ ທຳມາ ເພັດວີໄຊ ປະທານສະຫະພັນແມ່ຍິງ ກຜທ ໂດຍມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກຜທ ທ່ານນາງ ບັນດິດ ປະທຸມວັນ ຮອງປະທານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍແຂກຖືກເຊີນ ແລະ ສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມ.

ທ່ານນາງ ທຳມາ ເພັດວີໄຊ ຂຶ້ນກ່າວເປີດກອງປະຊຸມໃຫຍ່ ແລະ ຄຸນລັກສະນະຂອງພະນັກງານເຂົ້າຮ່ວມກອງປະຊຸມໃຫຍ່ ພ້ອມທັງຜ່ານຮ່າງບົດລາຍງານການເມືອງຕໍ່ກອງປະຊຸມທັງ 2 ພາກວ່າ: ໃນໄລຍະ 5 ປີຜ່ານມາໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ແກ່ສະມາຊິກສະຫະພັນແມ່ຍິງ ກຜທ ໂດຍການປຸກລະດົມແມ່ຍິງເຂົ້າຮ່ວມຄົ້ນຄວ້າຮ່ຳຮຽນ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ ປັດຈຸບັນ ມີສະມາຊິກແມ່ຍິງທັງໝົດ 266 ສະຫາຍ ໃນນັ້ນ 10 ສະຫາຍ ເປັນຄະນະສະຫະພັນແມ່ຍິງກະຊວງ ແລະ ມີ 16 ໜ່ວຍ ໃນປີ 2019 ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາ ຫົວໜ້າໜ່ວຍ 16 ສະຫາຍ ຮອງຫົວໜ້າໜ່ວຍ 16 ສະຫາຍ ປະທານກວດກາ 16 ສະຫາຍ ແລະ ຄະນະໜ່ວຍ 19 ສະຫາຍ.
ຕະຫຼອດໄລຍະ 5 ປີຜ່ານມາ ເອື້ອຍນ້ອງແມ່ຍິງໄດ້ເຄື່ອນໄຫວຢ່າງເຕັມສ່ວນ ຄຽງບ່າຄຽງໄລ່ກັບເພດຊາຍໃນທຸກວຽກງານເພື່ອສ້າງຜົນງານ ໂດຍຜ່ານຂະບວນການແຂ່ງຂັນຍ້ອງຍໍຕ່າງໆ ເຊິ່ງເຮັດໃຫ້ສະມາຊິກສະຫະພັນແມ່ຍິງມີຜົນງານດີເດັ່ນຄື: ໄດ້ຮັບຫຼຽນໄຊແຮງງານ 28 ສະຫາຍ ໃນນັ້ນ ຊັ້ນ II ມີ 11 ທ່ານ ຊັ້ນ III ມີ 17 ທ່ານ ຫຼຽນກາແຮງງານ 39 ທ່ານ ໃບຍ້ອງຍໍຂັ້ນລັດຖະບານ 91 ທ່ານ ໃບຍ້ອງຍໍຂັ້ນກະຊວງ 61 ທ່ານ ການປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະ I (ປີ 2016-2017) ສະມາຊິກແມ່ຍິງໄດ້ຮັບໃບຍ້ອງຍໍປະເພດ I ມີ 204 ທ່ານ ປະເພດ II ມີ 14 ທ່ານ ໄລຍະ II (ປີ 2018-2019) ສະມາຊິກແມ່ຍິງໄດ້ຮັບໃບຍ້ອງຍໍປະເພດ I ມີ 235 ທ່ານ ປະເພດ II ມີ 19 ທ່ານ ສຳລັບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 3 ດີ ທັງສອງໄລຍະ ເຫັນວ່າທຸກໜ່ວຍແມ່ຍິງ ສາມາດເປັນໜ່ວຍແມ່ຍິງ 3 ດີ ແລະ ມີສະມາຊິກແມ່ຍິງ 3 ດີ ປະເພດ I ມີ 204 ສະຫາຍ ແລະ ປະເພດ II ມີ 50 ສະຫາຍ.
ກອງປະຊຸມ ໄດ້ມອບໃບຍ້ອງຍໍຜູ້ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ແລະ ປ່ອນບັດເລືອກຕັ້ງເອົາຄະນະສະຫະພັນແມ່ຍິງຊຸດໃໝ່ ມີຜູ້ລົງສະໝັກ 19 ທ່ານ ເລືອກເອົາ 15 ທ່ານ ກອງປະຊຸມໄດ້ເລືອກທ່ານນາງ ທຳມາ ເພັດວີໄຊ ເປັນປະທານ ທ່ານ ນາງ ພອນວັນ ອຸທະວົງ ຮອງປະທານ ທ່ານ ນາງ ສາຍໝອນຄຳ ມັງໜໍ່ເມກ ເປັນຮອງ ທັງເປັນປະທານກວດກາ ແລະ ອີກ 12 ທ່ານ ເປັນຄະນະ ຈາກນັ້ນ ກອງປະຊຸມໄດ້ຮັບຟັງການໂອ້ລົມຈາກທ່ານ ຮອງປະທານສູນກາງສະຫະພັນແມ່ຍິງ ອີກດ້ວຍ.